Saturday, November 15, 2025
Kbank Laos โอน รับ จ่าย

ໄຊຍະບູລີ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າຕາມທ້ອງຕະຫລາດ

ໃນໄລຍະຜ່ານມາ, ຂະແໜງອຸດສາຫະກໍາ ແລະ ການຄ້າ ໃນທົ່ວແຂວງ ໄຊຍະບູລີ ໄດ້ເຄື່ອນໄຫວຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງ, ຕິດຕາມ, ກວດກາລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆ ຢູ່ໃນທ້ອງຕະຫລາດ ເປັນປົກກະຕິ ເຊິ່ງເຫັນວ່າລາຄາສິນຄ້າທຸກປະເພດ ຍັງຢູ່ໃນສະພາບ ປົກກະຕິ ແລະ ສາມາດຄຸ້ມຄອງໄດ້ໃນລະດັບທີ່ດີ.


ທ່ານ ປອ ວາລະໄຊ ເລັ່ງສະຫວັດ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ໄຊຍະບູລີ ໄດ້ກ່າວລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 5 ຂອງສະພາ ປະຊາຊົນ ແຂວງ ຊຸດທີ I ໃນວັນທີ 2 ສິງຫານີ້ວ່າ: ການຄຸ້ມ ຄອງລາ ຄາສິນຄ້າ ແລະ ຄ່າບໍລິການຕ່າງໆ ໂດຍສະເພາະການຄຸ້ມ ຄອງໂຄງສ້າງລາຄາ ຕົ້ນທຶນສິນຄ້າຄວບຄຸມ ເຊັ່ນ: ນໍ້າມັນ, ເຂົ້າ, ຊີ້ນໝູ ແລະ ປາ ແມ່ນມີສະຖຽນ ລະພາບ, ເໜັງຕີງຕາມກົນໄກຕະຫລາດ ແລະ ຕາມລະດູເຊິ່ງມີທັງໝົດ 199 ລາຍການ. ດ້ວຍເຫດນີ້, ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ໄດ້ເພີ່ມທະວີການ ຄຸ້ມຄອງລາຄາສິນຄ້າ ແລະ ບໍລິການ, ພ້ອມທັງສືບຕໍ່ເປັນເຈົ້າການລະດົມ, ຊຸກຍູ້ ຜູ້ປະກອບການ ສະໜອງສິນຄ້າປະເພດ ສະບຽນອາຫານທີ່ຈໍາເປັນ ໃຫ້ພຽງພໍກັບຄວາມຕ້ອງ ການຂອງຜູ້ບໍລິໂພກ.

Cr. http://kpl.gov.la/detail.aspx?id=37828

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.