Tag: ສາຍການບິນ

VietJet ຫຼຸດລາຄາປີ້ຊັ້ນ ທຸລະກິດ ແລະ Sky Boss: VietJet ຫຼຸດລາຄາປີ້ຊັ້ນ ທຸລະກິດ ແລະ Sky Boss:

(ນະຄອນຫຼວງວຽງຈັນ, ວັນທີ 04 ມິຖຸນາ 2024) – VietJet ມອບສ່ວນຫຼຸດ 50% ( ບໍ່ລວມພາສີ ແລະ ຄ່າທຳນຽມ ) ສຳລັບປີ້ຊັ້ນທຸລະກິດ ແລະ Sky Boss ທຸກສາຍການບິນທັງພາຍໃນ ແລະ ຕ່າງປະເທດ, ລວມທັງຖ້ຽວບິນຈາກນະຄອນຫຼວງວຽງຈັນໄປຫານະຄອນໂຮ່ຈີມິນ !

Vietjet ໄດ້​ຮັບ​ລາງວັນ “ສາຍ​ການ​ບິນ​ລາຄາປະ​ຢັດ​ທີ່ດີ​ທີ່​ສຸດ” ແລະ “ສາຍ​ການ​ບິນ​ຕົ້ນທຶນຕໍ່າ ທີ່ໃຫ້​ບໍລິການ​ດີທີ່ສຸດ” ໃນ​ປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 30 ພຶດສະພາ 2024) – Vietjet ໄດ້ຮັບນາມມະຍົດ “ສາຍ​ການ​ບິນ​ລາຄາປະ​ຢັດ​ທີ່ດີ​ທີ່​ສຸດ” ແລະ “ສາຍ​ການ​ບິນ​ຕົ້ນທຶນຕໍ່າ ທີ່ໃຫ້​ບໍລິການ​ດີທີ່ສຸດ” ໂດຍ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນທີ່ມີຊື່ສຽງຂອງໂລກ.

Vietjet ກ້າວ​ໄປ​ອີກຂັ້ນ ​ໃນ​ຖານະ​​ສາຍ​ການ​ບິນ​ທຳອິດ ​ທີ່​ໃຫ້ບໍລິການຖ້ຽວ​ບິນ​​ກົງ​ລະຫວ່າງ ຮ່າ​ໂນ້ຍ ​ແລະ Hiroshima.

(ນະຄອນຫຼວງວຽງຈັນ, ວັນທີ 22 ພຶດສະພາ 2024) - Vietjet ມີຄວາມຍິນດີທີ່ຈະເປີດເສັ້ນທາງບິນກົງເຊື່ອມຕໍ່ຮ່າໂນ້ຍ, ນະຄອນຫຼວງຂອງຫວຽດນາມ ກັບນະຄອນ Hiroshima ຂອງຍີ່ປຸ່ນ. ຖ້ຽວ​ບິນໃໝ່​ນີ້​ແມ່ນ​ເສັ້ນທາງ​ສາຍ​ການບິນ​ທີ 8 ຂອງ​ສອງ​ປະ​ເທດ ​ແລະ ​ເປັນ​ສາຍ​ການບິນ​ກົງ​ສາຍ​ດຽວ​ລະຫວ່າງ Hiroshima ​ແລະ ຮ່າ​ໂນ້ຍ, ຫຼຸດຜ່ອນ​ເວລາ​ເດີນທາງ​ລົງ ​ແລະ ມອບ​ປະສົບ​ການ​ໃນ​ການ​ເດີນທາງ​ລະຫວ່າງ​ສອງ​ປະເທດ.

ບັນຍາກາດໃນລະດູຮ້ອນກຳລັງຄືກຄື້ນເມື່ອ Vietjet ເລີ່ມຕົ້ນລະດູການແຫ່ງການສະເຫຼີມສະຫຼອງ

(ນະຄອນຫຼວງວຽງຈັນ, ວັນທີ 15 ພຶດສະພາ 2024) - ກຽມຕົວໃຫ້ພ້ອມກັບການພະຈົນໄພໃນລະດູຮ້ອນທີ່ໜ້າຕື່ນເຕັ້ນໄປກັບ Vietjet! ກັບໂປຣໂມຊັນສຸດພິເສດຫຼາກຫຼາຍ, ບໍ່ວ່າຈະເປັນປີ້ຫຼຸດລາຄາ ໄປຈົນເຖິງການແຈກຂອງລາງວັນພິເສດໃນທຸກໆມື້. ບິນເຖິງຈຸດໝາຍປາຍທາງທີ່ທ່ານຕອ້ງການ ດ້ວຍລາຄາປະຢັດ ແລະ ຍັງມີໂອກາດລຸ້ນໂຊກໃຫຍ່ກັບ Vietjet ນໍາອີກ.

Vietjet ວາງເປົ້າໝາຍຮັບຜູ້ໂດຍສານເຖິງ 27 ລ້ານຄົນ ແລະ ຈ່າຍເງິນປັນຜົນ 25% ໃນປີ 2024, ສ້າງລາຍຮັບການຄົມມະນາຄົມ-ຂົນສົ່ງທາງອາກາດຫຼາຍກວ່າ 701 ລ້ານໂດລາ USD ໃນໄຕມາດທີ 1

(ນະຄອນຫຼວງວຽງຈັນ, ວັນທີ 07 ພຶດສະພາ 2024) - ບໍລິສັດຫຸ້ນສ່ວນການບິນ Vietjet (HoSE: VJC) ໄດ້ໄຂກອງປະຊຸມໃຫຍ່ຜູ້ຖືຫຸ້ນ (GMS) ປະຈຳປີ 2024 ແລະ ຮັບຮອງເອົາແຜນການດໍາເນີນທຸລະກິດປະຈໍາປີ 2024. ໂດຍມີຈຸດປະສົງໃນການຮັກສາຄວາມເປັນສາຍການບິນຊັ້ນນຳພາຍໃນປະເທດ ແລະ ຂະຫຍາຍຕາໜ່າງການບິນສາກົນຕື່ມອີກ. Vietjet ຍັງ​ໄດ້​ລາຍ​ງານ​ຜົນ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ພົ້ນ​ເດັ່ນ​ໃນ​ໄຕ​ມາດ​ທີ 1 ປະຈໍາປີ 2024, ​ເພື່ອປູ​ທາງ​ໄປສູ່​ຄວາມ​ສຳ​ເລັດ​ໃນປີຕໍ່ໆໄປ.

Vietjet ຊຸກຍູ້​ການ​ເຊື່ອມ​ຕໍ່​ກັບ ​ກຸງ​ໂຊ​ລ ​ແລະ ​ໄທ​ເປ ຈາກ​ ຟູກວັກ ເພີ່ມ​ບ່ອນນັ່ງຫຼາຍກວ່າ 86,000 ບ່ອນ ​ໃນຊ່ວງ​ມື້ພັກ ຍາວທີ່ສຸດເປັນ​ອັນ​ດັບ​ສອງ​ຂອງ​ຫວຽດ​ນາມ

(ນະຄອນຫຼວງວຽງຈັນ, 24 ເມສາ 2024) - Vietjet ໃຫ້ຕົວເລືອກໃນການເດີນທາງ ດ້ວຍຮອບບິນເພີ່ມຂຶ້ນ ໃນເສັ້ນທາງໂດຍກົງຈາກ ເກາະສະຫວັນ ຟູກວັກ (Phu Quoc) ຫາ ໂຊລ (Seoul) ແລະ ໄທເປ (Taipei) ເນື່ອງຈາກຄວາມຕ້ອງການທ່ອງທ່ຽວໃນລະດູຮ້ອນທີ່ເພີ່ມຂຶ້ນ.

Vietjet ເພີ່ມການບໍລິການໃໝ່ໃນ ປະເທດຈີນ ເຊື່ອມຕໍ່ນະຄອນໂຮ່ຈິມິນ ກັບ ຊີອານ.

(ນະຄອນຫຼວງວຽງຈັນ, ວັນທີ 10 ເມສາ, 2024) – ຄວາມຕື່ນເຕັ້ນເທື່ອໃໝ່ກຳລັງຈະເກີດຂຶ້ນ ເພາະວ່າ Vietjet ໄດ້ຂະຫຍາຍເຄືອຂ່າຍການບິນລະຫວ່າງຫວຽດນາມ ແລະ ຈີນເພີ່ມເຕີມອີກ, ຫຼັງຈາກການເປີດໂຕບໍລິການຖ້ຽວບິນ Shanghai ແລະ Chengdu ໃນຕົ້ນປີນີ້.

ບົດ​ລາຍ​ງານ​​ປີ 2023 ຂອງ Vietjet ເຜີຍໃຫ້ເຫັນເຖິງການເຕີບໂຕຂອງເຄືອ​ຂ່າຍຖ້ຽວ​ບິນ​ສາ​ກົນ​ ດ້ວຍ​ລາຍ​ຮັບ​ການ​ຂົນ​ສົ່ງ​ທາງ​ອາ​ກາດສູງເຖິງ 2,16 ຕື້ USD.

(ນະຄອນຫຼວງວຽງຈັນ, ວັນທີ 03 ເມສາ 2024) - ບໍລິສັດຫຸ້ນສ່ວນການບິນ Vietjet (HOSE: VJC) ໄດ້ເປີດເຜີຍບົດລາຍງານການເງິນທີ່ກວດສອບໄດ້ໃນປີ 2023, ສະແດງໃຫ້ເຫັນເຖິງການເຕີບໂຕຢ່າງເຂັ້ມແຂງຕະຫຼອດປີ.