Friday, July 11, 2025
Kbank Laos โอน รับ จ่าย

ທາບທາມຄໍາເຫັນໃສ່ ຮ່າງຂໍ້ຕົກລົງ ກ່ຽວກັບ ເຄື່ອງໝາຍການຄ້າ ແລະຊື່ການຄ້າ

ມື້ນີ້, ທີ່ນະຄອນຫຼວງວຽງຈັນ, ສະພາການຄ້າ ແລະອຸດສະຫະກໍາແຫ່ງຊາດ ຮ່ວມກັບກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະເຕັກໂນໂລຊີ ໄດ້ຈັດກອງປະຊຸມທາບທາມຄໍາເຫັນໃສ່ ຮ່າງຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ກ່ຽວກັບ ເຄື່ອງໝາຍການຄ້າ ແລະຊື່ການຄ້າ ໂດຍການເປັນປະທ່ານຂອງທ່ານນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດ, ທ່ານ ຫົວໜ້າໂຄງການ, ມີບັນດາຕາງໜ້າຈາກພາກລັດ ແລະເອກະຊົນ, ບໍລິສັດທີ່ປືກສາດ້ານກົດໝາຍ, ສະມາຄົມທຸກລະກິດເຂົ້າຮ່ວມ.

ທ່ານນາງ ວາລີ ເວດສະພົງ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ເພື່ອແນະນໍາໃຫ້ພາກທຸລະກິດ ເຫັນໄດ້ຄວາມໝາຍ ແລະຄວາມສໍາຄັນຂອງເວັບໄຊຈົດໝາຍເຫດຂອງລັດຖະການ ເປັນຕົ້ນ ວິທີການຊອກຫານິຕິກໍາທີ່ມີຜົນບັງຄັບທົ່ວໄປທຸກສະບັບທີ່ໄດ້ປະກາດໃຊ້ແລ້ວ ແລະການປະກອບຄໍາເຫັນໃສ່ຮ່າງນິຕິກໍາທີ່ອົງການສ້າງ ແລະປັບປຸງນິຕິກໍາ ໄດ້ເອົາລົງໃນເວບໄຊດັ່ງກ່າວ. ນອກນັ້ນໃນກອງປະຊຸມໄດ້ຄົ້ນຄ້ວາ, ປືກສາຫາລືເນື້ອໃນຂອງຮ່າງຂໍ້ຕົກລົງແບບເປັນກຸ່ມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານເຄື່ອງໝາຍການຄ້າ ໃນໄລຍະຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນບັນຫາ, ອຸປະສັກ ແລະສິ່ງທ້າທາຍ ແລະສະເໜີການປັບປຸງແກ້ໄຂ. ສະນັ້ນ ເພື່ອປະກອບສ່ວນເຮັດໃຫ້ເນື້ອໃນຂໍ້ຕົກລົງສະບັບນີ້ ມີຄວາມສົມບູນ, ຄົບຖ້ວນຫຼາຍຂຶ້ນ ທັງສອດຄ່ອງກັບສະພາບຄວາມເປັນຈິງພາຍໃນປະເທດ.

ທັງນີ້ ກໍເພື່ອເຮັດໃຫ້ການເຄື່ອນໄຫວວຽກງານກ່ຽວກັບເຄື່ອງໝາຍການຄ້າ ເປັນຕົ້ນແມ່ນ ຂັ້ນຕອນການຍື່ນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ, ການກວດສອບເບື້ອງຕົ້ນ, ການເຜີຍແຜ່ຄໍາຮ້ອງ, ການຄັດຄ້ານຄໍາຮ້ອງ, ການກວດສອບເນື້ອໃນ, ການຈົດທະບຽນ, ການຕໍ່ອາຍຸການປົກປ້ອງ, ການດໍາເນີນການຕ່າງໆ ຫຼັງຈາກການຈົນທະບຽນ, ການທົບທວນຄືນທາງດ້ານບໍລິຫານ ແລະອື່ນໆ ມີຄວາມສະດວກ, ວ່ອງໄວ, ມີຄວາມໂປ່ງໃສ ຮັບປະກັນ ໃຫ້ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊັບສິນທາງປັນຍາ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ແນໃສ່ການຊຸກຍູ້ການດໍາເນີນທຸລະກິດໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນ, ສ້າງສະພາຍແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ນັກລົງທຶນທັງພາຍໃນ ແລະຕ່າງປະເທດ ປະກອບສ່ວນເຂົ້າໃນການພັດທະນາເສດະກິດ-ສັງຄົມຂອງຊາດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.