ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ແລະ ຫຼາຍພາກສ່ວນ ໄດ້ເຊັນບົດບັນທຶກການຮ່ວມມືໃນການ ຊ່ວຍເຫຼືອລ້າເຂົ້າໃນກິດຈະກໍາເນື່ອງໃນງານສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ໃນວັນທີ 14 ມິຖຸນາ 2023 ທີ່ຈະມາເຖິງນີ້, ຈຸດປະສົງໃນການຊ່ວຍເຫຼືອລ້າໃນຄັ້ງນີ້ ເພື່ອເປັນການສືບຕໍ່ປະກອບສ່ວນໃນການ ຊ່ວຍເຫຼືອສັງຄົມ ແລະ ຊ່ວຍເຫຼືອລ້າ ປະກັນໄພອຸປະຕິເຫດສ່ວນບຸກຄົນໃຫ້ແກ່ຜູ້ສະໝັກໃຈ ບໍລິຈາກເລືອດໃຫ້ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຄືກັບປີທີ່ຜ່ານມາ.
ບົດບັນທຶກການຮ່ວມມືໄດ້ຮັບການລົງນາມໂດຍ ດຣ ຈັນທະລາ ສຸກສາຄອນ ຫົວຫນ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ແລະ ທ່ານ ດີນ ໂຣບິນສັນ ຜູ້ອຳນວຍການໃຫຍ່, ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ, ນອກຈາກນີ້ ຍັງມີ ຄະນະນໍາຂອງທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພະຍານ ຊຶ່ງນຳພາໂດຍ ດຣ ຈັນທະລາ ສຸກສາຄອນ ຫົວຫນ້າ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ແລະ ທ່ານ ມາດາມ ແສງດາວ ບຸພະກອນຄຳ ປະທານສະພາບໍລິຫານ ບໍລິສັດ ພົງສະຫວັນ ປະກັນ ໄພ (ເອພີເອ) ຈຳກັດ ແລະ ປະທານສະມາຄົມປະກັນໄພ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.
ເຊິ່ງເນື້ອໃນຂອງບົດບັນທຶກການຮ່ວມມືໃນການຊ່ວຍເຫຼືອລ້າ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນ ແລະ ມອບເງິນສະໜັບສະໜູນໃນຄັ້ງນີ້ ເພື່ອເປັນການປະກອບສ່ວນ ສະຖາບັນເລືອດ ແຫ່ງຊາດ ອົງການກາແດງແຫ່ງຊາດລາວ ເລີ່ມຕັ້ງແຕ່ວັນທີ່ 14 ມິຖຸນາ 2023 ເປັນຕົ້ນໄປ ໂດຍເງິນສະໜັບສະໜູນຈາກບໍລິສັດຄູ່ ຮ່ວມທຸລະກິດຕ່າງໆ ລວມເງິນທັງໝົດ 91 ລ້ານກີບ ແລະ ເຄື່ອງສະໜັບສະໜູນອື່ນໆ ຊຶ່ງປະກັນໄພອຸປະຕິເຫດສ່ວນບຸກຄົນແມ່ນພ້ອມໃຫ້ຄວາມຄຸ້ມຄອງ 24/7 ຕໍ່ບຸກຄົນ ແລະ ທົດແທນຄ່າໃຊ້ ຈ່າຍຕ່າງໆທີ່ເກີດຈາກອຸປະຕິເຫດຈາກການດຳລົງຊີວິດປະຈໍາວັນທີ່ມີວົງເງິນຄຸ້ມຄອງລວມສູງສຸດ 7,5 ຕື້ກີບ ສຳລັບ 1,500 ຄົນ ເປັນໄລຍະເວລາ 01 ປີເຕັມ.
ໂດຍລວມການສະໜັບສະໜູນທັງໝົດຕາມລາຍລະອຽດດັ່ງນີ້:
- ພົງສະຫວັນປະກັນໄພ (ເອພີເອ) ມອບປະກັນໄພ ອຸປະຕິເຫດສ່ວນບຸກຄົນ ຈຳນວນ 1.500 ຄົນ, ວົງເງິນຄຸ້ມຄອງລວມ 7,5 ຕື້ກີບ
- Whessoe Lao Sole Co., Ltd. ມອບເງິນສະໜັບສະໜູນ 50 ລ້ານກີບ
- ANZ Laos ມອບເງິນສະໜັບສະໜູນ 1,000 ໂດລາ ແລະ ຕຸກໃສ່ນໍ້າ ຈໍານວນ 100 ຕຸກ
- ທະນາຄານ ພົງສະຫວັນ ມອບເງິນສະໜັບສະໜູນ 10 ລ້ານກີບ
- LOCA Company Limited ມອບເງິນສະໜັບສະໜູນ 5 ລ້ານກີບ
- CM Healthcare ມອບເງິນສະໜັບສະໜູນ 5 ລ້ານກີບ
- Phongsavanh Construction PAC CO.,LTD ມອບເງິນສະໜັບສະໜູນ 2,5 ລ້ານກີບ
- LEG LAO CO.,LTD ມອບເງິນສະໜັບສະໜູນ 1 ລ້ານກີບ
- Master Clinic Vientiane ໃຫ້ບໍລິການ ກວດຄວາມສົມດຸນຂອງເລືອດ ແລະ ເຄື່ອງດື່ມຈຳນວນ 200 ຊຸດ
- S VangVieng Boutique Hotel ມອບຫ້ອງພັກຂອງໂຮງແຮມຈຳນວນ 1 ຫ້ອງ 2 ຄືນ ພ້ອມອາຫານເຊົ້າ.
- Unilever Services (Lao) Sole Co.,Ltd ມອບກະແລ້ມ ແລະ ຄະນໍຣໂຈ໊ກ 1,000 ຊຸດ ສຳລັບງານທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ແລະ 200 ຊຸດ ສໍາລັບງານທີ່ຫຼວງພະບາງ
- Alliance International Medical Centre ມອບຄູ່ປ໋ອງສ່ວນຫຼຸດ 20% ສຳລັບການກວດສຸຂະພາບ ຈໍານວນ 100 ໃບ
- Senglao F&B Hospitality Group ມອບຄູ່ປ໋ອງເຄື່ອງດື່ມ ຟຣີ ຈຳນວນ 100 ໃບ
- Lao Coca-Cola Bottling Company Limited ມອບນ້ຳດື່ມ ຈຳນວນ 20 ແພັກ