ຂໍຂອບໃຈນຳຜູ້ສະໜັບສະໜູນ

ບຸນສະຫຼອງຫຼັກເມືອງ ປະຈໍາປີ 2018 ຢູ່ທີ່ວັດສີເມືອງ ບ້ານສີເມືອງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ຈະຈັດຂຶ້ນວັນທີ 17-21 ພະຈິກ 2018 ໃນນີ້ວັນທີ 20 ພະຈິກ ເລີ່ມແຕ່ເວລາ 16:00 ໂມງ ຈະມີການສູດສົມໂພດ ມະເຫສັກຫຼັກເມືອງ ແລະ ຕອນຄໍ່າຈະມີພິທີວຽນທຽນ ແຫ່ຜ້າສາດເຜິ້ງ ຈູດ ບັ້ງໄຟບູຊາ ສ່ວນວັນທີ 21 ພະຈິກ ເວລາ 6:00 ໂມງ ຈະມີພິທີຕັກບາດຖວາຍ ສັງຄະທານ ແລະ ເວລາ 12:30 ໂມງ ຈະມີພິທີແຫ່ຜາສາດເຜິ້ງ ຈາກວັດສີ ເມືອງ ໄປບູຊາຄາລະວະພະທາດຫຼວງ ດັ່ງນັ້ນຈຶ່ງຂໍເຊີນຊວນຊາວພຸດທະ ບໍລິ ສັດທັງຫຼາຍທັງຢູ່ໃກ້ ແລະ ໄກ ຮ່ວມເປັນເຈົ້າສັດທາ ແລະ ເຂົ້າຮ່ວມກິດຈະກໍາ ຄັ້ງນີ້ຢ່າງທົ່ວເຖິງ.

Hits: 14

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້