ຂໍຂອບໃຈນຳຜູ້ສະໜັບສະໜູນ

ບຸນອອກພັນສາປະວໍ­ລະ­ນາ ຖືເປັນງານບຸນສຳ­ຄັນທາງພະພຸດທະສາ­ສະ­ໜາ ແລະງານບຸນສຳ­ຄັນຂອງປວງຊົນລາວທັງຊາດ ເຊິ່ງໃນແຕ່ລະປີມີຫຼາຍກິດ­ຈະ­ກຳເກີດຂຶ້ນ ເຊັ່ນ: ປະ­ເພ­ນີໄຕ້ໂຄມ­ໄຟ ແລະ ໄຫຼ­ເຮືອ­ໄຟ (ເຮືອໄຟບົກ ແລະ ເຮືອໄຟນ້ຳ) ທີ່ໄດ້ປະ­ຕິ­ບັດກັນມາ ປັດ­ຈຸ­ບັນໄດ້ມີການປັບປ່ຽນໄປຕາມຍຸກຕາມສະ­ໄໝ.

ໃນວັນທີ 22-24 ຕຸ­ລາ 2018 ທີ່ວັດອົງຕື້ມະ­ຫາວິ­ຫານຈະໄດ້ມີກິດ­ຈະ­ກຳໄຕ້ໂຄມ­ໄຟ ຈຳ­ນວນ 2.561 ດວງ ເພື່ອບູ­ຊາພະພຸດທະສາ­ສະ­ໜາ ແລະ ສະ­ຫຼອງວັນອອກພັນສາປະວໍ­ລະ­ນາ ໃນວັນທີ 22 ຕຸ­ລາ 2018 ເວ­ລາ 13:00 ໂມງ ກະ­ກຽມເປີດສວນທຳມະຈັກ ເວ­ລາ 16:00 ໂມງ ພິ­ທີສູດ ແລະ ເປີດສວນທຳມະຈັກເປັນທາງການ ເວ­ລາ 17:00 ໂມງ ກະ­ກຽມໄຕ້ທຽນງານອອກພັນສາ ໄຕ້ອັກ­ສອນສະ­ຫຼອງທຳມະຈັກ ວັນທີ 23 ຕຸ­ລາ 2018 ເວ­ລາ 17:00ໂມງ ກະ­ກຽມໄຕ້ທຽນງານອອກພັນສາ ໄຕ້ອັກ­ສອນຍິນດີຕ້ອນ­ຮັບສູ່ປີທ່ອງທ່ຽວລາວ 2018 ແລະ ວັນທີ 24 ຕຸ­ລາ 2018 ເວ­ລາ 7:00 ໂມງ ມີພີທີໃສ່ບາດຖວາຍທານ ແລະ ເວ­ລາ 17:00 ໂມງ ກະ­ກຽມໄຕ້ທຽນງານອອກພັນສາ ໄຕ້ອັກ­ສອນ ວັນມະ­ຫາປະວໍ­ລະ­ນາອອກພັນສາ ພສ 2561.

ກິດຈະກຳທັງໝົດທີ່ວ່າມານັ້ນ, ເພື່ອສົ່ງ­ເສີມວັດ­ທະ­ນະ­ທຳອັນດີ­ງາມ ແລະ ການນຸ່ງຖືຂອງຊາດ ທັງເປັນການຍົກສູງສົ່ງ­ເສີມພະພຸດທະສາ­ສະ­ໜາ ພ້ອມນັ້ນ ເພື່ອເປັນການຮັກ­ສາປະ­ເພ­ນີໄຕ້ໂຄມ­ໄຟ ແລະ ເຮືອໄຟ ເພື່ອສ້າງໃຫ້ເປັນກິດ­ຈະ­ກຳປະ­ຈຳປີໃນການສົ່ງ­ເສີມວັດ­ທະ­ນະ­ທຳ ແລະ ການ­ທ່ອງ­ທ່ຽວ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສະ­ນັ້ນ ຂໍເຊີນ­ຊວນຊາວພຸດທະ­ສະນິກະຊົນ ຕະ­ຫຼອດຮອດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ­ປະ­ເທດ ທີ່ມາທ່ອງທ່ຽວຢູ່ນະ­ຄອນ­ຫຼວງວຽງຈັນ ເຂົ້າຮ່ວມກິດ­ຈະ­ກຳໃນງານບຸນອອກພັນສາປະວໍ­ລະ­ນາທີ່ວັດອົງຕື້ ແນ­ໃສ່ເຮັດໃຫ້ບັນ­ຍາ­ກາດມີຄວາມຄຶກ­ຄື້ນ ແລະ ຮັກ­ສາໄດ້ຮີດ­ຄອງປະ­ເພ­ນີອັນດີ­ງາມຂອງຊາດລາວເຮົາ ສະ­ເພາະແມ່­ຍິງຈະສົ່ງ­ເສີມໃຫ້ນຸ່ງສິ້ນບ່ຽງແພເຂົ້າວັດ ເພື່ອເປັນການເຄົາ­ລົບ ແລະ ໃຫ້ກຽດສະ­ຖານ­ທີ່ພຸດທະສາ­ສະ­ໜາ ທັງເປັນການສົ່ງ­ເສີມແມ່­ຍິງລາວຮັກ­ສາການນຸ່ງຖືອັນດີ­ງາມຕື່ມອີກ.

Cr.VientianeMai
ຮູບພາບ ເປັນພຽງສ່ວນປະກອບ

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້