ການເຄື່ອນໄຫວຈັດຕັ້ງປະຕິບັດ ກ່ຽວກັບການຊ່ວຍເຫລືອ ແລະ ບັນເທົາທຸກແກ່ຜູ້ປະ ສົບໄພນໍ້າຖ້ວມ ຈາກເຫດການ ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງສະໜາມໄຊ ແຂວງອັດຕະປື, ມາຮອດວັນທີ 8 ສິງຫາ 2018 ທາງການຈັດຕັ້ງພາກລັດ ກໍໄດ້ເອົາໃຈໃສ່ເບິ່ງແຍງ ແລະ ຊ່ວຍເຫລືອຜູ້ປະສົບໄພເປັນຢ່າງດີ
ສ່ວນການກໍ່ສ້າງຮືອນພັກຊົ່ວຄາວ, ທ່ານ ວິໄລພອນ ດາລາແສນ ຮອງຫົວໜ້າ ພະແນກ ຊັບພະຍາກອນ ແລະ ສິ່ງເວດລ້ອມ, ຄະນະຍົກຍ້າຍຈັດສັນທີ່ຢູ່ອາໄສພາຍໃນເຂດ ທີ່ໄດ້ຮັບຜົນກະທົບ ໄດ້ໃຫ້ສຳພາດນັກ ຂ່າວວ່າ: ການຈັດສັນທີ່ຢູ່ອາໄສຊົ່ວຄາວ ແມ່ນມີ ຢູ່ 3 ຈຸດໃຫຍ່ ຄື: ເຂດດົງບາດ, ເຂດບ້ານໜອງບົກ ແລະ ເຂດຕະມໍຢອດ. ພ້ອມມີສິ່ງອຳນວຍຄວາມສະດວກຕ່າງໆ , ການຈັດສັນບ້ານຢູ່ຖາວອນ ແມ່ນໃຊ້ເນື້ອທີ່ຫລາຍພໍສົມຄວນ ແລະ ຜ່ານການປຶກສາຫາລືເບື້ອງຕົ້ນ ແມ່ນເຫັນດີຈັດສັນເນື້ອທີ່ ຂະໜາດ 20X40 ແມັດ/ຄອບຄົວ ຕາມກົດໝາຍກຳນົດ.
ທ່ານ ວິໄລພອນ ດາລາແສນ ໃຫ້ຮູ້ຕື່ມວ່າ: ໂດຍປະຕິບັດຕາມການຊີ້ນຳ ຂອງນາຍົກລັດຖະມົນຕີ ໄດ້ມອບໃຫ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດລົງມືກໍ່ສ້າງໃຫ້ໄວເທົ່າໃດຍິ່ງດີ, ເຊິ່ງທາງຄະນະໄດ້ນຳໃຊ້ກົນຈັກ ແລະ ພາຫະນະພາຍໃນທ້ອງຖິ່ນ ກໍ່ສ້າງບ່ອນພັກອາໄສໃຫ້ປະຊາຊົນສຳເລັດໂດຍໄວ.
Cr. http://kpl.gov.la/detail.aspx?id=37927