Monday, April 21, 2025

ອຸນຫະພູມໂລກຈະຮ້ອນຜິດປົກກະຕິໄປອີກ 5 ປີ.

ຜົນ­ງານ​ວິ­ໄຈ​ຂອງ​ທີມ​ວິ­ໄຈ​ຈາກ​ຝຣັ່ງ ນຳ​ໂດຍ​ຮອງ​ສາ​ສະ​ດາ​ຈານ ປລໍ​ຣີ​ອອງ ເຊວີ​ເລກ ນັກ​ວິ­ໄຈ​ຈາກ​ສູນ​ເພື່ອ​ການ​ວິ­ໄຈ​ທາງ​ວິ­ທະ­ຍາ­ສາດ​ແຫ່ງ​ຊາດ​ຂອງ​ປະ­ເທດ​ຝຣັ່ງ ເຜີຍ­ແຜ່​ຜ່ານ​ວາ­ລະ­ສານ​ວິ­ຊາ​ການ ເນ​ເຈີ ຄອມ​ມູ​ນິ​ເກ​ຊັນ ເມື່ອ​ໄວໆ​ນີ້ ລະ­ບຸ​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ຫຼາຍ​ທີ່​ທົ່ວ​ທັງ​ໂລກ ຈະ​ປະ​ເຊີນ​ກັບ​ຄວາມ​ຮ້ອນ​ສູງ​ຜິດ​ປົກ­ກະ­ຕິ​ຕໍ່​ເນື່ອງ ໃນ​ໄລ­ຍະ​ລະ­ຫວ່າງ​ປີ 2018 ເລື້ອຍ​ໄປ​ຈົນ​ເຖິງ ປີ 2022.

ທ່ານ ດຣ. ເຊວີ​ເລກ ລະ­ບຸ​ວ່າ ເປົ້າ​ໝາຍ​ຂອງ​ທີມ​ວິ­ໄຈ​ຄັ້ງ​ນີ້ ເພື່ອ​ກວດ​ສອບ​ຂໍ້​ມູນ ແລະ ໃຊ້​ຂໍ້​ມູນ​ພູມ​ອາ­ກາດ​ດັ່ງ­ກ່າວ​ມາ ຄາດ​ການ​ເຖິງ​ສິ່ງ​ທີ່​ເອີ້ນ​ວ່າ: “ວິ­ວັດ­ທະ­ນາ​ການ​ດ້ວຍ​ຕົວ​ເອງ” ຂອງ​ພູມ​ອາ­ກາດ ຊຶ່ງ​ຖື​ເປັນ­ຄວາມ​ຫຼວງ­ຫຼາຍ​ຂອງ​ພູມ​ອາ­ກາດ​ທີ່​ເປັນ​ໄປ​ຕາມ​ທຳ​ມະ​ຊາດ ທີ່​ມີ​ທັງ “ໄລ­ຍະ​ອຸ່ນ” ແລະ “ໄລ­ຍະ​ເຢັນ”.

ອ່ານເພີ່ມຕື່ມ:https://www.vientianemai.net/khao/18373.html
ຮູບ: Google

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.