ເປີດຕະຫລາດນັດລົດລາຄາຖືກ ຄັ້ງທຳອິດ ທີ່ນະຄອນຫລວງວຽງຈັນ ສານ​ຝັນສຳ​ລັບ​ຄົນ​ມີ​ເ​ງິນ​​ໜ້ອຍ!

ບໍລິສັດ ໂອໂຕເວີດ (KOLAO Development Co.,Ltd)  ໄດ້ຈັດງານຕະຫລາດນັດ ລົດລາຄາຖືກຄັ້ງທຳອິດ  ຂຶ້ນທີ່ຄິວລົດສາຍໃຕ້ເກົ່າ ບ້ານພະຂາວ ເມືອງ ໄຊທານີ  ນະຄອນຫລວງວຽງຈັນ ເຊິ່ງເລີ່ມແຕ່ເວລາ 9:00-21:00 ໂມງ ພ້ອມໂປຣໂມຊັນພິເສດ  ຫລຸດສູງສຸດ 50% ຫລື 50 ລ້ານກີບ,  30 ລ້ານກີບ, 25 ລ້ານກີບ, 20 ລ້ານກີບ ແລະ ອື່ນໆ  ຫລາກຫລາຍ ທາງເລືອກ ໃຫ້ກັບລູກຄ້າ. ຕະຫລາດນັດຄັ້ງນີ້ ແມ່ນຈະເປີດຂາຍໃນໄລຍະ ເວລາສາມເດືອນ(8/12/2018-08 /03/2019),  ແຕ່ຖ້າຫາກມີຄວາມຮຽກຮ້ອງຕ້ອງການ ຈາກສັງຄົມຢ່າງກວ້າງຂວາງ ທາງບໍລິສັດອາດຈະຂະຫຍາຍວັນເວລາເພີ່ມຕື່ມ.

ທ່ານ ເອກະໄຊ ໄຊຍະວົງ ຜູ້ອຳນວຍການພະແນກການຂາຍ  ແລະ ບໍລິຫານ ໃຫ້ຮູ້ວ່າ:  ງານຕະຫລາດນັດລົດລາຄາຖືກ ແມ່ນກິດຈະກຳທີ່ມອບຄວາມສຸກ  ໃຫ້ກັບບັນດາລູກຄ້າ ດ້ວຍຜະ ລິດ ຕະພັນ  ຫລາກຫລາຍຂອງໂຄລາວ ແລະ ໂປຣໂມຊັນສຸດພິເສດ  ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່.  ຜະລິດຕະພັນ ທີ່ທາງບໍລິສັດໄດ້ຈັດກຽມໄວ້ໃຫ້ລູກຄ້າ  ລວມມີລົດຫລາຍຍີ່ຫໍ້ເປັນຕົ້ນ  ລົດເກຍ, ຮຸນໄດ, ມິຊູບິຊິ, ລົດຈັກໂຄລາວ ທັງລົດໃໝ່ ແລະ ລົດມືສອງ. ນອກນີ້,  ໂຄລາວ ຍັງມີຜະລິດຕະພັນ ເຄື່ອງໄຟຟ້າ,  ເຟີນິເຈີ ແບບທັນສະໄໝ, ພິເສດລົດຍີ່ຫໍ້ BMW  ກໍໄດ້ເຂົ້າມາຮ່ວມງານເຊັ່ນດຽວກັນ.  ພິເສດ ອີກສຸດໆຊື້ລົດໃນງານຈະໄດ້ຮັບສາຍຄໍຄຳ,  ລົດຈັກ, ຫລື ມືຖື ແລະ ອື່ນໆ.  ນອກນັ້ນ ຜູ້ທີ່ມາຮ່ວມງານຍັງມີໂອກາດຊີງໂຊກທຸກໆວັນ  ແລະ ລາງວັນສູງສຸດແຕ່ລະເດືອນລົດຈັກ  Big bike GT 250 ແລະ ຊີງໂຊກລາງວັນໃຫຍ່ ລົດເກັງ ຮຸນໄດ  ແລະ ອີອອນ.

ພາຍໃນງານ ທາງບໍລິສັດ ຍັງໄດ້ຮ່ວມມືກັບ  ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອປ່ຽນໃບຂັບຂີ່  ເປັນພາສາອັງກິດ(ໃບຂັບຂີ່ສາກົນ)  ໃຫ້ແກ່ລູກຄ້າ ແລະ ປະຊາຊົນທົ່ວໄປທີ່ມາຮ່ວມງານນີ້,  ມີຄອນ ເສີດ ທັງສິລະປິນລາວ  ແລະ ປະເທດເພື່ຶອນບ້ານທີ່ໂດ່ງດັງ ເຊັ່ນ: ກ້ອງ ຫ້ວຍໄຣ່  ແລະ ຕ່າຍ ອໍຣະໄທເຂົ້າຮ່ວມນຳດ້ວຍ.

#insidelaos

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...