ຊົນເຜົ່າ ອາຄ່າ ເປັນຊົນເຜົ່າໜຶ່ງທີ່ມີ ວັດທະນະທຳການແຕ່ງກາຍທີ່ເປັນເອກະລັກ ບໍ່ວ່າຈະເປັນ ເຄື່ອງນຸ່ງຫົ່ມ, ໝວກ, ສາຍມັດແອວ ລວມໄປເຖິງເຄື່ອງປະດັບຕ່າງໆ, ເຊິ່ງຊົນເຜົ່າອາຄ່າ ຢູ່ໃນລາວ ຈະມີຄວາມຄ້າຍຄືກັນ ໂດຍມີຈຸດເດັ່ນຢູ່ທີ່ “ໝວກ” ປະກອບໄປດ້ວຍ ໂລຫະ, ເຄື່ອງເງິນ ແລະ ເຄື່ອງປະດັບຫຼາຍໆຢ່າງ, ລວມທັງຜ້າຄຸມ ທີ່ປັກລວດລາຍສີສັນ ທີ່ສົດໃສ ປະກອບໃນຮູບແບບທີ່ຕ່າງກັນຕາມແຕ່ລະກຸ່ມ.
ພຣະທາດອີງຮັງ ເປັນສິລະປະ ແລະ ສະຖາປັດຕະຍະກຳ ທີ່ສວຍງາມທັງເປັນປູຊະນິຍິສະຖານທີ່ສຳຄັນແຫ່ງໜຶ່ງຢູ່ ສປປ ລາວ ຕັ້ງ ຢູ່ແຂວງ ສະຫວັນນະເຂດ, ປະມານ 15 ກິໂລແມັດ ລະຫວ່າງເສັ້ນທາງ ສະຫວັນ-ເຊໂນ. ພຣະທາດກວ້າງ ດ້ານລະ 9 ແມັດ ມີລັກສະນະເປັນສີ່ຫຼ່ຽມຫຍໍ້ມູມຄືຫໍຜາສາດ ເປັນພຣະທາດແບບປະສົມວິຫານ ຄືເປັນສະຖານທີ່ປະດິດສະຖານສິ່ງສັກສິດ ເພາະມີປະຕູເຂົ້າອອກໄດ້.
ເດືອນ 12 ເພັງ ເປັນບຸນນະມັດສະການ ພຣະທາດຊຽງຕຶງ ເມືອງສິງ ແຂວງຫລວງນ້ຳທາ ເຊິ່ງຈະມີພິທີທາງສາສະໜາໃນມື້ວັນເພງເດືອນ 12 ເຊິ່ງກົງກັບວັນທີ 11 ພະຈິກ 2019
ພຣະທາດຊຽງຕຶງຕັ້ງຢູ່ ບ້ານຕີນທາດ ເມືອງສິງ ແຂວງຫລວງນໍ້າທາ. ນອກຈາກນີ້ຢູ່ນະຄອນຫລວງພຣະບາງ ກໍ່ມີບຸນະມັດສະການພຣະທາດຫລວງ ນະຄອນຫລວງພຣະບາງ ແລະ ນະຄອນຫລວງວຽງຈັນກໍ່ມີບຸນນະມັດສະການພຣະທາດຫລວງວຽງຈັນ ໃນມື້ວັນເພັງເດືອນ...
ຜູ້ທີ່ຕ້ອງການເຮັດບຸນ ໂດຍການຖວາຍສັງຄະທານ. ໂດຍສະເພາະໃນຊ່ວງເຂົ້າພັນສາແບບນີ້. ຄວນເລືອກເຄື່ອງທີ່ດີ ແລະ ມີຄຸນນະພາບ ທີ່ມີປະໂຫຍດຕໍ່ພຣະສົງ. ດັ່ງນັ້ນເພື່ອເປັນຕົວຊ່ວຍໃນການເລືອກຊື້ສິ່ງຂອງເຄື່ອງໃຊ້ນັ້ນ ມື້ນີ້ອິນໄຊລາວຈື່ງໄດ້ເອົາຂໍ້ມູນດີໆ ມາຝາກ ທຸກຄົນ.
ການເລືອກຊື້ສິ່ງຂອງເຄື່ອງໃຊ້ ເພື່ອໄປຖວາຍແດ່ພຣະສົງນັ້ນ ຄວນເລືອກຊື້ ສິ່ງຂອງທີ່ມີຄຸນນະພາບ ແລະ ມີປະໂຫຍດຕໍ່ພຣະສົງຢ່າງແທ້ຈີງ. ເຊິ່ງເຮົາສາມາດ ເລືອກຊື້ສິ່ງຂອງ ເພື່ອມາຈັດຊຸດສັງຄະທານເອງໄດ້ ເພື່ອໃຫ້ພຣະສົງໄດ້ໃຊ້ປະໂຫຍດສູງສຸດ
ຫລາຍຄົນອາດຍັງຄິດບໍ່ອອກວ່າ ພຣະສົງ ມີຄວາມຈຳເປັນຕ້ອງໃຊ້ຫຍັງແດ່ ທີມງານເຮົາເລີຍຫາຂໍ້ມູນ ສິ່ງທີ່ພຣະສົງຈໍາເປັນຕ້ອງໃຊ້ມາໃຫ້ທຸກຄົນໄດ້ສຶກສາ...