ກຽວ​ໂຕ-ວຽງ​ຈັນ ເມືອງ​ຫຼວງ​ແຫ່ງ​ການ​ຜູກ​ສ່ຽວ ມອບ​ຂອງ​ຂວັນ​ເພື່ອ​ມິດ​ຕະ​ພາບ​ລະ​ຫວ່າງ​ກັນ​ແລະ​ກັນ

ທ່ານຮູ້ຫຼືບໍ່ວ່າ ລັດຖະບານລາວ ໄດ້ມອບ ຊ້າງ 4 ເຊືອກໃຫ້ເປັນຂອງຂວັນແກ່ ນະຄອນກຽວໂຕ ໃນເດືອນ ພະຈິກ 2014 ແລະ ນະຄອນກຽວໂຕ ໄດ້ມອບລົດເມຈຳນວນ 34 ຄັນໃຫ້ແກ່ ນະຄອນຫຼວງວຽງຈັນ ພາຍໃຕ້ກອບການຮ່ວມມື ລະຫວ່າງເມືອງແຮກສ່ຽວ.

ລົດເມເຫຼົ່ານັ້ນ ໄດ້ຖືກນຳໃຊ້ ເພື່ອຊ່ວຍຫຼຸດຜ່ອນບັນຫາ ການຈະລາຈອນໃນຕົວເມືອງ ຂອງ ນະຄອນຫຼວງວຽງຈັນ. ຖ້າທ່ານມີໂອກາດ ໄດ້ໄປຢາມ ເມືອງກຽວໂຕ ຢ່າລືມໄປແວ່ທີ່ສວນສັດ ນະຄອນກຽວໂຕ ເພື່ອຢ້ຽມຢາມຊ້າງທັງ 4 ເຊືອກ ແລະ ຖ້າທ່ານຢູ່ນະຄອນຫຼວງວຽງຈັນ ຢ່າລືມໃຊ້ບໍລິການລົດເມສາທາລະນະ! ຖ້າຄິດເຖິງຊ້າງ ກໍມາໃຊ້ບໍລິການລົດເມໃຫ້ເພື່ອຜ່ອນຄາຍ.
ຍັງມີຄວາມຮ່ວມມືອີກຫຼາຍດ້ານ ກັບນະຄອນກຽວໂຕ !

#insidelaos

Cr.facebook.com/2174309662833918

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...