Wednesday, March 26, 2025

ຊົມເຊີຍ! ກະຊວງປ້ອງກັນຄວາມສະຫງົບ ເອົາໃຈໃສ່ການຄຸ້ມຄອງ-ແກ້ໄຂແຮງງານຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ

ໃນມື້ນີ້, ທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະ ຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ແຈງ ແລະ ຕອບຂໍ້ຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ ຕໍ່ກັບບັນຫາ ການຄຸ້ມຄອງແຮງງງານ ຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ, ເຊິ່ງໃນໄລຍະຜ່ານມາ ກະຊວງປ້ອງກັນຄວາມສະຫງົບ ກໍ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງການຕ່າງປະເທດ ໄດ້ມີການຕິດຕາມກວດກາ ແລະ ປັບສະຖານະພາບ ແຮງງານຕ່າງປະເທດ ເປັນແຕ່ລະໄລຍະ, ເຊິ່ງເຫັນວ່າມີອັນດີຂຶ້ນ ແຕ່ຍັງບໍ່ສາມາດ ແກ້ໄຂໃຫ້ໝົດໄດ້.

ຕໍ່ກັບບັນຫາດັ່ງກ່າວ, ທ່ານຮອງລັດຖະມົນຕີ ຍັງໄດ້ຂໍການຮ່ວມໄມ້ຮ່ວມມື ກັບສະພາແຫ່ງຊາດ ກໍຄື ທຸກພາກສ່ວນກ່ຽວຂ້ອງ ໃນການແກ້ໄຂບັນຫາດັ່ງກ່າວໃຫ້ໝົດໄປ, ເຊິ່ງແຮງງານສ່ວນຫລາຍ ກໍແມ່ນມາຈາກປະເທດເພື່ອນມິດ ທີ່ມາປະກອບອາຊີບ ທີ່ບໍ່ສອດຄ່ອງຕໍ່ລະບຽບກົດໝາຍ ແລະ ພວກເຮົາກໍຕ້ອງຄ່ອຍໆແກ້ໄຂ ເພື່ອໃຫ້ມີຄວາມສະຫງົບ, ໃນໄລຍະຜ່ານມາ ກໍມີເຈົ້າໜ້າທີ່ບາງສ່ວນ ໄດ້ອຳ ນວຍຄວາມສະດວກ ແລະ ສົມຮູ້ຮ່ວມຄິດກັບແຮງງານດັ່ງກ່າວ, ເຊິ່ງພວກເຮົາກໍໄດ້ມີການ ແກ້ໄຂ ແລະ ມີມາດຕະການຕໍ່ຜູ້ທີີ່ ລະເມີດຕໍ່ລະບຽບວິໄນ ຂອງກຳລັງປ້ອງກັນ ຄວາມສະຫງົບ.

ສຳລັບແຮງງານຕ່າງປະເທດ ທີ່ເຂົາມາແບບບໍ່ຖືກຕ້ອງນັ້ນ, ສ່ວນຫລາຍແມ່ນ ມາເຮັດວຽກຢູ່ຮ້ານເສີມສວຍ, ຕັດຜົມ, ຕັດເລັບ, ເລາະຂ່າຍເຄື່ອງຍ່ອຍຕ່າງໆ ແລະ ປະກອບອາຊີບອື່ນໆ ຈຳນວນໜຶ່ງ.
#insidelaos
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ