Tag: ວັນແມ່ຍິງສາກົນ

8 ມີນາ ເລື່ອງໃດທີ່ເຈົ້າຢາກຂໍໂທດແມ່ຫຼາຍທີ່ສຸດ

ເຊື່ອວ່າ ຫຼາຍຄົນກໍອາດຈະເຄີຍຫຼົງເຮັດໃຫ້ແມ່ເສຍໃຈບໍ່ວ່າຈະເປັນຄຳເວົ້າ ຫຼື ການກະທຳ ລອງກັບໄປຕັ້ງແຕ່ຕອນທີ່ເຮົາຍັງນ້ອຍ ໄຮ້ດຽງສາ ຈົນຕອນທີ່ເຮົາໃຫຍ່ກ້າໜ້າບານ ວ່າເຮົາເຮັດໂຕດີກັບແມ່ຜູ້ໃຫ້ກຳເນີດເຮົາແລ້ວຫຼືບໍ?  ມືນ້ອຍໆ ທີ່ແມ່ຄ່ອຍເບິ່ງແຍງຖະນຸຖະນອມ ບາງຄົນໃຫຍ່ມາກັບໃຊ້ມືນັ້ນເຮັດສິ່ງບໍ່ໍດີເຮັດໃຫ້ແມ່ເສຍໃຈ.

ປະຫວັດຄວາມເປັນມາ ວັນແມ່ຍິງສາກົນ 8 ມີນາ.

ວັນແມ່ຍິງສາກົນ ໄດ້ກຳເນີດເກີດຂຶ້ນ ຍ້ອນແມ່ຍິງ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບ ຄ່າຈ້າງດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບ ປົກປັກຮັກສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ.

ເຈົ້າຢາກບອກຫຍັງກັບແມ່? ໃນວັນແມ່ປີນີ້

ວັນແມ່ກໍໝູນວຽນມາເຖິງອີກວາລະໜຶ່ງແລ້ວ ແຕ່ກໍຍັງມີອີກຫຼາຍໆຄົນທີ່ບໍ່ກ້າສະແດງຄວາມຮັກອອກໃຫ້ແມ່ຮັບຮູ້ ໃນວັນທົ່ວໆໄປ ແຕ່ການສະແດງຄວາມຮັກຂອງແຕ່ລະຄົນກໍມີຄວາມແຕກຕ່າງກັນອອກໄປວ່າຈະສະແດງໃນຮູບແບບໃດ ແລ້ວໃນວັນແມ່ປີນີ້ເດ່ ເຈົ້າຢາກບອກຫຍັງກັບແມ່ເຈົ້າ. ມື້ນີ້ເຮົາມີໂອກາດໄດ້ສອບຖາມ ນ້ອງ ຂັນໄຊ ແຖມພູຄຳ ແລະ ນ້ອງ ກັນຍາລັດ ແຊ່ຈ້າວ ວ່າເພີ່ນຢາກບອກຫຍັງກັບແມ່ໃນວັນແມ່ປີນີ້ໄປເບິ່ງນຳກັນເລີຍ.