Monday, May 19, 2025
Kbank Laos โอน รับ จ่าย

ໂຮງຫມໍ ແຂວງອັດຕະປື ຕ້ອງການອຸປະກອນທຸກຢ່າງ

ໂຮງໝໍແຂວງອັດຕະປື ແລະ ໂຮງໝໍເມືອງ ສະໜາມໄຊ ຕ້ອງການເຄື່ອງມືແພດ ແລະ ຢາປົວພຍາດ ບາງປະເພດເພີ່ມຕື່ມ ເພື່ອປິ່ນປົວ ຄົນເຈັບປ່ວຍ ທີ່ເຂົ້າມາ ປີ່ນປົວ ຢູ່ໂຮງໝໍ ແລະສູນຮອງຮັບຕ່າງໆ ຫລາຍຮ້ອຍຄົນຕໍ່ມື້. ດັ່ງ ຫົວໜ້າໂຮງໝໍ ເມືອງ ສະໜາມໄຊ ແຂວງ ອັດຕະປື ກ່າວວ່າ:

“ກໍຕ້ອງການຢູ່ແລ້ວເນາະເຄື່ອງມືຫັ້ນນ່າ ຫລາຍໆ ແນວແລ້ວເນາະ ນັບແຕ່ເຄື່ອງມືການແພດ ການວິເຄາະ ຫລືວ່າຢາຈຳນວນນຶ່ງ ທີ່ຕ້ອງການເປັນນໍ້າຈັ່ງຊີ້ ຢາເມັດຈັ່ງຊີ້ ແລະ ກໍ່ອຸປກອນການແພດຕ່າງໆ ຍັງຂາດຢູ່ສຳລັບໂຮງໝໍເມືອງ”

ທ່ານກ່າວຕື່ມວ່າ ທຸກມື້ນີ້ພົບວ່າ ປະຊາຊົນ ຈະເປັນພຍາດຖອກທ້ອງ ແຕ່ລະບ້ານເພີ່ມຂຶ້ນຫລາຍ ເປັນພະຍາດຜີວໜັງ ເປັນຕຸ່ມເປື່ອຍ ຕ່າງໆ ແລະໄຂ້ຫວັດ ຢູ່ໃນຈຸດບໍລິການ ກໍມີແພດປະຈຳຢູ່ ທັງຈາກປະເທດໄທ ແລະ ຫວຽດນາມ. ຫົວໜ້າຜແນກ ສາທາລະນະສຸກ ແຂວງອັດຕະປື ກໍ່ເວົ້າວ່າເຄື່ອງມື ປະຖົມພະຍາບານເບື້່ອງຕົ້ນ ຍັງຕ້ອງການຫລາຍຢູ່ ສ່ວນອຸປກອນການແພດອື່ນໆ ກຳລັງຮວບຮວມ ແຕ່ລະປະເພດວ່າມີຄວາມຕ້ອງການເພີ່ມເທົ່າໃດ.

ໂຮງໝໍແຂວງອັດຕະປື ແລະ ໂຮງໝໍເມືອງສະໜາມໄຊ ທີ່ປີ່ນປົວຜູ້ປະສົບໄພພິບັດນັ້ນ ມີຜູ້ເຂົ້າມາປີ່ນປົວຫລາຍ ດັ່ງນັ້ນຈື່ງຕ້ອງການເຄື່ອງມື ການແພດ ແລະ ຢາປົວພຍາດຫລາຍຂື້ນ ເປັນຕົ້ນ ຫລັກຕັ້ງສາຍນໍ້າເກືອ, ນໍ້າຢາລ້າງບາດ, ຢາຕ້ານເຊື້ອ, ຢາແກ້ພຍາດຜີວໜັງ ແລະ ພວກຢາກິນທັງແບບນໍ້າ ແລະ ແບບເມັດ.
Cr : www.rfa.org

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້