Friday, March 21, 2025

Tag: ນ້ຳຕົກຕາດ

ນ້ຳຕົກຕາດ ຫ້ວຍປາຕີນ ຄວາມອຸດົມສົມບູນທີ່ຫາຊົມໄດ້ຍາກ

ແຂວງ ໄຊສົມບຸູນ ຖືວ່າເປັນແຂວງໃໝ່ ທີ່ຫາກໍຕັ້ງຂຶ້ນບໍ່ພໍເທົ່າໃດປີ ແລະ ກໍເປັນອີກແຂວງໜຶ່ງທີ່ ມີທ່າແຮງຫຼາຍ ດ້ານ ບໍ່ວ່າຈະເປັນ ທ່າແຮງທາງດ້ານກະສິກຳ, ການທ່ອງທ່ຽວ ແລະ ອື່ນໆ ເຊິ່ງເລີ່ມມີບົດບາດຫຼາຍຂຶ້ນໃນໄລຍະຫຼັງໆມານີ້. ເມື່ອເວົ້າເຖິງການທ່ອງທ່ຽວຂອງແຂວງ ໄຊສົມບູນ ແລ້ວ ກໍມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈຫຼາຍແຫ່ງທີ່ໜ້າສົນໃຈ ແຕ່ສະຖານທີ່ ທີ່ເພິ່ນຄົ້ນພົບຂຶ້ນມາໃໝ່ ແມ່ນນ້ຳຕົກຕາດ ຫ້ວຍປາຕີນ ທີ່ຕັ້ງຢູ່ບ້ານ ຜາສະຫງົບ, ເມືອງ ອະນຸວົງ, ແຂວງ ໄຊສົມບູນ.

ນ້ຳຕົກຕາດຜາສ້ວມ ແຫ່ງທ່ອງທ່ຽວທາງທຳມະຊາດ ຂອງເມືອງບາຈຽງ

ນ້ຳຕົກຕາດຜາສ້ວມ ມີຄວາມສວຍສົດງົດງາມ, ມີປ່າໄມ້ທີ່ອຸດົມສົມບູນ ເຕັມໄປດ້ວຍທຳມະຊາດ ແລະ ນ້ຳໃສສະອາດ, ນ້ຳຈະງາມໃນຊ່ວງວັນທີ 19-23 ຂອງເດືອນ ຕຸລາ ຕົວຕາດເປັນຜາລຽນຕັ້ງເປັນລະບຽບ ມີຄວາມສູງປະມານ 5-7 ແມັດ ແລະມີກະແສນ້ຳທີ່ໄຫຼຜ່ານຕາມຜາຫີນດັ່ງກ່າວ  ເຊິ່ງນ້ຳຕົກທີ່ໄຫຼຈາກຫ້ວຍຈຳປີ ອັນມີຈຸດກຳເນີດຈາກ ພູເທວະດາ ເມືອງປາກຊ່ອງ ເຊິ່ງເປັນສາຍນ້ຳທີ່ໄຫຼຈາກໃຕ້ໄປຫາເໜືອ ທີ່ຜ່ານຫີນທີ່ມີຂະໜາດໃຫຍ່ ທີ່ມີລັກສະນະເປັນໂງ່ນຫີນ ຮູບຮ່າງຄືກັບຫ້ອງນອນຂອງຄູ່ບ່າວສາວ.

ຊົມຄວາມງົດງາມ 3 ນ້ຳຕົກຕາດ ທີ່ແຂວງ ວຽງຈັນ.

ຕາດປາຍ, ຕາດກາງ ແລະ ຕາດຊາວວາ (ຫຼື ຕາກຊາວາ) ເປັນ 3 ນ້ຳຕົກຕາດ ທີ່ມີຄວາມສວຍງາມ ແລະ ອຸດົມສົມບູນ ເຊິ່ງຕັ້ງຢູ່ໃກ້ກັບບ້ານ ນ້ຳແຄ້, ເມືອງ ທຸລະຄົມ, ແຂວງ ວຽງຈັນ.

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!