ເຝິກ​ໂຍ​ຄະ​ຍາມ​ເຊົ້າ​ໄດ້​ຫຍັງ​ແດ່? ມາ​ຮັບ​ຮູ້​ນຳ​ກັນ​ເລີຍ!

ຍາມຕອນເຊົ້າໃນບ້ານເຮົາ ໂດຍສະເພາະແມ່ນຢູ່ໃນນະຄອນຫລວງວຽງຈັນ ມີສູນເຝິກໂຍຄະຫລາກຫລາຍແຫ່ງໃຫ້ໄດ້ເລືອກໃຊ້ ຕອນເຊົ້າເລີ່ມເປີດໃຫ້ບໍລິການຕັ້ງແຕ່ 5:30 ຫລືຄັນບໍ່ທັນ ກໍຍັງມີຄອສສອນ ໃນຕອນ 8:30 ໃຫ້ເລືອກນຳອີກ. ມີຂັ້ນເລີ່ມຕົ້ນຈົນເຖິງຂັ້ນລະດັບສູງ ເຊິ່ງເຝິກສອນໂດຍຄົນລາວ ແລະຄົນຕ່າງປະເທດ ແລ້ວແຕ່ໃຜຈະມັກແນວໃດ? ແລ້ວການເຝິກໂຍຄະໃນຕອນເຊົ້ານັ້ນ ມີດີແນວໃດກັນ?.

ໂຍຄະ ຊ່ວຍບຳບັດ ຮັກສາອະໄວຍະວະ ພາຍໃນຮ່າງກາຍ ຂອງຄົນເຮົາ, ຂະນະດຽວກັນ ມັນກໍເປັນ ການຝຶກຈິດໃຈນຳອີກ. ປັດໄຈສຳຄັນ ຂອງການຝຶກໂຍຄະ ກໍຄືສ້າງລະບົບຫາຍໃຈ, ຮ່າງກາຍໄດ້ຮັບ ອົກຊີແຊນ ຫລາຍຂຶ້ນ. ດັ່ງນັ້ນ, ຈຶ່ງຄວນຫລິ້ນ ໂຍຄະທຸກໆເຊົ້າ.

ການຝຶກໂຍຄະ ແມ່ນການຝຶກຈິດໃຈ ໃຫ້ຈົດຈໍ່ກັບການກຳນົດ ລົມຫາຍໃຈ ເຂົ້າອອກຊ່ວຍ ໃຫ້ຮ່າງກາຍ ມີຄວາມຢືດຫົດ ຫລາຍຂຶ້ນລະຫວ່າງ ລົມຫາຍໃຈ ກັບຈິດຢຸດຢູ່ ກັບສິ່ງທີ່ເຮັດ ໃນປັດຈຸບັນ. ນອກຈາກນັ້ນ ຍັງຊ່ວຍແແກ້ໄຂ ສະພາບທາງຮ່າງກາຍ, ຈິດໃຈ ແລະ ບຸກຄະລິກ ໃຫ້ດີຂຶ້ນຊ່ວຍ ໃຫ້ເກີດຄວາມງາມ ຈາກພາຍໃນ. ໂຍຄະ ເປັນການປະຕິບັດ ຢ່າງອ່ອນໂຍນຕໍ່ ຕົນເອງ ເຮັດເທົ່າທີ່ເຮົາເຮັດ ໄດ້ຢ່າຝືນຈົນ ຮ່າງກາຍຕ້ອງເຈັບປວດ ເພາະນັ້ນຖືວ່າ ເປັນການກະທຳ ຄວາມຮຸນແຮງ ຕໍ່ຮ່າງກາຍ.

ຫລັກການສຳຄັນ ຂອງໂຍຄະ ແມ່ນການຝຶກຈິດ ແລະ ຮ່າງກາຍ ດ້ວຍການກຳນົດ ລົມຫາຍໃຈ ປະສານກັບການ ເຄື່ອນໄຫວ ຂອງຮ່າງກາຍ ຊ່ວຍເພີ່ມ ຄວາມແຂງແຮງ ແລະ ການຢືດ ຫົດໃຫ້ກັບກ້າມຊີ້ນ, ກະຕຸ້ນການໄຫລວຽນ ຂອງເລືອດ ເຮັດໃຫ້ຮູ້ ສຶກສະຫງົບ, ສະບາຍ ແລະ ຜ່ອນຄາຍ.

ດັ່ງນັ້ນ, ເຮົາຄວນຫລິ້ນໂຍຄະ ທຸກໆເຊົ້າ ເພື່ອເປັນການກຽມ ຄວາມພ້ອມຂອງຮ່າງກາຍ ໃນການປະຕິ ບັດກິດຈະກຳ ປະຈຳວັນ ຢ່າງນ້ອຍ ສຸດມື້ລະ 45 ນາທີ-1 ຊົ່ວໂມງ.

Cr.Pasaxon

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,