ສື່ມວນຊົນລາວ ໄດ້ຮັບການພັດທະນາກ້າວຂຶ້ນສູ່ພາກພື້ນ-ສາກົນ

ເນື່ອງໃນໂອກາດສະ ເຫລີມສະຫລອງ ວັນສື່ມວນຊົນ ຄົບຮອບ 68 ປີ( 13 ສິງຫາ 1950 – 13 ສິງຫາ 2018), ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນຜູ້ຊີ້ນຳວຽກງານຖະແຫລງຂ່າວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ10 ສິງຫາ 2018 ນີ້ວ່າ: ໃນຍຸກການເຊື່ອມໂຍງ ຫລື ໃນຍຸກໂລກາພິວັດ, ສື່ມວນຊົນລາວ ໄດ້ມີໂອກາດພັດທະນາຕົນເອງ ໃນທຸກດ້ານ
ທ່ານ ຮອງລັດຖະມົນຕີ ຍັງໃຫ້ຮູ້ວ່າ: ໃນຍຸກແຫ່ງການເຊື່ອມໂຍງຢູ່ໃນສາກົນ ສື່ມວນຊົນລາວມີຄວາມພ້ອມ ໃນການປະຕິບັດຫນ້າທີ່, ຮັບໃຊ້ພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່ ຕາມ ພາ ລະບົດບາດຂອງສື່່ມວນຊົນ ແລະ ເຮັດຫນ້າທີ່ໃນການສື່ສານ ລະຫວ່າງ ລາວກັບພາກພື້ນ ແລະ ບັນດາປະເທດ ໃຫ້ເກີດມີຄວາມເຂົ້າໃຈກ່ຽວກັບປະເທດລາວ.
ຈາກການລາຍງານຂ່າວ ຜ່ານສື່ມວນຊົນຂອງລາວ ເຮັດໃຫ້ບັນດາປະເທດເພື່ອນມິດ ກໍຄືວົງຄະນາຍາດສາກົນ ໄດ້ມີຄວາມຮັບຮູ້ ຄວາມເຂົ້າໃຈ ກ່ຽວກັບການປ່ຽນແປງ ໃນການຊີ້ແຈງອະທິບາຍກ່ຽວກັບ ວັດທະນະທຳ-ສັງຄົມ ຂອງປະເທດລາວ, ລວມທັງລະບອບການເມືອງ ແລະ ສາມາດຕອບໂຕ້ຄວາມພະຍາຍາມໂຄສະນາ ໃສ່ຮ້າຍປ້າຍສີ ແລະ ການໂຄສະນາ ບິດ ເບືອນຄວາມຈິງ ຂອງກຸ່ມທີ່ບໍ່ຫວັງດີຕໍ່ປະເທດຂອງເຮົາ ໄດ້ໃນລະດັບທີ່ແນ່ນອນ.
Cr. http://kpl.gov.la/detail.aspx?id=37973

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,