ພາກພູມໃຈ “ຄົບຮອບ 50 ປີແຫ່ງການສ້າງຕັ້ງເມືອງວຽງໄຊ”

ຕາມຫນ້າເພຈຂອງທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງວິທະຍາສາດແລະເຕັກໂນໂລຊີ ໃຫ້ຮູ້ວ່າ:

ສະຖານທີ່ແຫ່ງນີ້ ແມ່ນຖິ່ນກຳເນີດຂອງ ສປປລາວ ດິນແດນແຫ່ງການເຕົ້າໂຮມຄວາມສາມັກຄີ ຖານທີ່ໝັ້ນການປະຕິວັດ ດິນແດນວິລະຊົນ ມໍລະດົກປະຫວັດສາດ ແລະ ທຳມະຊາດ” – at 30 ພະຈິກ 1968-2018 ເມືອງວຽງໄຊ ແຂວງຫົວພັນ ສປປລາວ

(1) ເລີ່ມແຕ່ຊຸມປີ 1950, ປິຕຸພູມດິນແດນຂອງເມືອງວຽງໄຊໄດ້ຖືເອົາດິນແດນແຫ່ງນີ້ກາຍເປັນຖານທີ່ໝັ້ນ ແລະ ຊຸບຫຼໍ່ກໍ່ຕັ້ງເຫດການທາງການເມືອງທີ່ສຳຄັນຕ່າງໆຂອງກຳລັງການປະຕິວັດລາວພາຍໃຕ້ການນຳພາຂອງພັກຄອມມູນິດອິນດູຈີນ;
(2) ປະທານ ໄກສອນ ພົມວິຫານ ວິລະບຸລຸດຜູ້ປີຊາສາມາດພ້ອມດ້ວຍໝູ່ຄະນະນັກປະຕິວັດໄດ້ສ້າງຕັ້ງແນວລາວອິດສະຫລະ ແລະ ລັດຖະບານລາວຕໍ່ຕ້ານຂຶ້ນໃນປີ 1950 ຢູ່ຕາແສງໂສຍ ເມືອງໂສຍ (ເມືອງວຽງໄຊໃນປັດຈຸບັນ);
(3) ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກ, ແນວລາວອິສະຫລະ ກໍ່ຄືການນຳພາຂອງລັດຖະບານລາວຕໍ່ຕ້ານ, ປະຊາຊົນບັນດາເຜົ່າໄດ້ພ້ອມກັນລຸກຂຶ້ນຕໍ່ສູ້ສາມາດປົດປ່ອຍເອົາ “ແຂວງຫົວພັນ” ອອກຈາກແອກປົກຄອງຂອງພວກສັກດີນາ ແລະ ພວກລ່າເມືອງຂຶ້ນຕ່າງດ້າວໃນປີ 1950;
(4) ພາຍຫຼັງຫັນທິດຕໍ່ສູ້ແຕ່ຕົ້ນຊຸມປີ 1960 ສູນກາງພັກໄດ້ເລືອກເອົາ “ຕາແສງຊຽງຊື້” (ທີ່ຂຶ້ນກັບເມືອງຊຳເໜືອໃນຕອນນັ້ນ) ເປັນທີ່ຕັ້ງຍຸດທະສາດສຳຄັນ ແລະ ສຳນັກງານໃຫຍ່ຂອງສູນກາງໄດ້ຕັ້ງຢູ່ທີ່ນັ້ນ;
(5) ມາເຖີງກາງປີ 1964, ສູນກາງພັກຈື່ງໄດ້ຕົກລົງຍົກຍ້າຍທີ່ຕັ້ງຍຸດທະສາດຈາກ “ບ້ານຊຽງຊື້” ມາຢູ່ “ຖໍ້າຜາຫີນລ້ອງກູ້-ນາໄກ່”, ເພື່ອສ້າງສຳນັກງານໃໝ່ຂອງສູນກາງພັກ ແລະ ສູນກາງແນວລາວຮັກຊາດ;
(6) ເພື່ອເປັນສະດວກແກ່ການນໍາພາຈັດຕັ້ງປະຕິວັດແນວທາງຂອງພັກ, ມາເຖິງວັນທີ 30 ພະຈິກ 1968 ສູນກາງພັກໄດ້ຫັນເອົາ “10 ຕາແສງຂອງເມືອງຊຳເໜືອ ແລະ 01 ຕາແສງຂອງເມືອງໂສຍ” ມາສ້າງເປັນເຂດພິເສດໃຕ້ການຊີ້ນຳໂດຍກົງຂອງສູນກາງພັກ ແລະ ໃນປີດຽວກັນສູນກາງພັກໄດ້ກຳນົດເອົາເຂດນາໄກ່ມາເປັນ “ເຂດພິເສດວຽງໄຊ” ແລະ ເອີ້ນວ່າ “ວຽງໄຊ”;
(7) ກອງປະຊຸມໃຫຍ່ຄັ້ງທີ່ II ຂອງພັກ ປີ 1972 ໄດ້ວາງນະໂຍບາຍສ້າງເຂດປົດປ່ອຍ ໃຫ້ກາຍເປັນລັດໜຶ່ງທີ່ເຂັ້ມແຂງ, ອັນເຮັດໃຫ້ “ວຽງໄຊ” ກາຍເປັນນະຄອນຫລວງແຫ່ງການປະຕິວັດ ແລະ ເປັນສູນກາງແຫ່ງການບັນຊາຂະບວນການຕໍ່ສູ້ປົດປ່ອຍຊາດໃນທົ່ວປະເທດ;
(8) ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ສູນກາງພັກ ແລະ ສຳນັກງານອົງການຕ່າງໆຂອງສູນກາງໄດ້ຍົກຍ້າຍເຂົ້າໄປວຽງຈັນໝົດ;
(9) ເພື່ອໃຫ້ແທດເໝາະກັບເງື່ອນໄຂໃໝ່, ໃນຕົ້ນປີ 1976 ສູນກາງພັກຈຶ່ງໄດ້ “ໂຮມເອົາເມືອງໂສຍເຂົ້າກັບເຂດພິເສດວຽງໄຊ” ມາສ້າງຕັ້ງເປັນ “ເມືອງສຳພັນ” (ໃນເມື່ອກ່ອນ) ທີ່ຂຶ້ນກັບແຂວງຫົວພັນ;
(10) ມາເຖິງປີ 1980, ສູນກາງພັກໄດ້ຕົກລົງປ່ຽນຊື່ຈາກ “ເມືອງສຳພັນ” ໃນເມື່ອກ່ອນມາເປັນ “ເມືອງວຽງໄຊ”, ຕາມຊື່ລັບຂອງທ່ານ ປະທານ ໄກສອນ ພົມວິຫານ ຜູ້ລິເລີ່ມເຂດພິເສດເປັນເມືອງສຳພັນ ແລະ ເມືອງວຽງໄຊມາເຖິງປັດຈຸບັນ;
(11) ເປັນການຫວນຄືນເຖິງມູນເຊື້ອຄວາມປີຊາສາມາດ, ສະຫຼາດສ່ອງໃສຂອງພັກ, ລະນຶກເຖິງໄຊຊະນະອັນຍິ່ງໃຫຍ່ຂອງປະຊາຊົນລາວບັນດາເຜົ່າ, ຄຸນງາມຄວາມດີຂອງຜູ້ນໍາ ແລະ ນັກປະຕິວັດໃນເມື່ອກ່ອນທີ່ໄດ້ນຳພາພາລະກິດຕໍ່ສູ້ກູ້ຊາດຈົນໄດ້ຮັບການປົດປ່ອຍ; 
(12) ເປັນການເປີດໂອກາດໃຫ້ປະຊາຊົນລາວ ແລະ ເພື່ອນມິດສາກົນຮັບຮູ້ວ່າເມືອງວຽງໄຊເປັນຖິ່ນກຳເນີດຂອງ ສປປລາວ;
(13) ເພື່ອຕີຖອຍບັນດາປະກົດການຫຍໍ້ທໍ້ເປັນຕົ້ນແມ່ນຄວາມເຂົ້າໃຈຜິດ, ອາຄາດບາດໝາງຂອງກຸ່ມຄົນບໍ່ດີຕໍ່ກັບເມືອງວຽງໄຊ ແລະ ເປີດໂອກາດຍາດແຍ່ງເອົາການສະໜັບສະໜູນຈາກນັກທຸລະກິດທັງພາຍໃນ-ຕ່າງປະເທດເຂົ້າມາລົງທຶນ ແລະ ທ່ອງທ່ຽວໃຫ້ຫຼາຍຂຶ້ນ;
(14) ກົມການເມືອງສູນກາງພັກຈິງໄດ້ຕົກລົງໃຫ້ເມືອງວຽງໄຊຈັດຕັ້ງພິທີສະເຫຼີມສະຫຼອງຄົບຮອບ 50 ປີຂື້ນ ແລະ ຍົກໃຫ້ການສະເຫຼີມສະຫຼອງຄັ້ງນີ້ເປັນວາລະລະດັບຊາດ ໂດຍມອບໃຫ້ເມືອງວຽງໄຊເປັນເຈົ້າພາບ;
(15) ການສະເຫຼີມສະຫຼອງເມືອງວຽງໄຊຈະຈັດຂື້ນເປັນເວລາ 03 ວັນ ເລີ່ມແຕ່ວັນທີ 28-30 ພະຈິກ 2018;
(16) ໃນນັ້ນຈິ່ງຈັດໃຫ້ມີການສະເຫຼີມສະຫຼອງບຸນປະເພນີຊົນເຜົ່າປະຈຳປີໃນສອງມື້ທຳອິດ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊຄົບຮອບ 50 ປີໃນມື້ສຸດທ້າຍ;
(17) ດັ່ງນັ້ນ, ກົມການເມືອງສູນກາງພັກ ໄດ້ອະນຸຍາດອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຄະນະຮັບຜິດຊອບລະດັບຊາດ, ຂັ້ນແຂວງ ແລະ ຂັ້ນເມືອງຂຶ້ນເພື່ອບັນຈຸໜ້າວຽກຕ່າງໆໃຫ້ມີຜົນສຳເລັດສູງ;
(18) ພ້ອມກັນນີ້ລັດຖະບານແຫ່ງ ສປປລາວ ໄດ້ອະນຸມັດງົບປະມານເຂົ້າໃນການປະດັບປະດາ ແລະ ບໍລິຫານວຽກງານຕ່າງໆຈຳນວນ 10 ຕື້ກີບ ແລະ ກໍ່ສ້າງປັບປຸງພື້ນຖານໂຄງລ່າງພາຍໃນເທສະບານເມືອງວຽງໄຊຈຳນວນ 09 ໂຄງການ ລວມມູນຄ່າ 24 ຕື້ກວ່າກີບ.

Cr.Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,