​ເມືອງ​ວາປີ ​ໄດ້ຈັດ​ພິທີ​ເປີດ​ນຳ​ໃຊ້​ຕະຫລາດ​ຊຸມ​ຊົນ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ພາຍຫລັງ​ລົງມືກໍ່ສ້າງມາແຕ່ທ້າຍປີ 2017 ຜ່ານ​ມາ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ໂຄງການພັດທະນາຊຸມຊົນແບບ ມີສ່ວນຮ່ວມ ແລະ ຍືນຍົງ ຫລື ອົງການສະຫະປະຊາຊາດເພື່ອການພັດທະນາ, ໃນມູນຄ່າ 60 ລ້ານກວ່າກີບ ແລະ ທຶນສົມທົບປະຊາຊົນ 43 ລ້ານກວ່າກີບ ​ໃນ​ເນື້ອທີ່ 1 ເຮັກຕາ.

ໂຄງການນີ້ ຍັງໄດ້ສະໜອງທຶນໃຫ້ປະຊາຊົນບ້ານແມດ ​ເພື່ອສົ່ງເສີມກິດຈະກໍາປູກເຫັດ, ລ້ຽງແບ້, ລ້ຽງໄກ່ ແລະ ຕ່ຳຫູກ ​ແລະ ​ໄດ້ສະໜັບສະໜູນງົບປະມານ 57 ລ້ານກວ່າກີບ ເຂົ້າໃນການກໍ່ສ້າງສ້ອມ ແປງຂົວ ເພື່ອສົມທົບທຶນກັບປະຊາຊົນ ໃນມູນຄ່າການກໍ່ສ້າງຂົວທັງໝົດ 187 ລ້ານກວ່າກີບ. ທັງນີ້ ກໍເພື່ອເປັນການພັດທະນາ ​ແລະ ສົ່ງເສີມປະຊາຊົນໃຫ້ໄດ້ມີວຽກເຮັດງານທຳ, ມີລາຍໄດ້ເພີ່ມຂຶ້ນ ແລະ ກ້າວໄປສູ່ການພັດທະນາ ຄອບຄົວໃຫ້ດີຂຶ້ນເທື່ອລະກ້າວ.

Cr.KPL

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 31

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້