ກະ​ຊວງການເງິນແຂວງຜົ້ງສາລີ ເຜີຍແຜ່ກົດໝາຍສົ່ງເສີມ ການລົງທຶນ ແລະ ນິຕິກໍາລຸ່ມກົດໝາຍ.

ທີ່ພະແນກການເງິນແຂວງຜົ້ງ​ສາລີ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງປີ 2016 ແລະ ນິຕິກໍາລຸ່ມກົດໝາຍສົ່ງເສີມການລົງທຶນ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ວັນໄຊ ສຸກສັນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຜົ້ງສາລີ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເອກະສານ​ປະກອບ​ມີ ກົດໝາຍສົ່ງເສີມການລົງທຶນສະບັບປັບປຸງປີ 2016 ເຊິ່ງລວມມີ 13 ພາກ, 16 ໝວດ, 109 ມາດຕາ, ເອກະສານວຽກງານຫ້ອງການປະຕູດຽວ, ເອກະສານຂັ້ນຕອນ ການພິຈາລະນາ ໂຄງການລົງທຶນຂອງພາກເອກະຊົນ ແລະ ບົດບັນທຶກຄວາມເຂົ້າໃຈ MOU ແລະ ສັນຍາສຳປະທານ CA, ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ກິດຈະການແຮ່ທາດໃນ ສປປ ລາວ ສະບັບເລກທີ 08/ນຍ ແລະ ຄຳສັ່ງວ່າດ້ວຍ ການຄຸ້ມຄອງການນຳໃຊ້ເນື້ອທີ່ດິນ ເພື່ອສຳປະທານປູກໄມ້ອຸດສະຫະກຳ ແລະ ພືດຜັກຕ່າງໆໃນຂອບເຂດທົ່ວປະເທດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...