ອົງການຍູເນັດສະໂກ ປະເມີນການຄຸ້ມຄອງແຫຼ່ງມໍລະດົກໂລກຢູ່ ສປປ ລາວ

ກອງ​ປະ­ຊຸມ​ປະ​ເມີນ​ຜົນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຫຼ່ງ​ມໍ­ລະ­ດົກ​ໂລກ​ຢູ່ ສປປ ລາວ ຂອງ​ສູນ​ມໍ­ລະ­ດົກ​ໂລກ ຍູເນັດສະໂກມີ​ຂຶ້ນ​ໃນ​ມໍ່ໆມານີ້ ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ດັ່ງ­ກ່າວ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ການ​ປະ​ເມີນ​ຜົນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຫຼ່ງ​ມໍ­ລະ­ດົກ​ໂລກ​ຢູ່ ສປປ ລາວ ຂອງ​ສູນ​ມໍ­ລະ­ດົກ​ໂລກ ຍູເນັດສະໂກ ເຊິ່ງ​ການ​ປະ​ເມີນ​ຜົນ​ໃນ​ຄັ້ງ​ນີ້ ແມ່ນ​ນຳ​ໃຊ້​ຄູ່​ມື​ການ​ປະ​ເມີນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ­ທ່ອງ­ທ່ຽວ ແລະ ແຂກ​ທ່ອງ​ທ່ຽວ ຫຼື ເອີ້ນ​ຊື່​ຫຍໍ້​ວ່າ VTMAT ເຊິ່ງ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ແຕ່​ເດືອນ​ກັນ­ຍາ​ຜ່ານ​ມາ ຢູ່​ເມືອງ​ມໍ­ລະ­ດົກ​ໂລກ​ຫຼວງ​ພະ​ບາງ ໂດຍ​ທ່ານ ໂຣ​ບິນ ບາ​ສ​ເຊວ ແລະ ທ່ານ ປີ​ເຕີ ເດ​ບຣິນ ໄດ້​ຮ່ວມ​ກັບ​ຫ້ອງ­ການ​ມໍ­ລະ­ດົກ​ໂລກ​ຫຼວງ​ພະ​ບາງ.

ຜ່ານ​ການ​ປະ​ເມີນ​ເຫັນ​ວ່າ ການ​ຄຸ້ມ​ຄອງ ແລະ ປົກ​ປັກ​ຮັກ­ສາ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ­ໃຈ ສິ່ງ­ແວ­ດລ້ອມ ຊີ­ວະ​ນາໆພັນ ສິ່ງ​ກໍ່­ສ້າງ ວັດ­ຖຸ­ບູ­ຮານ ແລະ ສະ­ຖານ­ທີ່​ບູ­ຮານ​ຕ້ອງ​ໄດ້​ຮັບ​ການ​ປັບ­ປຸງ ບາງ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ແມ່ນ​ຕ່ຳ​ກວ່າ ມາດ­ຕະ­ຖານ​ການ​ຄຸ້ມ​ຄອງ​ຂີ້​ເຫຍື້ອ​ຍັງ​ຕ່ຳ​ກວ່າ​ມາດ­ຕະ­ຖານ ແລະ ເປັນ​ບັນ­ຫາ​ທີ່​ເພີ່ມ​ຂຶ້ນ ການ​ຄຸ້ມ​ຄອງ​ການ​ຈະ­ລາ­ຈອນ​ໃນ​ຕົວ​ເມືອງ ແລະ ອ້ອມ​ເມືອງ​ຫຼວງ​ພະ​ບາງ ຍັງ​ບໍ່​ເປັນ​ລະ­ບົບ​ເທື່ອ ເຊິ່ງ​ຄູ່​ມື​ປະ​ເມີນ​ການ​ຄຸ້ມ​ຄອງ​ການ­ທ່ອງ­ທ່ຽວ ແລະ ແຂກ​ທ່ອງ​ທ່ຽວ​ນີ້ ແນ­ໃສ່​ປັບ­ປຸງ​ປະ­ສິດ­ທິ­ພາບ​ຂອງ​ການ​ຄຸ້ມ​ຄອງ​ການ­ທ່ອງ­ທ່ຽວ​ຢູ່​ໃນ​ເຂດ​ມໍ­ລະ­ດົກ​ໂລກ ແລະ ການ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ຢ່າງ​ມີ​ປະ­ສິດ­ທິ­ພາບ ໃນ​ການ​ປົກ​ປັກ​ຮັກ­ສາ​ຄຸນ­ຄ່າ​ມໍ­ລະ­ດົກ ຢູ່​ໃນ​ສະ­ຖານ­ທີ່​ມໍ­ລະ­ດົກ ແລະ ອື່ນໆ ເຊິ່ງ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ.

Cr.KPL
ພາບປະກອບ: https://aseanup.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,