Thursday, March 20, 2025

Tag: ອົງການກາແດງ

ປະຊາຊົນ ຫຼາຍພັນກວ່າຄົນ ຮ່ວມບໍລິຈາກເລືອດ ທີ່ສູນການຄ້າລາວໄອເຕັກມໍ.

ໃນຕອນເຊົ້າ ວັນທີ 14 ມິຖຸນາ 2023 ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຮ່ວມກັບຫຼາຍພາກສ່ວນ ໄດ້ມີການຈັດງານສະເຫຼີມສະຫຼອງວັນບໍລິຈາກເລືອດໂລກ ເພື່ອສົ່ງເສີມການບໍລິຈາກເລືອດ ທີ່ສູນການຄ້າລາວໄອເຕັກມໍ ນະຄອນຫຼວງວຽງຈັນ ໂດຍນັກສຶກສາ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ຫຼາຍພັນກວ່າຄົນ ທີ່ໄດ້ຮ່ວມບໍລິຈາກເລືອດໃນຄັ້ງນີ້.

ຫຼາຍພາກສ່ວນ ໃຫ້ການສະໜັບສະໜູນ ວັນບໍລິຈາກເລືອດໂລກ.

ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ແລະ ຫຼາຍພາກສ່ວນ ໄດ້ເຊັນບົດບັນທຶກການຮ່ວມມືໃນການ ຊ່ວຍເຫຼືອລ້າເຂົ້າໃນກິດຈະກໍາເນື່ອງໃນງານສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ໃນວັນທີ 14 ມິຖຸນາ 2023 ທີ່ຈະມາເຖິງນີ້, ຈຸດປະສົງໃນການຊ່ວຍເຫຼືອລ້າໃນຄັ້ງນີ້ ເພື່ອເປັນການສືບຕໍ່ປະກອບສ່ວນໃນການ ຊ່ວຍເຫຼືອສັງຄົມ ແລະ ຊ່ວຍເຫຼືອລ້າ ປະກັນໄພອຸປະຕິເຫດສ່ວນບຸກຄົນໃຫ້ແກ່ຜູ້ສະໝັກໃຈ ບໍລິຈາກເລືອດໃຫ້ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຄືກັບປີທີ່ຜ່ານມາ.

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ທ່ານ ຮສ. ດ.ຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງມອບເຄື່ອງຮັກສາສຸຂະອະນາໄມ ເພື່ອຕ້ານພະຍາດໂຄວິດ 19 ໃຫ້ແກ່ນ້ອງນັກຮຽນ ຢູ່ໂຮງຮຽນມັດທະຍົມສຶກສານໍ້າໂມ້ ເມືອງອະນຸວົງ ແຂວງໄຊສົມບູນ

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!