Saturday, July 19, 2025
Kbank Laos โอน รับ จ่าย

ແປກແຕ່ຈິງ! ວິ​ຖີ​ຊີ​ວິດ​ຂອງຊົນເຜົ່າຕອງເຫຼືອງ

ແປກແຕ່ຈິງ! 
ຊົນເຜົ່າຕອງເຫຼືອງ
ທີ່ໄດ້ຊື່ນີ້ ກໍຍ້ອນວ່າ ເຮັດບ່ອນຢູ່ອາໄສດ້ວຍໃບຕອງ ຍາມເມື່ອມັນໃບເຫລືອງ ຫລືຕາຍ ກໍຍ້າຍໄປບ່ອນໃຫມ່ເລື້ອຍໆໄປ.

ຊື່ເປັນທາງການເອີ້ນວ່າ ເຜົ່າ ກຣີ , ສຳລັບອາຫານຂອງເຂົາເຈົ້າແມ່ນ ກິນເຜືອກ, ມັນ ແລະ ເປືອກໄມ້ແຊ່ນ້ຳແລ້ວປົນນ້ຳເຜິ້ງກິນ, ເຂົາເຈົ້າມີພາສາເປັນຂອງຕົນເອງ.

ຊົນເຜົ່ານີ້ມີຢູ່ແຂວງ ໄຊຍະບູລີ, ຄຳມ່ວນ ແລະບໍລິຄຳໄຊ

ໃນຮູບລຸ່ມນີ້ ແມ່ນໝູ່ບ້ານເຜົ່າຕອງເຫລືອງທີ່ທາງພາກລັດໄດ້ຈັດສັນໃຫ້ຢູ່ທີ່ບ້ານ ນາກະດົກ ແລະບ້ານ ນາທອນ ເມືອງຄຳເກີດ ແຂວງ ບໍລິຄຳໄຊ ຈຳນວນ 200 ກວ່າຄົນ

Cr.ທ່ອງທ່ຽວທົ່ວແດນລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.