Featured

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ອອກ​ແຈ້ງ​ການ ​ເລກທີ 1265/ອຄ.ກຄພນ, ລົງ​ວັນ​ທີ 17 ກັນຍາ 2018 ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ເກັບຊື້​ເຂົ້າສານ ​ແລະ ລາຄາ​ຊື້ຂາຍ​ຕາມ​ທ້ອງ​ຕະຫລາດ​ໃຫ້​ເຂັ້ມງວດ​ຂຶ້ນກວ່າ​ເກົ່າ

ພາຍຫລັງ​ເກີດ​ມີ​ສະພາບ​ພໍ່ຄ້າ​ຄົນ​ກາງ​ຈາກ​ຕ່າງປະ​ເທດ​ເຂົ້າມາ​ເກັບຊື້​ເຂົ້ານຳ​ຊາວນາ​ໂດຍ​ພາລະ​ການ ​ເພື່ອ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ ​ເຊິ່ງ​ໄດ້​ມີ​ການ​ເກງ​ລາຄາ​ຂຶ້ນສູງ​ກວ່າ​ປົກກະຕິ ​ແລະ ສົ່ງ​ຜົນ​ກະທົບ​ບໍ່​ຊອບ​ທຳ​ໃຫ້​ຫົວໜ່ວຍ​ທຸລະ​ກິດ​ທີ່​ປະຕິບັດ​ພັນທະ​ໃຫ້​ລັດ. ສະນັ້ນ ​ເພື່ອ​ສະກັດ​ກັ້ນສະພາບ​ການ​ປັ່ນ​ປ່ວນ​ດັ່ງກ່າວ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຈຶ່ງ​ເນັ້ນ​ໃຫ້​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ນະຄອນຫລວງ​ ​ເອົາ​ໃຈ​ໃສ່​ຄື: ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ, ຕິດຕາມ​ກວດກາ​ເຂັ້ມງວດ​ ຫ້າມ​​ເດັດຂາດ​ບໍ່​ໃຫ້​ພໍ່ຄ້າ​ຊາວ​ຕ່າງປະ​ເທດ​ເຂົ້າມາ​ເກັບຊື້​ເຂົ້າຢູ່​ພາຍ​ໃນ​ແຂວງ...

ອົງການກາແດງລາວຊ່ວຍເຫລືອ ປະຊາຊົນບ້ານຫາດຍາວ ແລະ ບ້ານໃໝ່ ເມືອງສະໜາມໄຊ

ອົງການກາແດງລາວ ໄດ້ໃຫ້ຊ່ວຍເຫລືອປະຊາຊົນ ບ້ານຫາດຍາວ ຜູ້ທີ່ປະສົບໄພນໍ້າຖ້ວມ ທີ່ເມືອງ ສະໜາມໄຊ ແຂວງ ອັດຕະປື ສາຍເຫດຍ້ອນພະຍຸເຊີນຕິນ ເກີດມີຝົນຕົກໜັກນໍ້າຖ້ວມ ແລະ ຄູສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນເດືອນຜ່ານມາ. ເຄື່ືອງທີ່ນຳມາຊ່ວຍເຫລືອໃນຄັ້ງນີ້, ມີ ປາກະປ໋ອງ, ທຽນໄຂ, ກັບໄຟ,...

ປະຊາຊົນ ກຸ່ມພັດທະນານໍ້າບໍ່ ເມືອງໂພນໄຊ ຮ່ວມກັນສ້ອມ ແປງທາງຍາວ 17 ກວ່າກິໂລແມັດ.

ເມື່ອບໍ່ດົນມານີ້, ຄະນະພັກຮາກຖານ ກຸ່ມພັດທະນານໍ້າບໍ່ ເມືອງໂພນໄຊ ແຂວງຫລວງພະບາງ ໄດ້ສົມທົບກັບອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ 5 ບ້ານຄື: ບ້ານນໍ້າບໍ່,ທ່າໂພ,ຫ້ວຍລອນ,ໜອງຄໍາ ແລະ ບ້ານຫ້ວຍສາລາໄດ້ພ້ອມກັນສ້າງຂະບວນການອອກແຮງງານ ສ້ອມແປງເສັ້ນທາງ ເຊິ່ງມີຄວາມຍາວ 17,5 ກິໂລແມັດ...

ມາຮູ້ຈັກພິທີຂໍຝົນ ປະເພນີທີ່ຄົນລາວເຄີຍເຮັດກັນມາແຕ່ສະໄໝບູຮານ

ໃນປັດຈຸບັນນີ້, ຄົນລາວຮຸ້ນໜຸ່ມ ບໍ່ຄ່ອຍສົນໃຈພໍປານໃດກັບພິທີກຳບູຮານທີ່ຜູ້ເຖົ້າຜູ້ແກ່ລາວເຄີຍປະຕິບັດກັນມາ ເພາະວ່າ ໃນປັດຈຸບັນນີ້ ມີວິທະຍາສາດເຕັກນິກ ຄົນສາມາດຮູ້ທີ່ມາຂອງຟ້າຝົນ ແລະສາມາດສ້າງມັນຂຶ້ນມາເອງໄດ້ (ຝົນທຽມ) ເລີຍບໍ່ຈຳເປັນຕ້ອງເຊື່ອຖືຄວາມເຊື່ອເຫຼົ່ານັ້ນ. ແຕ່ມື້ນີ້, ຜູ້ຂຽນໄດ້ນຳເອົາພິທີກຳການສວດຄາຖາຂໍຝົນຂອງຄົນລາວເຮົາໃນສະໄໝບູຮານມານຳສະເໜີ ເຊິ່ງເປັນຄວາມໃໝ່, ແປກໆ ແດ່ກໍວ່າໄດ້. ມີທີ່ມາດັ່ງນີ້: ມີຕຳນານກ່າວໄວ້ວ່າ: ໃນອະດີດຕະການນັ້ນ, ພຣະໂພທິສັດໄດ້ສະເຫວີຍພະຊາດເປັນປາຄໍ່ ແຕ່ພຣະອົງບໍ່ເຄີຍກິນປາເລັກປານ້ອຍ,ສັດນ້ອຍ...

ລັດຖະບານ ລົງທຶນໃສ່ການທ່ອງທ່ຽວແບບອະນຸລັກທຳມະຊາດ ຢູ່ແຂວງສະຫວັນນະເຂດ

ພະແນກແຜນການ ແລະ ການລົງທຶນ ແຂວງ ສະຫວັນນະເຂດ, ໂດຍການຮ່ວມມື ກັບໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງ ຢູ່ໃນລະບົບນິເວດປ່າໂຄກ ທີ່ຢູ່ພາກໃຕ້ຂອງ ສປປ ລາວ, ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດໂດຍກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້...

ບໍລິຄຳໄຊ-ບຶງການ ຈັດກິດຈະກຳແຕ້ມຮູບວັດທະນະທຳສອງຝັ່ງຂອງ.

-------------------------ກິດຈະ​ກຳ​ແຕ້ມ​ຮູບສິ​ລະ​ປະ​ວັດ​ທະ​ນະ​ທຳ ສອງ​ຝັ່ງ​ຂອງ ລະ​ຫວ່າງ ແຂວງບໍ​ລິ​ຄຳ​ໄຊ ສ​ປ​ປ​ລາວ ແລະ ແຂວງ ບຶງ​ການ ຣາ​ຊະອາະນາ​ຈັກ​ໄທ ຈັດ​ຂຶ້ນ​ໃນ​ທ້າ​ຍອາທິ​​ດຜ່ານ​ມາ ຢູ່​ພະ​ແນກຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ​ຽວ(ຖວທ) ແຂວງບໍ​ລິ​ຄຳ​ໄຊ ​ເຊິ່ງ​ນ້ອງ​ນັກ​ຮຽນທີ່​ເຂົ້າ​ຮ່ວມ ​ໄດ້​ແຕ້ມ​ຮູບ​ຕາມ​ໃຈ​ຕົນ​ເອງ...

ລາວໄດ້ຖືເອົາວຽກງານປ້ອງກັນພືດ ເປັນພື້ນຖານ ໃນການຜະລິດສະບຽງ ແລະພືດເປັນສິນຄ້າ

ທ້າຍອາທິດຜ່ານມາ ຢູ່​ໂຮງ​ແຮມ ​ລ້ານ​ຊ້າງ ນະ​ຄອນ​ຫລວງວຽງຈັນ, ກົມ​ປູກຝັງ ຮ່ວມ​ກັບ ສະ​ຖາ​ບັນ​ປ້ອງ​ກັນ​ພືດ ​ສະ​ຖາ​ບັນ​ການ​ສຶກສາ​ ວິທະຍາສາດ​ດ້ານ​ກະສິກຳ ​ແຫ່ງ ສປ ຈີນ ຈັດ​ສຳ​ມະ​ນາ ພາຍ​ໃຕ້​ຫົວ​ຂໍ້: ການ​ຄວບ​ຄຸມ​ສັດຕູ​ພືດ ​ແບບ​ປອດ​ສານພິດທີ່​ທັນ​ສະ​ໄໝ ສຳ​ມະ​ນາ​ຄັ້ງ​ນີ້, ມີ​ຈຸດປະສົງ​ເພື່ອຖອດ​ຖອນ​ບົດຮຽນ...

ຜະລິດຕະພັນສິນຄ້າຂອງລາວ ຍັງມີສິ່ງທ້າທາຍຫລາຍດ້ານ

ສິນຄ້າທີ່​ເປັນ​ຜະລິດ​ຕະພັນຂອງ​ຄົນ​ລາວ ຍັງ​ມີ​ສິ່ງ​ທ້າ​ທາຍ​ຫລາຍ​ດ້ານ ​ເປັນ​ຕົ້ນ ຄົນ​ລາວ​ ຍັງບໍ່​ນິຍົມ​ຊົມ​ໃຊ້​ ຜະລິດ​ຕະພັນ​ພາຍ​ໃນ ​ແລະ ຍັງບໍ່​ທັນຍອມຮັບ ​ສິນຄ້າຜະລິດ​ຕະພັນ ທີ່​ເປັນຂອງ​ລາວ, ​ໂດຍ​ສະ​ເພາະ ​ຢ້ານ​ສິນຄ້າ​ບໍ່​ໄດ້​ຄຸນ​ນະພາ​ບ ແລະ ບໍ່ໄດ້ມາດຕະຖານ, ກ່າວ​ໂດຍ ທ່ານ ​ນາງ...