ສຸດຍອດ! ເມືອງສັງທອງສົ່ງເສີມຊາວກະສິກອນ ຫັນມາລ້ຽງງົວເປັນຟາມ

  ໂຄງ­ການ​ຄຸ­ນະ­ພາບ​ຊີ້ນ​ງົວ​ລາວ ໄດ້​ຈັດ­ການ​ສາ­ທິດ​ທົດ​ລອງ​ຕົວ​ຈິງ​ໃນ​ການ​ລ້ຽງ​ງົວ​ເປັນ​ຟາມ​ຂອງ​ຊາວ​ກະ­ສິ­ກອນ​ຂະ­ໜາດ​ນ້ອຍ ໃນ​ທ້າຍ​ເດືອນ​ພະ­ຈິກ 2018 ທີ່​ຟາມ​ຂອງ​ທ່ານ ພອນ​ແກ້ວ ບ້ານ​ຫີນ​ລັບ ເມືອງ​ສັງ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ທ່ານ ບົວ​ຄຳ ສີ​ສົງ­ຄາມ ຮອງ​ເຈົ້າ­ເມືອງ​ສັງ​ທອງ ທ່ານ ສີ­ສະ​ຫວັດ ສິນ​ທະ­ວີ ຮອງ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ພັນ­ທະ​ວົງ ວົງ​ສຳ­ພັນ ຜູ້​ປະ­ສານ​ງານ​ໂຄງ­ການ​ຄຸ­ນະ­ພາບ​ຊີ້ນ​ງົວ​ລາວ (ນູ​ແວນ​ເຊ​ລັງ) ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ​ທົດ​ລອງ​ຕົວ​ຈິງ​ຄັ້ງ​ນີ້ ຜູ້​ເຂົ້າ​ຮ່ວມ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ລະ­ບົບ​ການ​ລ້ຽງ​ງົວ​ຂອງ​ຊາວ​ກະ­ສິ­ກອນ​ຂະ­ໜາດ​ນ້ອຍ ເຊັ່ນ: ການ​ຈັດ­ການ​ຟາມ​ງົວ​ຊີ້ນ​ທີ່​ດີ ການ​ເຮັດ​ຫຍ້າ​ໝັກ ການ​ເຮັດ​ຮົ້ວ​ໄຟ­ຟ້າ ແລະ ປ່ອຍ​ໃຫ້​ກິນ ນອກ​ນັ້ນ​ຍັງ​ໄດ້​ເນັ້ນ​ໜັກ​ກ່ຽວ​ກັບ​ການ​ຮັກ­ສາ​ສຸ­ຂະ­ພາບ​ສັດ ດ້ວຍ​ການ​ເອົາ­ໃຈ­ໃສ່​ສັກ​ຢາ​ວັກ​ຊີນ​ປ້ອງ​ກັນ​ພະ­ຍາດ​ປາກ​ເປື່ອຍ​ລົງ​ເລັບ ພະ­ຍາດ​ເຕົ້າ­ໂຮມ​ເລືອດ ແລະ ອື່ນໆ ການ​ໃຫ້​ອາ­ຫານ​ຕ້ອງ​ຖືກ­ຕ້ອງ​ຕາມ​ເຕັກ­ນິກ​ວິ­ຊາ​ການ​ເຕັກ­ນິກ ການ​ຜະ­ລິດ​ຫຍ້າ​ໝັກ ເພື່ອ​ເກັບ​ຫຍ້າ​ແຮ​ໄວ້​ໃຫ້​ກິນ​ໃນ​ໄລ­ຍະ​ຂາດ­ແຄນ​ຫຍ້າ (ລະ­ດູ­ແລ້ງ) ທັງ​ນີ້ ເພື່ອ​ເປັນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ຄັ້ງ​ທີ IV ຂອງ​ເມືອງ​ສັງ​ທອງ​ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ ໂດຍ​ສະ­ເພາະ ແຜນ­ການ​ສົ່ງ­ເສີມ​ການ​ປູກ­ຝັງ-ລ້ຽງ­ສັດ​ແບບ​ທຳ​ມະ​ຊາດ ຫັນ​ມາ­ສູ່​ການ​ນຳ​ໃຊ້​ລ້ຽງ​ແບບ​ເປັນ​ຟາມ​ຕາມ​ຫຼັກ​ວິ­ຊາ​ການ​ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ.

#insidelaos

Cr.Vientianemai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,