ປະຊາຊົນ ກຸ່ມພັດທະນານໍ້າບໍ່ ເມືອງໂພນໄຊ ຮ່ວມກັນສ້ອມ ແປງທາງຍາວ 17 ກວ່າກິໂລແມັດ.

ເມື່ອບໍ່ດົນມານີ້, ຄະນະພັກຮາກຖານ ກຸ່ມພັດທະນານໍ້າບໍ່ ເມືອງໂພນໄຊ ແຂວງຫລວງພະບາງ ໄດ້ສົມທົບກັບອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ 5 ບ້ານຄື: ບ້ານນໍ້າບໍ່,ທ່າໂພ,ຫ້ວຍລອນ,ໜອງຄໍາ ແລະ ບ້ານຫ້ວຍສາລາໄດ້ພ້ອມກັນສ້າງຂະບວນການອອກແຮງງານ ສ້ອມແປງເສັ້ນທາງ ເຊິ່ງມີຄວາມຍາວ 17,5 ກິໂລແມັດ ໂດຍໄດ້ພ້ອມກັນເອົາພ້າ,ຈົກ, ຊ້ວນ ແລະ ເຄື່ອງມືທີ່ຈໍາເປັນຕ່າງໆ ມາອອກແຮງງານ ແລະ ຖາງຫຍ້າແຄມທາງ, ຂຸດຮ່ອງລະບາຍນໍ້າ,ສ້ອມແປງເສັ້ນທາງບ່ອນທີ່ເປເພ,ຖົມບວກຂຸມ ແລະ ບ່ອນທີ່ມັນເຈື່ອນໂດຍມີແຮງງານເຂົ້າຮ່ວມທັງໜົດ 550 ຄົນ.
ທ່ານ ຄໍາພຸດ ແກ້ວບຸນມາ ຫົວໜ້າກຸ່ມພັດທະນານໍ້າບໍ່ ເມືອງໂພນໄຊ ໄດ້ໃຫ້ສໍາພາດວ່າ: ໃນວັນທີ 18-29 ສິງຫາ ຜ່ານມາ ໄດ້ເກີດມີຝົນຕົກໜັກຕິດຕໍ່ກັນຫລາຍວັນ ເຮັດໃຫ້ເສັ້ນທາງຄົມມະນາຄົມ ລະຫ່ວາງ ບ້ານຕໍ່ບ້ານ ໄດ້ຮັບຜົນກະທົບ,ເສັ້ນທາງບາງບ່ອນຖືກຕັດຂາດ, ບາງບ່ອນລົດໃຫຍ່ບໍ່ສາມາດທ່ຽວໄດ້,ທໍ່ນໍ້າລອດທາງບາງບ່ອນເປ່ເພເສຍຫາຍ. ສະນັ້ນຈຶ່ງໄດ້ສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ໂພນໄຊ ແລະ ພໍ່ແມ່ປະຊາຊົນ ສ້າງຂະບວນການໃນຄັ້ງນີ້ ເພື່ອເຮັດໃຫ້ການສັນຈອນ ພາຫະນະລົດຈັກ ແລະ ລົດໃຫ່ຍສາມາດໄປມາໄດ້ຢ່າງສະດວກ.

Cr. KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,