ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 16 ມີນາ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ຮອງປະທານອົງການກາແດງແຫ່ງຊາດລາວ ໄດ້ລົງມອບເຄື່ອງຕ້ານໂຄວິດໃຫ້ແກ່ນັກຮຽນ

อาจเป็นรูปภาพของ 13 คน, เด็ก, ผู้คนกำลังนั่ง และ ผู้คนกำลังยืน

ທ່ານ ຮສ. ດ.ຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງມອບເຄື່ອງຮັກສາສຸຂະອະນາໄມ ເພື່ອຕ້ານພະຍາດໂຄວິດ 19 ໃຫ້ແກ່ນ້ອງນັກຮຽນ ຢູ່ໂຮງຮຽນມັດທະຍົມສຶກສານໍ້າໂມ້ ເມືອງອະນຸວົງ ແຂວງໄຊສົມບູນ

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກອົງການກາແດງປະເທດເກົາຫຼີ ຊຶ່ງປະກອບມີ: ຜ້າປິດປາກ, ເຈວ ແລະ ສະບູລ້າງມື, ຜ້າເຢັນຂ້າເຊື້ອ ແລະ ສາຍກໍ້ຜ້າປິດປາກ ໂດຍມີທັງໝົດ ຈໍານວນ 500 ຊຸດ ລວມມູນຄ່າ ຈໍານວນ 73 ລ້ານກີບ…ອ່ານຕໍ່

ເປີດການນຳໃຊ້ໂຄງການກໍ່ສ້າງລະບົບນໍ້າປະປາ ກຸ່ມບ້ານເມືອງຂາຍ ນະຄອນຫຼວງພະບາງ

ໂຄງການກໍ່ສ້າງລະບົບນໍ້າປະປາ ກຸ່ມບ້ານເມືອງຂາຍ ນະຄອນຫຼວງພະບາງ ແລະກຸ່ມບ້ານຫາດຮວາຍ-ປາກເກງ ເມືອງປາກແຊງ ແຂວງຫຼວງພະບາງ ແມ່ນໂຄງການຮ່ວມມືລະຫວ່າງ ພາກລັດ ແລະເອກະຊົນ ໂດຍແມ່ນການໃຫ້ທຶນຊ່ວຍເຫຼືອລ້າຈາກມູນນິທິ ອີດມິດເວດລາວ ຮ່ວມກັບບໍລິສັດເອກະຊົນ ເຊິ່ງປັດຈຸບັນແມ່ນໄດ້ສຳເລັດແລ້ວ 100%

ໂຄງການດັ່ງກ່າວມີພື້ນທີ່ ບໍລິການນໍ້າປະປາ 7 ບ້ານ ເຊັ່ນ: ບ້ານໂພນສະອາດ, ຖິ່ນຊົມ, ຖິ່ນແກ້ວ, ເມືອງຂາຍ, ອູ້, ປາກຊີ ແລະບ້ານຄົກມັນ. ຈໍານວນ 786 ຄອບຄົວ, ປະຊາກອນ 4.255 ຄົນ…ອ່ານຕໍ່

ຮອງເຈົ້າເມືອງໆທ່າໂທມ ລົງຊຸກຍູ້ປະຊາຊົນລ້ຽງສັດໃຫຍ່ ແລະ ປູກພືດລະດູແລ້ງ

อาจเป็นรูปภาพของ 6 คน, ผู้คนกำลังยืน, สัตว์ และ พื้นหญ้า

ຢູ່ທີ່ກູ່ມບ້ານທ່າວຽງໄຊ ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ມີກອງປະຊູມຊຸກຍູ້ພໍ່ແມ່ປະຊາຊົນປູກພືດລະດູແລ້ງ ແລະ ລ້ຽງງົວຈາກບໍລິສັດກູ່ມຄໍາໄພຊະນະ ພັດທະນາກະສິກຳ ແລະ ປ່າໄມ້ຄົບວົງຈອນຂື້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານສຸກສະເຫຼີມ ສົມມະນີ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານເສດຖະກິດ

ນອກນັ້ນຍັງໄດ້ຕິດຕາມການລ້ຽງງົວຂອງບໍລິສັດກູ່ມຄຳໄພຊະນະພັດທະນາກະສິກຳ ແລະ ປ່າໄມ້ ຄົບວົງຈອນໃນຈຳນວນ 4 ບ້ານຄື: ບ້ານນາຊົງ, ບ້ານທ່າວຽງໄຊ, ບ້ານວຽງທອງ ແລະ ບ້ານຫາດສາມຄອນ ມີງົວແມ່ພັນທັງໝົດ 376 ໂຕ, ມີລູກເກີດໃໝ່ຈຳນວນ 223 ໂຕ, ພ້ອມນັ້ນຍັງໄດ້ເຮັດສຳເລັດວຽກງານອື່ນໆອີກຫຼາຍດ້ານ…ອ່ານຕໍ່

ປະກາດ ບ້ານກາງ ແລະ ບ້ານໂພນສີ ເມືອງນານ ເປັນບ້ານວັດທະນະທໍາໃໝ່

ບ້ານກາງ ແລະ ບ້ານໂພນສີ ແມ່ນຂຶ້ນກັບກຸ່ມພັດທະນາເນີນສະຫວ່າງ ມີທີ່ຕັ້ງຫ່າງຈາກຕົວເມືອງປະມານ 39 ກິໂລແມັດ, ມີຄອບຄົວທັງໝົດ 164 ຄອບຄົວ, ມີພົນລະເມືອງ 829 ຄົນ, ຍິງ 404 ຄົນ ທັງ 2 ບ້ານເປັນບ້ານເຜົ່າກື່ມມຸ ຍຶດຖືອາຊີບທໍາການຜະລິດ, ປູກຝັງ ແລະ ລ້ຽງສັດເປັນຕົ້ນຕໍ ຜ່ານການລົງເກັບກໍາຂໍ້ມູນຕາມມາດຖານ, ເງື່ອນໄຂຂອງການສ້າງບ້ານ ແລະ ຄອບຄົວວັດທະນະທໍາ ມີຄອບຄົວທີ່ປະເມີນໄດ້ຄົບຖ້ວນຕາມ 5 ມາດຖານທັງໝົດ 156 ຄອບຄົວ.

ຈາກນັ້ນພິທີກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ເລກທີ 283/ຈຂ.ຫຼບ ວ່າດ້ວຍການຕົກລົງຢັ້ງຢືນເອົາບ້ານວັດທະນະທໍາ ຈໍານວນ 2 ບ້ານ ຂອງເມືອງນານ, ແຂວງຫຼວງພະບາງ ເປັນບ້ານວັດທະນະທໍາໃໝ່ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ-ເມືອງນານ ເລກທີ 180/ຈມ.ມນ ວ່າດ້ວຍການອານຸມັດຮັບຮອງເອົາຄອບຄົວວັດທະນະທໍາບ້ານ ກາງ ແລະ ບ້ານໂພນສີ ເປັນຄອບຄົວວັດທະນະທໍາໃໝ່…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...