Thursday, March 20, 2025

ນະຄອນຫຼວງວຽງຈັນ ສົມທົບກັບ ເມືອງສີໂຄດຕະບອງ ສ້າງຂະບວນ ສັກຢາກັນພະຍາສັດ

ເນື່ອງໃນໂດກາດວັນສັກຢາກັນພະຍາດສັດແຫ່ງຊາດ 11 ພະຈິກ ປະຈໍາປີ 2018, ມື້ນີ້ ທີ່ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ສົມທົບກັບເມືອງສີໂຄດຕະບອງ ຈັດພິທີສ້າງຂະບວນການສັກຢາກັນພະຍາສັດ ທີ່ບ້ານໃໝ່ ເມືອງສີໂຄດຕະບອງ ໂດຍການເຂົ້າຮ່ວມຂອງ ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ພູວຽງ ແກ້ວວົງວິຈິດ ເຈົ້າເມືອງສີໂຄດຕະບອງ ພ້ອມດ້ວຍພະນັກງານວິຊາການສັດຕະວາແພດ ຄູອາຈານ ນັກຮຽນ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າ ພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ກ່າວວ່າ: ຂະບວນການສັກຢາກັນພະຍາດສັດໄດ້ຈັດຕັ້ງປະຕິບັດມາແຕ່ປີ 2008 ເປັນຕົ້ນມາ ສະເພາະປີ 2017 ຂະບວນການສັກຢາກັນພະຍາດສັດ ຂອງປະຊາຊົນພາຍ ໃນນະຄອນຫຼວງວຽງຈັນ ສາມາດສັກຢາກັນພະຍາດເຕົ້າໂຮມເລືອດ, ພະຍາດໄຂ້ບວມ, ພະຍາກປາກເປື່ອຍລົງເລັບ, ພະຍາດອະຫິວາໝູ, ພະຍາດວໍ້, ພະຍາດອະຫິວາສັດປີກ ແລະ ພະຍາດນີວຄາເຊີນ ໃນນີ້ ມີຄວາມ 7.071 ໂຕ, ງົວ 44.521 ໂຕ, ແບ້ 5.256 ໂຕ, ໝູ 141.885 ໂຕ, ໝາ 22.256 ໂຕ ແລະ ສັດປີກ 1.773.313 ໂຕ, ຊຶ່ງການສັກຢາກັນພະຍາດສັດ ໃນທົ່ວນະຄອນຫຼວງວຽງຈັນ ປະຕິບັດໄດ້ 74,53% ຂອງຝູງສັດ.

ສໍາລັບ ສັດລ້ຽງທີ່ລ້ຽງແບບເປັນຟາມຜະລິດເປັນສິນຄ້າແມ່ນສັກໄດ້ 100% ແລະ ໄດ້ສ້າງຂະບວນການສັກຢາກັນພະຍາດສັດລ້ຽງ (ຫຼັງນໍ້າຖ້ວມ) ຢູ່ເມືອງໄຊທານີ, ຫາດຊາຍຟອງ ແລະ ເມືອງປາກງື່ມ ໄດ້ຈໍານວນ 3.639 ໂຕ, ປະຈຸບັນ ຍັງສືບຕໍ່ສັດຢາດັ່ງກ່າວຢູ່ເມືອງນາຊາຍທອງ ແລະເມືອງສັງທອງ.

ທາບທາມຄໍາເຫັນໃສ່ ຮ່າງຂໍ້ຕົກລົງ ກ່ຽວກັບ ເຄື່ອງໝາຍການຄ້າ ແລະຊື່ການຄ້າ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.