ໝາກແຄ້ງ ສຸດຍອດໝາກໄມ້ບ້ານເຮົາທີ່ສາ​ມາດ​ປົວ​ພະ​ຍາດ​ໄດ້​ຫຼາຍ​ຢ່າງ

ໝາກແຄ້ງ ໃຊ້ປະກອບສ່ວນເປັນອາຫານໄດ້ຫຼາຍເມນູ ແລະມັນມີປະໂຫຍດຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາ ມີສັບພະຄຸນໃນການຕ້ານພະຍາດໄດ້ຫຼາຍພະຍາດດັ່ງນີ້:
1 ພະຍາດເບົາຫວານ: ມີການສຶກສາວິໄຈພົບວ່າ ເຄື່ອງດື່ມນໍ້າໝາກແຄ້ງ ສາມາດຫຼຸດລະດັບອະນຸມູນອິດສະລະໃນເລືອດໜູ ທີ່ເປັນພະຍາດເບົາຫວານ ເຮັດໃຫ້ໄຂມັນບໍ່ດີ ແລະລະດັບນໍ້າຕານໃນນເລືອດຫຼຸດລົງ ດັ່ງນັ້ນ ການໃຫ້ຄົນທີ່ເປັນພະຍາດເບົາຫວານກິນໝາກແຄ້ງຂົມ ລະຫວ່າງການປິ່ນປົວຈະຊ່ວຍປິ່ນປົວອາການໃຫ້ຫຼຸດລົງໄດ້
2 ພະຍາດຄວາມດັນເລືອດສູງ ແລະບັນຫາເມັດເລືອດ: ມີການວິໄຈຢູ່ແຄເມີຣູນພົບວ່າ ການເອົາໝາກແຄ້ງສະກັດ ປະສົມກັບແອວກໍຮໍ ມາທົດລອງກັບໜູ ປາກົດວ່າ ອັດຕາການເຕັ້ນຂອງຫົວໃຈ ແລະຄວາມດັນເລືອດຫຼຸດລົງ ພ້ອມທັງສາມາດຫຼຸດການລົມຕົວຂອງເມັດເລືອດໄດ້ອີກ, ດັ່ງນັ້ນ ຈຶ່ງຊ່ວຍໃຫ້ຜູ້ເປັນພະຍາດຄວາມດັນເລືອດສູງ ແລະບັນຫາເມັດເລືອດມີອາການທີ່ດີຂຶ້ນ 
3 ມີສານຕ້ານອະນຸມູນອິດສະລະ: ໃນປີ 2008 ມີການວິໄຈຂອງຕ່າງປະເທດ ໂດຍການເອົາໝາກເຂືອ ແລະໝາກແຄ້ງ ທັງໝົດ 11 ຊະນິດ ມາສະກັດຫາສານຕ້ານອະນຸມູນອິດສະລະ ຜົນອອກມາວ່າ ໝາກແຄ້ງມີສານຕ້ານອະນຸມູນອິດສະລະ ຫຼາຍກວ່າໝູ່ໃນບັນດາໝາກເຂືອທຸກຊະນິດ 
4 ບາດແຜໃນກະເພາະ: ໃນປີ 2008 ກຸ່ມວິໄຈໃນປະເທດແຄເມີຣູນພົບວ່າ ໝາກແຄ້ງສາມາດຕ້ານການເກີດບາດແຜໃນກະເພາະອາຫານໄດ້ ເພາະໃນໝາກແຄ້ງມີສານກຸ່ມຟລາໂວນອຍ ແລະໄທຣເທີພີນ ເຊິ່ງມີລິດຕ້ານການເກີດບາດແຜໃນກະເພາະອາຫານ ຈາກແອວກໍຮໍ ຫຼືຄວາມຕຶງຄຽດໄດ້

Cr. KPL
ຮູບ​ພາບ: https://halsat.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,