ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ກ່າວວ່າ : ກອງປະຊຸມໂຕະມົນປະຈໍາປີນີ້ ຈະເປັນເວທີ ທີ່ມີຄວາມສໍາຄັນຫລາຍຫລາຍສໍາລັບລັດຖະບານແຫ່ງ ສປປ ລາວ ແລະບັນດາຄູ່ຮ່ວມພັດທະນາ ເພື່ອຮ່ວມກັນກໍານົດເຄື່ອງມືສໍາລັບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ໃນໄລຍະສຸດທ້າຍ, ໂດຍສະເພາະ ຄວາມຕ້ອງການທີ່ຈະເສີມຂະຫຍາຍການເປັນຄູ່ຮ່ວມພັດທະນາທີ່ມີປະສິດທິຜົນເພື່ອການເຕີບໂຕແບບຍືນຍົງ.

ສໍາລັບກອງປະຊຸມໂຕະມົນປະຈໍາປີນີ້ ຈະຂຶ້ນໃນລະຫວ່າງວັນທີ 4-5 ທັນວາ ທີ່ນະຄອນຫຼວງວຽງຈັນ, ໂດຍມີຈຸດປະສົງ ເພື່ອທົບທວນກາງສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ໂດຍສະເພາະການເຕີບໂຕທາງດ້ານເສດຖະກິດແບບມີສ່ວນຮ່ວມ ແລະຍືນຍົງ, ການພັດທະນາຊັບພະຍາກອນມະນຸດ ແລະສັງຄົມ, ຊັບພະຍາກອນທໍາມະຊາດ ການຄຸ້ມຄອງສິ່ງແວດລ້ອມ ແລະການກະກຽມຮັບມືກັບໄພພິບັດແລະບັນຫາອື່ນໆ ທີ່ປິ່ນອ້ອມ ເຊັ່ນການຄຸ້ມຄອງລັດດ້ວຍກດຫມາຍ, ໄວຫນຸ່ມ ແລະບົດບາດຍິງຊາຍ.

ນອກນີ້ ກອງປະຊຸມ ຍັງຈະໄດ້ປຶກສາຫາລືກ່ຽວກັບຜົນຂອງການປະເມີນຄວາມຕ້ອງການຫຼັງເກີດໄພພິບັດທີ່ເກີດຂຶ້ນໃນທົ່ວປະເທດ ຊຶ່ງໄດ້ເຮັດການປະເມີນຮ່ວມກັບ ກະຊວງແຮງງານ, ແລະສະຫວັດດີການສັງຄົມ, ອົງການສະຫະປະຊາຊາດ ເພື່ອການພັດທະນາ, ທະນາຄານໂລກ ແລະສະຫະພາບເອີຣົບ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ພິທີຖະແຫຼງຂ່າວກ່ຽວກັບການກະກຽມກອງປະຊຸມໂຕະມົນປະຈໍາປີ 2018 ດັງກ່າວ ໄດ້ຈັດຂຶ້ນທີ່ກະຊວງແຜນການ ແລະການລົງທຶນ ພາຍໃຕ້ການເປັນປະທານຂອງທ່ານ ກິແກ້ວ ຈັນທະບູລີ, ໂດຍມີ ທ່ານ ນາງ ຄາຣິນາ ອິມໂມເນັນ ຜູ້ປະສານອົງການສະຫະປະຊາຊາດ ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້