Monday, June 23, 2025
Kbank Laos โอน รับ จ่าย

ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ໃຫ້ທິດນຳເລັ່ງດ່ວນໃນການແກ້ໄຂໄພພິບັດທຳມະຊາດປີ 2018

ຕາມໜ້າເພຈຂອງທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ໃຫ້ຮູ້ວ່າ:

ກອງປະຊຸມເປີດກວ້າງລັດຖະບານຄັ້ງທີ່ II ປະຈຳປີ 2018 ໄດ້ເປີດຂຶ້ນໃນວັນທີ່ 17 ກັນຍາ ມື້ວານນີ້ ທີ່ສູນປະຊຸມແຫ່ງຊາດຫຼັກຫົກ ນະຄອນຫຼວງວຽງຈັນ ສປປລາວ.

(1) ເປັນໄພພິບັດລະດັບຊາດ ທີ່ຮ້າຍແຮງຢູ່ທົ່ວທຸກແຂວງ ທີ່ຈະຕ້ອງໄດ້ໃຊ້ງົບປະມານຈຳນວນມະຫາສານໃນການຟື້ນຟູຄວາມເສຍຫາຍ;
(2) ສະນັ້ນ, ທຸກພາກສ່ວນໂດຍມີແຂວງເປັນເຈົ້າການ ຈະຕ້ອງໄດ້ເຂັ້ມແຂງສຸມໃສ່ວຽກງານຟື້ນຟູໄພພິບັດຄັ້ງນີ້ໃຫ້ກັບຄືນສູ່ສະພາບເດີມໂດຍໄວ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
(3) ຕ້ອງຈັດແນວພັນພືດສຳຮອງໃຫ້ປະຊາຊົນປູກທົດແທນປູກພືດລະດູແລ້ງໂດຍໄວ, ພາຍຫຼັງການສ້ອມແປງຖະໜົນຫົນທາງ ແລະ ລະບົບຊົນລະປະທານຕ່າງໆ.

Cr: facebook.com//872776789598714

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.