​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່ສະຖານີວິທະຍຸ-ໂທລະພາບແຂວງອຸດົມໄຊ ​ໄດ້ສໍາ​ເລັດການຝຶກອົບຮົມ ຍົກລະດັບຄວາມຮູ້ດ້ານວິຊາການໃຫ້ແກ່ ບັນນາທິການ, ນັກຂ່າວ ແລະ ນັກຈັດລາຍການ ວິທະຍຸ-ໂທລະພາບ ​​ແກ່​ບັນດາ​ສື່​ມວນ​ຊົນອ້ອມຂ້າງແຂວງ ​​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ສັງຂານ ຈູມຄໍາພັນ ຮອງອໍານວຍການສະຖານີວິທະຍຸກະຈາຍສຽງ ແຫ່ງຊາດລາວ.

ການຈັດຊຸດຝຶກອົບຮົມໃນຄັ້ງນີ້ ກໍເພື່ອຍົກລະດັບວຽກງານສື່ມວນຊົນ ຢູ່ພາຍໃນແຂວງອຸດົມໄຊ ໃຫ້ມີບາດກ້າວຂະຫຍາຍຕົວ, ທັນສະໄຫມ, ວ່ອງໄວ ແລະ ສາມາດຕອບສະໜອງ ຕາມ ຄວາມ ຮຽກຮ້ອງຕ້ອງການຂອງສັງຄົມໄດ້ ແນ່ໃສ່ເຮັດໃຫ້ບັນນາທິ ການມີຄວາມຊຳນິຊຳນານ ໃນການກວດແກ້ຂ່າວ,ການຄັດເລືອກຂ່າວ, ເຮັດໃຫ້ນັກຂ່າວມີຄວາມຮູ້ທາງດ້ານ ການຂຽນຂ່າວທີ່ມີເນື້ອຫາ, ສັ້ນກະທັດຮັດ, ເປັນຂ່າວທີ່ໜ້າສົນໃຈ, ການຈັບປະເດັນ ສຳຄັນມາຂຽນເປັນຂ່າວ ລວມທັງເຮັດໃຫ້ນັກຈັດລາຍການ ມີຄວາມສາມາດໃນການຈັດລາຍການ ໃຫ້ມີເນື້ອຫາສາລະ ເພື່ອດຶງດູດຜູ້ຊົມ, ຜູ້ຟັງ.

ອ່າ​ນ​ເພີ່ມ​ຕື່ມ: http://kpl.gov.la/detail.aspx?id=38992

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້