ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ຈະພິຈາລະນາ ແລະຮັບຮອງ 12 ບັນຫາສໍາຄັນ


ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ພະຈິກ 2018 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6), ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີບັນດາການນຳ, ອະດີດການນຳພັກ-ລັດ, ສະມາຊິກສະພາແຫ່ງຊາດ ທຸກເຂດເລືອກຕັ້ງ ແລະພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ.

ທ່ານນາງ ປານີ ຢາທໍ່ຕູ້ ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ຈະດໍາເນີນໄປເຖິງທີ 21 ທັນວາ 2018 ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 22 ວັນ (ບໍ່ລວມວັນພັກລັດຖະການ). ໂດຍກອງປະຊຸມ ຄັ້ງນີ້ ຈະພິຈາລະນາ ແລະຮັບຮອງເອົາ 12 ບັນຫາສຳຄັນຄື:

1) ພິຈາລະນາ, ຮັບຟັງບົດລາຍງານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນປະຈຳປີ 2018 ແລະທິດທາງວຽກງານຈຸດສຸມໃນປີ 2019 ຂອງລັດຖະບານ;

2) ພິຈາລະນາ, ຮັບຮອງເອົາບົດລາຍງານຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນກະຊວງການເງິນ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 9 ເດືອນ, ແຜນວຽກຄາດຄະເນການຈັດຕັ້ງປະຕິບັດໝົດປີ 2018, ທິດທາງແຜນການປີ 2019 ແລະ ບົດລາຍງານການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2017;

3) ພິຈາລະນາ, ຮັບຮອງເອົາການຊີ້ແຈງຂອງລັດຖະບານຕໍ່ຄຳຊັກຖາມຂອງສອງ 2 ກະຊວງຄື: ກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ແຈງກ່ຽວກັບສະພາບການກໍ່ສ້າງ ແລະສ້ອມແປງຖະໜົນຫົນທາງ (ໃນໄລຍະຜ່ານ ມາເຫັນວ່າ ຄຸນນະພາບການກໍ່ສ້າງຕໍ່າ, ມູນຄ່າການກໍ່ສ້າງສູງ, ແກ່ຍາວເວລາກໍ່ສ້າງ ແລະທິດທາງແກ້ ໄຂບັນຫາດັ່ງກ່າວໃນຕໍ່ໜ້າມີແນວໃດ); ກະຊວງສາທາລະນະສຸກ ຊີ້ແຈງກ່ຽວກັບຄຸນນະພາບການບໍລິ ການການປິ່ນປົວຢູ່ໂຮງໝໍ, ສຸກສາລາ; ການຊີ້ແຈງອະທິບາຍຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການປະຕິບັດກົດໝາຍວ່າດ້ວຍຄວາມຜູກພັນໃນສັນຍາ ແລະນອກສັນຍາ ກ່ຽວກັບການຫັນການລະເມີດສັນຍາກູ້ຢືມ ມາດໍາເນີນເປັນຄະດີອາຍາ ແລະທິດທາງແກ້ໄຂໃນຕໍ່ໜ້າ. ນອກນັ້ນ ຍັງຈະໄດ້ຮັບຟັງການຊີ້ແຈງອະທິບາຍເພີ່ມຈາກທ່ານ ນາຍົກລັດຖະມົນຕີມ, ບັນດາລັດຖະມົນຕີຈາກກະຊວງ,ອົງການທີ່ກ່ຽວຂ້ອງ ທີ່ພົວພັນເຖິງບັນຫາທີ່ພົ້ນເດັ່ນໃນການຄຸ້ມຄອງ-ບໍລິຫານລັດ ທາງດ້ານເສດຖະກິດ-ສັງຄົມ.

4) ພິຈາລະນາ, ຮັບຟັງບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII (ສະບັບເລກທີ 079/ສພຊ, ລົງວັນທີ 17 ພະຈິກ 2017); ວ່າດ້ວຍການພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ ຕິດພັນກັບເປົ້າໝາຍການພັດທະນາແບບຍືນຍົງ.

5) ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການ ກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019; ບົດລາຍງານຜົນການກວດສອບ,ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2017.

6) ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການກວດກາລັດຖະບານ ກ່ຽວກັບການກວດກາຕາມຜົນການກວດສອບ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ 2013-2014, 2014-2015 ແລະ2015-2016.

7) ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕາມການ ສະເໜີຂອງທ່ານນາຍົກລັດຖະມົນຕີ;

8) ພິຈາລະນາ, ຮັບຮອງເອົາບົດສະເໜີຂອງລັດຖະບານ ກ່ຽວກັບ ຊົນເຜົ່າບຣູ.

9) ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງ ການໄອຍະການປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝ (2016-2018), ການເຄື່ອນໄຫວວຽກງານ 9 ເດືອນ ປະຈໍາປີ 2018, ທິດທາງແຜນການຮອດປີ 2020 ແລະວຽກງານຈຸດສຸມປະຈໍາປີ 2019.

10) ພິຈາລະນາ,ຮັບຮອງເອົາບົດລາຍງານ ກ່ຽວກັບການເຄື່ອນໄຫວ ວຽກງານ ກາງສະໄໝ ຂອງສະພາແຫ່ງຊາດຊຸດທີ VIII (2016-2018), ປະຈໍາປີ 2018, ທິດທາງ ແຜນການຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ IX ແລະແຜນວຽກຈຸດສຸມປະຈໍາປີ 2019 ຂອງສະພາແຫ່ງຊາດ;

11) ພິຈາລະນາ, ຮັບຮອງເອົາແຜນການສ້າງ ແລະປັບປຸງກົດໝາຍ, ແຜນການຕິດຕາມ ກວດກາປະຈໍາປີ 2019 ຂອງສະພາແຫ່ງຊາດ. 12 ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງຮ່າງກົດໝາຍ ຈໍານວນ 8 ສະບັບຄື: ໃນຂົງເຂດເສດຖະກິດ 4 ສະບັບ, ຂົງເຂດວັດທະນະທໍາ-ສັງຄົມ 2 ສະບັບ, ຂົງເຂດປົກຄອງ ແລະຍຸຕິທໍາ 1 ສະບັບ, ແລະຂົງເຂດຕ່າງປະເທດ 1 ສະບັບ.

ນອກນັ້ນ ກອງປະຊຸມ ຍັງນີ້ ຈະໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ຊຶ່ງເປັນຮ່າງກົດໝາຍທີ່ສໍາຄັນ ໃນການຈັດຕັ້ງຜັນຂະຫຍາຍມະຕິ ຂອງຄະນະບໍລິຫານງານສູງກາງພັກ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະພັດທະນາທີ່ດິນໃນໄລຍະໃໝ່ ສະບັບເລກທີ 026\ຄບສພ ລົງວັນທີ 3 ເດືອນ 8 ປີ 2017 ໃຫ້ເປັນອັນລະອຽດ ເພື່ອເປັນເຄື່ອງມືໃນການຄຸ້ມຄອງ ແລະສົ່ງເສີມການນໍາໃຊ້ທີ່ດິນ ຊຶ່ງເປັນທ່າແຮງ ທາງດ້ານຊັບພະຍາກອນໃຫ້ມີປະສິດທິຜົນ ແກ່ການພັດທະນາເສດຖະກິດແຫ່ງຊາດ ກໍຄືການສົ່ງເສີມການຜະລິດ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ນັບມື້ດີຂຶ້ນ.

ຂະນະດຽວກັນນີ້ ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະຄໍາສະເໜີໂດຍກົງ ຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ, ເຊິ່ງສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີ ໄປຍັງກອງປະຊຸມຜ່ານ ໂທລະສັບສາຍດວ່ນ 156; ໂທລະສານ ໝາຍເລກ: 021 413 528; ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662 ຫລື ສົ່ງອີເມວ: na_session@na.gov.la

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,