ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ອອກ​ແຈ້ງ​ການ ​ເລກທີ 1265/ອຄ.ກຄພນ, ລົງ​ວັນ​ທີ 17 ກັນຍາ 2018 ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ເກັບຊື້​ເຂົ້າສານ ​ແລະ ລາຄາ​ຊື້ຂາຍ​ຕາມ​ທ້ອງ​ຕະຫລາດ​ໃຫ້​ເຂັ້ມງວດ​ຂຶ້ນກວ່າ​ເກົ່າ

ພາຍຫລັງ​ເກີດ​ມີ​ສະພາບ​ພໍ່ຄ້າ​ຄົນ​ກາງ​ຈາກ​ຕ່າງປະ​ເທດ​ເຂົ້າມາ​ເກັບຊື້​ເຂົ້ານຳ​ຊາວນາ​ໂດຍ​ພາລະ​ການ ​ເພື່ອ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ ​ເຊິ່ງ​ໄດ້​ມີ​ການ​ເກງ​ລາຄາ​ຂຶ້ນສູງ​ກວ່າ​ປົກກະຕິ ​ແລະ ສົ່ງ​ຜົນ​ກະທົບ​ບໍ່​ຊອບ​ທຳ​ໃຫ້​ຫົວໜ່ວຍ​ທຸລະ​ກິດ​ທີ່​ປະຕິບັດ​ພັນທະ​ໃຫ້​ລັດ.

ສະນັ້ນ ​ເພື່ອ​ສະກັດ​ກັ້ນສະພາບ​ການ​ປັ່ນ​ປ່ວນ​ດັ່ງກ່າວ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຈຶ່ງ​ເນັ້ນ​ໃຫ້​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ນະຄອນຫລວງ​ ​ເອົາ​ໃຈ​ໃສ່​ຄື: ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ, ຕິດຕາມ​ກວດກາ​ເຂັ້ມງວດ​ ຫ້າມ​​ເດັດຂາດ​ບໍ່​ໃຫ້​ພໍ່ຄ້າ​ຊາວ​ຕ່າງປະ​ເທດ​ເຂົ້າມາ​ເກັບຊື້​ເຂົ້າຢູ່​ພາຍ​ໃນ​ແຂວງ ​ແລະ ປັ່ນ​ປ່ວນ​ລາຄາ​ໂດຍ​ບໍ່​ມີ​ທະບຽນ​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ​ຂອງ ສປປ ລາວ, ຖ້າ​ພົບ​ເຫັນ​ມີ​ການລະ​ເມີດ​ແມ່ນ​ໃຫ້​ຢຶດ ​ແລະ ປັບ​ໄໝ​ຕາມ​ລະບຽບ​ການວາງ​ອອກ, ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ລາຄາ​ຊື້-ຂາຍ​ເຂົ້າທຸກ​ຊະນິດ​ຕາມ​ທ້ອງ​ຕະຫລາດ​ແຕ່ລະ​ທ້ອງ​ຖິ່ນ ​ເພື່ອ​ຫລີກ​ລ້ຽງ​ການ​ສວຍ​ໂອກາດ​ຂຶ້ນລາຄາ​ຕາມ​ລຳພັງ, ກ່ອນ​ຂຶ້ນລາຄາ​ຕ້ອງ​ໄດ້​ຮັບ​ອະນຸຍາດ​ຈາກ​ຄະນະ​ຄຸ້ມ​ຄອງ​ລາຄາ​ສິນຄ້າ ​ແລະ ຄ່າ​ບໍລິການ​ຂັ້ນ​ແຂວງ, ​ເມືອງ ​ເນື່ອງ​ຈາກ​ເຂົ້າ​ແມ່ນ​ນອນ​ໃນ​ລາຍການ​ສິນຄ້າ​ຄວບ​ຄຸມ​ຂອງ​ລັດ.

ນອກ​ນີ້ ຫ້າມ​ໃຫ້​ບຸກຄົນ, ຫົວໜ່ວຍ​ທຸລະ​ກິດ ຫລື ​ໂຮງສີ​ຕ່າງໆ​ຢູ່​ທ້ອງ​ຖິ່ນ​ເປັນ​ຕົວ​ແທນ​ເກັບຊື້​ເຂົ້າ​ໃຫ້​ຊາວ​ຕ່າງປະ​ເທດ ​ໂດຍ​ອາ​ໄສ​ໃບ​ທະບຽນ​ວິ​ສາ​ຫະກິດ​ຂອງ​ຕົນ ຫລື ຮັບ​ເອົາ​ເງິນ​ເພື່ອ​ເກັບຊື້ ​ແລະ ກັກ​ຕຸ​ນສິນຄ້າ, ສ້າງ​ຄວາມ​ປັ່ນ​ປ່ວນ​ທາງ​ດ້ານ​ລາຄາ, ຖ້າ​ພົບ​ເຫັນ​ການ​ກະທຳ​ດັ່ງກ່າວ​ແມ່ນ​ໃຫ້​ຢຶດ ​ແລະ ປັບ​ໄໝ​ຕາມ​ລະບຽບ​ການ​ຢ່າງ​ເຂັ້ມງວດ. ຜູ້​ມີ​ສິດ​ເກັບຊື້​ເຂົ້າຈາກ​ຊາວນາ ຫລື ກຸ່ມ​ຊາວນາ​ໄດ້​ຕ້ອງ​ແມ່ນ​ສະມາຄົມ, ກຸ່ມ​ໂຮງສີ ຫລື ທຸລະ​ກິດ​ຊື້-ຂາຍ​ເຂົ້າທີ່​ມີ​ໃບ​ທະບຽນ​ຖືກຕ້ອງ​ເທົ່າ​ນັ້ນ.

Cr.ລາວ​ພັດ​ທະ​ນາ
ຮູບ​ພາບ: www.prachachat.net

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,