ລາວໄດ້ຖືເອົາວຽກງານປ້ອງກັນພືດ ເປັນພື້ນຖານ ໃນການຜະລິດສະບຽງ ແລະພືດເປັນສິນຄ້າ

ທ້າຍອາທິດຜ່ານມາ ຢູ່​ໂຮງ​ແຮມ ​ລ້ານ​ຊ້າງ ນະ​ຄອນ​ຫລວງວຽງຈັນ, ກົມ​ປູກຝັງ ຮ່ວມ​ກັບ ສະ​ຖາ​ບັນ​ປ້ອງ​ກັນ​ພືດ ​ສະ​ຖາ​ບັນ​ການ​ສຶກສາ​ ວິທະຍາສາດ​ດ້ານ​ກະສິກຳ ​ແຫ່ງ ສປ ຈີນ ຈັດ​ສຳ​ມະ​ນາ ພາຍ​ໃຕ້​ຫົວ​ຂໍ້: ການ​ຄວບ​ຄຸມ​ສັດຕູ​ພືດ ​ແບບ​ປອດ​ສານພິດທີ່​ທັນ​ສະ​ໄໝ

ສຳ​ມະ​ນາ​ຄັ້ງ​ນີ້, ມີ​ຈຸດປະສົງ​ເພື່ອຖອດ​ຖອນ​ບົດຮຽນ ​ແລະ ປະສົບ​ການ​ກ່ຽວ​ກັບ ການ​ປ້ອງ​ກັນ​ພືດ ​ແລະ ຄວບ​ຄຸມ​ສັດຕູ​ພືດ, ພ້ອມ​ທັງ​ຊອກ​ວິທີ​ການ, ມາດຖານ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ສັດຕູ​ພືດ ​ແບບ​ປອດ​ສານພິດ ຫລື ສີຂຽວ​ທີ່​ມີ​ປະສິດທິພາບ, ຊຶ່ງ​ມາດຕະຖານ​ດັ່ງ​ກ່າວ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ​ເປັນ​ທີ່​ຍອມຮັບທາງ​ດ້ານ​ວິຊາ​ການ​ໃນ​ພາກ​ພື້ນ ​ແລະ ສາກົນ.

ອ່ານຕໍ່: http://kpl.gov.la/detail.aspx?id=38996

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.

ຊຳຊຸງເປີດຕົວ Galaxy S26 FE ຍົກລະດັບກ້ອງ AI ໃໝ່ລ່າສຸດ ພ້ອມການອອກແບບສຸດພຣີມຽມ

ຊຳຊຸງເປີດຕົວ Galaxy S26 FE ສົ່ງມອບປະສົບການລະດັບເຮືອທຸງລ່າສຸດດ້ວຍ One UI 9 ແລະ ຟີເຈີກ້ອງພ້ອມ Galaxy AI ສຸດລ້ຳ ຊ່ວຍຍົກລະດັບການຖ່າຍພາບ, ການສ້າງສັນ ແລະ ການເຮັດກິດຈະກຳອອນລາຍໃນທຸກໆ ມື້. ກັບການອອກແບບທີ່ບາງເບົາ, Galaxy S26 FE ຫຼູຫຼາ ແຕ່ທົນທານດ້ວຍ...