ເລີກງາມຍາມດີໃນການແຕ່ງດອງ ທີ່ຖືກຕ້ອງຕາມປະເພນີລາວ


ສິດທິກາລິຍະ ນັກປາດບູຮານລາວ ທ່ານໄດ້ໃຫ້ຄວາມເຫັນວ່າ ການແຕ່ງດອງ ເປັນພິທີສຳຄັນທີ່ສຸດຄັ້ງໜຶ່ງໃນຊີວິດ ເພາະທ່ານຖືວ່າເປັນການເອົາຄົນ ທັງຊາຍ-ຍິງ ມາຈັບຄູ່ກັນສ້າງຄອບຄົວ; ຄອບຄົວຈະໄປໃນທິດທາງໃດ? ຢູ່ທີ່ຄົນຄູ່ນີ້ຈະນຳໄປ ຊິຈະເລີນ ຫຼືເສື່ອມຖອຍ ຈະໄປລອດຫຼືບໍ່ລອດ ຈະແຍກກັນຫຼືຢູ່ດ້ວຍກັນຈົນຍາວນານ ແກ່ເຖົ້າໄປດ້ວຍກັນນັ້ນ. ນອກຈາກການສົມພົງ ແລະບໍ່ສົມພົງກ່ຽວກັບວັນ, ເດືອນ, ປີແລ້ວ ກໍຍັງມີສ່ວນປະກອບອັນສຳຄັນອີກຢ່າງໜຶ່ງ ຄືເລີກແຕ່ງດອງ.
ດັ່ງນັ້ນ, ພໍ່ບ້ານແມ່ເຮືອນ ຈຶ່ງຄວນຮູ້ສ່ວນປະກອບເຫຼົ່ານີ້ ແລ້ວຫາຫົນທາງແກ້ ຫຼືປະຕິບັດໃຫ້ຖືກຕ້ອງ ດັ່ງນີ້:

  1. ເດືອນທີ່ນິຍົມແຕ່ງດອງ ຄື ເດືອນຄູ່ ໄດ້ແກ່ ເດືອນຍີ່ (ເດືອນສອງ), ເດືອນສີ່, ເດືອນຫົກ, ເດືອນສິບ ແລະເດືອນສິບສອງ ສ່ວນເດືອນຄີກ ຄືເດືອນເກົ້າ ແຕ່ສ່ວນຫຼາຍຄົນລາວເຮົາ ຈະບໍ່ແຕ່ງ ເພາະຖືວ່າຢູ່ໃນກາງພັນສາ.
  2. ວັນແຕ່ງດອງ ນິຍົມເອົາວັນຂ້າງຂຶ້ນ ແລະຂ້າງແຮມ ບໍ່ກ່ຽວກັບວັນທີ່ ແລະວັນໃນສັບປະດາ (ອາທິດ, ຈັນ, ອັງຄານ, ພຸດ, ພະຫັດ, ສຸກ, ເສົາ) ຖືເອົາວັນຫົວຮຽງໝອນ ເປັນວັນສິລິມຸງຄຸນ.
  3. ວັນຫົວຮຽງໝອນ ການແຕ່ງດອງ ທ່ານໃຫ້ເອົາວັນຫົວຮຽງໝອນ ຫຼືຄຽງໝອນເປັນຫຼັກ ໃຫ້ເວັ້ນວັນຈົມ ແຕ່ຈະຖືກວັນຟູ ຫຼືບໍ່ນັ້ນ ບໍ່ເປັນຫຍັງ? ວັນຫົວຮຽງໝອນ ຄືວັນທີ່ຄວນແຕ່ດອງນັ້ນ ມີດັ່ງນີ້:

ຂ້າງຂຶ້ນ ໄດ້ແກ່ ຂຶ້ນ 6-7-10-11-12-13 ຄ່ຳ

ຂ້າງແຮມ ໄດ້ແກ່ ແຮມ 3-7-9-13 ຄ່ຳ
ແຕ່ງດອງ ຕາມວັນດັ່ງກ່າວນີ້ ດີນັກແລ.


ວັນຫ້າມແຕ່ງດອງ: ມີດັ່ງນີ້
  1. ຂ້າງຂຶ້ນ ເຊັ່ນ ຂຶ້ນ 1 ຄ່ຳ ຫົວສວມຂາລົງ ຄືຫັນຫົວລົງ ແລະຫົວຝ່າຍຊາຍສວມຢູ່ທີ່ຂາຝ່າຍຍິງ ບໍ່ດີ ຜູ້ຊາຍຈະຕາຍກ່ອນ; ຂຶ້ນ 14 ຄ່ຳ ຫົວສວມຂາຂຶ້ນ ຄືຫົວຝ່າຍຍິງຢູ່ທີ່ຂາຝ່າຍຊາຍ ບໍ່ດີ ຜູ້ຍິງຈະຕາຍກ່ອນ ຖ້າຂຶ້ນ 2-3-8-9-15 ຄ່ຳ ບໍ່ດີ ແຕ່ງແລ້ວຈະຢ່າຮ້າງກັນ ຢູ່ນຳກັນບໍ່ໄດ້, ຖ້າຂຶ້ນ 4-5 ຄ່ຳ ເອົາຫົວລົງບໍ່ດີ ຢູ່ດ້ວຍກັນເຄິ່ງເດືອນ ຈະຕາຍຈາກກັນ.
  2. ຂ້າງແຮມ ຖ້າແຮມ 1 ຄ່ຳ ເອົາຫົວລົງບໍ່ດີ ຢູ່ດ້ວຍກັນຈະຕາຍຈາກກັນກ່ອນເວລາອັນສົມຄວນ ຖ້າແຮມ 2-515 ຄ່ຳ ຕີນຢັນກັນ ຜູ້ຍິງຈະຕາຍເມື່ອຄອດລູກ ຖ້າແຮມ 4-10-12-14 ຄ່ຳ ຫົວຊົນກັນບໍ່ດີ; ຈະໄດ້ຢ່າຮ້າງກັນແລຯ ຖ້າແຮມ 6-8-11 ຄ່ຳ ທ່ານວ່າບໍ່ດີ ຜູ້ຍິງຈະຕາຍກ່ອນ ດັ່ງນັ້ນ, ທ່ານຈຶ່ງຫ້າມບໍ່ໃຫ້ແຕ່ງດອງ ໃນມື້ນອກຈາກຫົວຮຽງໝອນດັ່ງກ່າວມາແລ້ວ ແຕ່ຖ້າໄດ້ແຕ່ງໄປແລ້ວວິທີແກ້ກໍຄື ໃຫ້ໄຫວ້ພະສວດມົນທຸກເຊົ້າ-ຄ່ຳ ຈະມີອາຍຸຍືນນານດ້ວຍກັນແລຯ.

ທີ່​ມາ​ຂໍ້​ມູນ: ມໍ​ລະ​ດົກ​ອີ​ສານ ໂດຍ ອ.ຈ ສະ​ວິງ ບຸນ​ເຈີມ ປ.ທ 9 

ຮູບ​ປະ​ກອບ: https://www.khaosod.co.th

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...