ປີ 2018 ສື່ມວນຊົນລາວ ປະກອບສ່ວນໂຄສະນາຫລາຍເຫດການຂອງຊາດ

ເນື່ອງໃນໂອກາດສະເຫລີມສະຫລອງ ວັນສື່ມວນຊົນ ຄົບຮອບ 68 ປີ, ໃນວັນທີ 8 ສິງຫາ 2018, ທີ່ນະຄອນຫລວງວຽງຈັນ, ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ໃນປີ 2018 ສື່ມວນຊົນລາວ ໄດ້ສຸມໃສ່ໂຄສະນາ ຫລາຍເຫດການທີ່ສຳຄັນຂອງຊາດ ເປັນຕົ້ນ
ພ້ອມນີ້, ຍັງໄດ້ໂຄສະນາການສະເຫລີມສະຫລອງ ແຄນເຊື້ອຊາດລາວ ເປັນມໍລະດົກໂລກ, ໂຄສະນາວັນສ້າງຕັ້ງສຳນັກ ຂ່າວສານປະເທດລາວ ຄົບຮອບ 50 ປີ, ໂຄສະນາວຽກງານຈຸດສຸມຂອງລັດຖະບານ, ເຂົ້າຮ່ວມຈັດຕັ້ງ ແລະ ໂຄສະນາ ກອງປະຊຸມສຸດຍອດສື່ມວນຊົນປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ
ທ່ານ ປິ່ນປາດຖະໜາ ພັນທະມາລີ ໃຫ້ຮູ້ຕື່ມວ່າ: ວຽກງານດ້ານເນື້ອໃນ ແລະ ຮູບການໂຄສະນາຂອງສື່ມວນຊົນ ໄດ້ປັບປຸງເນື້ອໃນ ແລະ ຮູບການຂອງຂ່າວ, ບົດ ແລະ ລາຍການຂອງສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ສື່ແບບໃໝ່ ທີ່ມີຄວາມຖືກຕ້ອງ, ຊັດເຈນ, ເລິກເຊິ່ງ, ແຫລມຄົມ, ຮັບປະກັນນຳເອົາແນວທາງນະໂຍບາຍ, ກົດໝາຍ, ລະບຽບການ, ສາລະໜ້າຮູ້, ການບັນເທີງ, ວຽກດີຄົນເດັ່ນ ລົງສູ່ປະຊາຊົນຢ່າງທົ່ວເຖິງ ແລະ ວ່ອງໄວ, ພ້ອມຮັບປະກັນຄວາມປອດໄພ ດ້ານຂໍ້ມູນຂ່າວສານ ແລະ ປັບປຸງການນຳໃຊ້ພາສາລາວ ໃຫ້ສື່ມວນຊົນ.


Cr. http://kpl.gov.la/detail.aspx?id=37891

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...