ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປະຈຳວັນທີ 26 ມີນາ 2022| ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ຫຼວງນໍ້າທາ ຈະສ້າງສວນອະນຸລັກຊີວະນາໆພັນທີ່ເປັນຢາ ຂະແໜງອາຫານ ແລະ ຢາ

ພະແນກສາທາລະນາສຸກແຂວງຫຼວງນໍ້າທາ ໄດ້ລົງສໍາຫຼວດເຂດພື້ນທີ່ຈະສ້າງສວນອະນຸລັກຊີວະນາໆພັນ ທີ່ເປັນຢາ ຢູ່ເຂດກິ່ວລົມເມືອງຫຼວງນໍ້າທາ ເມື່ອບໍ່ດົນມານີ້.

ການລົງສໍາຫຼວດພື້ນທີ່ຕົວຈິງເຂດກິ່ວລົມເມືອງຫຼວງນໍ້າທາ ຄັ້ງນີ້ ແມ່ນໄດ້ກໍານົດເອົາເນື້ອທີ່ 50 ເຮັກຕາ ເປັນພື້ນທີ່ ຈະສ້າງສວນອະນຸລັກຊີວະນາໆພັນ ທີ່ເປັນຢາ ໃນອະນາຄົດ, ຊຶ່ງຈະເລີ່ມຕັ້ງແຕ່ຈຸດປ້ອມຍາມຂອງ ປກສ ປະຈໍາເຂດກິ່ວລົມລຽບຕາມເສັ້ນທາງລົດລົງມາທາງເມືອງຫຼວງນໍ້າທາ…ອ່ານຕໍ່

ຈັບໄດ້ແລ້ວ! ໂຈນທີ່ໃຊ້ງ້າວຟັນຜູ້ຍິງ ເພື່ອປຸ້ນເອົາລົດຈັກ ຢູ່ບ້ານສະຫວ່າງ

ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນສາມາດຈັບໂຈນທີ່ໃຊ້ງ້າວຟັນຜູ້ຍິງ ຈົນໄດ້ຮັບບາດເຈັບ ເພື່ອປຸ້ນເອົາລົດຈັກໄດ້ແລ້ວ, ຊື່ທ້າວ ໂຕບີ່ ອາຍຸ 27 ປີ ອາຊີບວ່າງງານ ຢູ່ບ້ານໜອງປິງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ສ່ວນຜູ້ຮ່ວມຂະບວນການອີກໜຶ່ງຄົນຍັງເອົາຕົວຫຼົບໜີ.

ເຫດການດັ່ງກ່າວເກີດຂຶ້ນ ໃນຄໍ່າຄືນຂອງວັນທີ 13 ມີນາ 2022 ທີ່ຜ່ານມາ ເວລາ 1:00 ໂມງ ຢູ່ເສັ້ນທາງເຂດບ້ານສະຫວ່າງ ແຕ່ບໍ່ໄດ້ລົດ…ອ່ານຕໍ່

ນະຄອນຫຼວງ! ເລີ່ມທົດລອງໂຄງການຫັນສິ່ງເສດເຫຼືອມາເປັນຝຸ່ນບົ່ມ

ຫ້ອງການຄຸ້ມຄອງ ແລະ ອົງການ ບໍລິຫານຕົວເມືອງວຽງຈັນໄດ້ເປີດໂຮງງານເພື່ອເອົາສິ່ງເສດເຫຼືອມາ ຜະລິດເປັນຝຸ່ນບົ່ມ ຢູ່ ນະຄອນຫຼວງວຽງຈັນ

ໂຮງງານດັ່ງກ່າວນີ້ເປັນໂຄງການທົດລອງທໍາອິດຂອງລັດຖະບານລາວຊຶ່ງຄຸ້ມຄອງໂດຍຫ້ອງການຄຸ້ມຄອງ ແລະ ອົງການ ບໍລິຫານຕົວເມືອງວຽງຈັນ ແລະ ໄດ້ຮັບການສະໜັບສະໜູນຈາກລັດຖະບານ ສ. ເກົາຫຼີ ຜ່ານອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ປະຈໍາລາວ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...