
ສົ່ງເສີມຈຸດປະກາຍຄວາມໄຝ່ຝັນ ພ້ອມຊຸກດັນ ກ້າວສູ່ອະນາຄົດທີ່ດີ
ເອັດສຊີຈີ ກຸ່ມບໍລິສັດຊັ້ນນຳທີ່ມຸ່ງສ້າງຄວາມຍືນຍົງໃນອາຊຽນໄດ້ສານຕໍ່ໂຄງການ “SCG Sharing the Dream” ໃນ ສປປ ລາວ ເປັນປີທີ 7 ເຊິ່ງຖືເປັນໜຶ່ງໃນໂຄງການກິດຈະກຳເພື່ອສັງຄົມຂອງເອັດສຊີຈີ ທີ່ມຸ່ງສົ່ງເສີມການພັດທະນາສັກກະຍະພາບເຍົາວະຊົນຂອງປະເທດໃນອາຊຽນ ເພື່ອສົ່ງເສີມໂອກາດທາງການສຶກສາໃຫ້ເຍົາວະຊົນທີ່ເປັນຄົນເກັ່ງແລະດີ ມີຄວາມກະຕືລືລົ້ນທີ່ຈະສຶກສາຕໍ່ມີຄວາມກະຕັນຍູ ແຕ່ຂາດເຂີນທຶນຮອນ ໄດ້ພັດທະນາສັກກະຍະພາບຂອງຕົນ ເພື່ອເປັນອານາຄົດທີ່ດີຂອງຊາດຕໍ່ໄປ ໂດຍໃນປີນີ້ ເປັນປີທຳອິດທີ່ຂະຫຍາຍການມອບທຶນການສຶກສາຕໍ່ໃນລະດັບປະລິນຍາຕີ ຈົນຈົບການສຶກສາຈຳນວນ 10 ຄົນ.

ທ່ານ ນັນຕະໄຊ ອິນທະສອນ ຮອງຫົວຫນ້າພະແນກສຶກສາທິການ ແລະ ກິລາ ແຂວງຄຳມ່ວນ ກ່າວວ່າ: “ຂ້າພະເຈົ້າຂໍຂອບໃຈ ເອັດສຊີຈີ ທີ່ສະໜັບສະໜຸນໃຫ້ມີໂຄງການດີໆແບບນີ້ ຂໍຂອບໃຈຜູ້ອຳນວຍການໂຮງຮຽນ ຄູ ອາຈານ ທີ່ໃສ່ໃຈປະຕິບັດໜ້າທີ່ຂອງຕົນໃຫ້ດີຂຶ້ນໄປເລື້ອຍໆ ເພື່ອບັນລຸຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ໃຫ້ມີການພັດທະນາທີ່ມີຄຸນນະພາບດີຂຶ້ນຕາມນະໂຍບາຍຂອງກະຊວງສຶກສາທິການ ແລະ ກິລາ ຕະຫຼອດເຖິງນ້ອງນັກຮຽນໃຫ້ຕັ້ງໃຈຮຽນ ແລະ ເຮັດຄວາມດີຕະຫຼອດໄປ”.

ທ່ານ ວໍຣະການ ພົງສິລິກຸນ ຜູ້ອຳນວຍການ ບໍລິສັດ ຄຳມ່ວນ ຊີມັງ ຈຳກັດ ກ່າວວ່າ: “ເອັດສຊີຈີເຊື່ອວ່າປະເທດຊາດຈະເຂັ້ມແຂງໄດ້ກໍ່ຕ້ອງເລີ່ມຈາກ “ຄົນ” ທີ່ມີຄຸນນະພາບເຊິ່ງບໍ່ໄດ້ໝາຍເຖິງແຕ່ຄົນເກັ່ງ ຫຼື ຄົນທີ່ມີຄວາມສາມາດຢ່າງດຽວເທົ່ານັ້ນ ແຕ່ຕ້ອງເປັນຄົນດີນຳ ດີຕໍ່ຄອບຄົວ ຕໍ່ຊຸມຊົນ ຕໍ່ສັງຄົມ ແລະ ຕົນເອງ ສະນັ້ນ ເອັດສຊີຈີ ເຫັນຄວາມສຳຄັນຂອງໄຝ່ຝັນແລະຄວາມມຸ່ງຫມັ້ນ ຢາກເຊີນຊວນໃຫ້ນ້ອງໆທຸກຄົນ ໃນທີ່ນີ້ ຮ່ວມຈຸດປະກາຍຄວາມໄຝ່ຝັນແລະຄວາມມຸ່ງຫມັ້ນສູ່ຄວາມສຳເລັດໃນອະນາຄົດ ແລະ ສະແດງໃຫ້ເຫັນວ່າຄວາມໄຝ່ຝັນຄືພະລັງສຳຄັນທີ່ເປັນຈຸດເລີ່ມຕົ້ນໄປສູ່ການພັດທະນາສັງຄົມ ແລະ ປະເທດຊາດໃຫ້ກ້າວຕໍ່ໄປໃນອະນາຄົດ”.

ເອັດສຊີຈີ ມຸ່ງຊຸກດັນໂຄງການຕ່າງໆ ທີ່ຊ່ວຍພັດທະນາບຸກຄະລາກອນຂອງປະເທດຜ່ານການສົ່ງເສີມດ້ານການສຶກສາ ຊຶ່ງເປັນທີ່ມາຂອງໂຄງການທຶນການສຶກສາ “SCG Sharing the Dream” ໃນພູມມິພາກອາຊຽນ ເຊັ່ນ: ສປປ ລາວ, ໄທ, ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ, ກຳປູເຈຍ ແລະ ມຽນມາ ໂດຍປັດຈຸບັນໂຄງການໄດ້ມອບທຶນການສຶກສາໃຫ້ນັກຮຽນປີລະຫຼາຍກວ່າ 6,000 ຄົນ ທົ່ວພູມິພາກອາຊຽນ ເພື່ອຮ່ວມພັດທະນາປະເທດທີ່ເອັດສຊີຈີເຂົ້າໄປດຳເນີນທຸລະກິດ, ສຳລັບ ສປປ ລາວ ເອັດສຊີຈີ ດຳເນີນໂຄງການນີ້ດ້ວຍຄວາມຕັ້ງໃຈ ແລະ ໃສ່ໃຈ ຢ່າງຕໍ່ເນື່ອງຕະຫລອດ 7ປີ ແລະ ໃນປີນີ້ມອບທຶນການສຶກສາລະດັບມັດທະຍົມຕອນປາຍລວມ 300 ທຶນ ສຳລັບນະຄອນຫຼວງວຽງຈັນຈຳນວນ 160 ທຶນ ແລະ ສຳລັບແຂວງ ຄຳມ່ວນຈຳນວນ 140 ທຶນ.

ທ້າວ ສາລະຫວັດ ຢ່າງທໍ້ຕູ້ ນ້ອງທີ່ເຄີຍໄດ້ຮັບທຶນ SCG Sharing the Dream (ຕອນທີ່ເຄີຍຮຽນຢູ່ຊັ້ນມັດທະຍົມ) ແລະ ໄດ້ຮັບທຶນມະຫາວິທະຍາໄລໃນໂຄງການດຽວກັນ ປັດຈຸບັນນ້ອງກຳລັງສຶກສາການແພດທົ່ວໄປທີ່ປະເທດລັດເຊຍ ນ້ອງກ່າວວ່າ: “ດ້ວຍຄວາມຍາກລຳບາກຕ້ອງພະຍາຍາມຫາໂອກາດເພື່ອການສຶກສາ ເມື່ອຄອບຄົວມີທຶນບໍ່ພຽງພໍທີ່ຈະສົ່ງເສີມການສຶກສາໃຫ້ເຕັມທີ່ກໍ່ບໍ່ເປັນຫຍັງ ນ້ອງຈະຫາທາງດ້ວຍຕົນເອງເພື່ອໃຫ້ໄດ້ສຶກສາຕໍ່ເພາະເຊື່ອວ່າການສຶກສາຈະນຳພາເຮົາໄປສູ່ອະນາຄົດທີ່ດີຂຶ້ນ ສິ່ງນີ້ຄືແຮງຊຸກດັນທີ່ໃຫ້ນ້ອງໄດ້ຕັ້ງໃຈເຮັດຕາມຄວາມໄຝ່ຝັນຢ່າງມຸ່ງຫມັ້ນ ນ້ອງຢາກເປັນຫມໍເພາະເປັນອາຊີບທີ່ສຳຄັນຫລາຍ ແລະ ຄ່ອນຂ້າງຂາດແຄນໃນ ສປປ ລາວ ຖ້າມື້ຫນຶ່ງມີໂອກາດຢາກສ້າງສຸກສາລາເພື່ອຮອງຮັບປິ່ນປົວ ແລະ ໃຫ້ຄຳປຶກສາຄົນເຈັບ ເພາະຮູ້ສຶກດີທຸກຄັ້ງທີ່ສາມາດຊ່ວຍເຫລືອຄົນອື່ນໄດ້ ການເປັນຫມໍຄືພາລະແລະອາຊີບອັນຍິ່ງໃຫ່ຍ ຫມໍເປັນຜູ້ທີ່ມີນ້ຳໃຈເສຍສະຫລະທີ່ຍ່ອມອຸທິດຕົນເພື່ອສ່ວນລວມ”

ນອກຈາກນີ້, ປີນີ້ເປັນປີທຳອິດທີ່ເອັດສຊີຈີໄດ້ຄັດເລືອກນັກຮຽນທຶນ SCG Sharing the Dream ຈຳນວນ 10 ຄົນ ທີ່ປະສົບຄວາມສໍາເລັດໃນການຮຽນ ເສັງຜ່ານແລະການສຶກສາຢູ່ໃນລະດັບມະຫາວິທະຍາ ໄລ ເພື່ອສະຫນັບສະຫນຸນການສຶກສາຈົນຈົບລະດັບປະລິນຍາຕີ ໂດຍຄັດເລືອກຈາກນ້ອງທີ່ມີຄວາມມຸ່ງຫມັ້ນ ໃນການໄຝ່ຫາຄວາມຮູ້ ແລະ ໃຊ້ຄວາມຮູ້ທີ່ມີເປັນໂຕຊຸກດັນຄວາມສຳເລັດໃນອະນາຄົດ ເພາະເອັດສຊີຈີ ເຊື່ອຫມັ້ນວ່ານ້ອງເຫລົ່ານີ້ມີຄວາມມຸ່ງຫມັ້ນຕັ້ງໃຈ ແລະ ຈະນຳຄວາມຮູ້ມາເປັນປະໂຫຍດຕໍ່ສັງຄົມຕໍ່ໄປ ຈິ່ງສົມຄວນສະຫນັບສະຫນຸນໃຫ້ບັນລຸເປົ້າຫມາຍທາງການສຶກສາຕາມທີ່ຕັ້ງໃຈໄວ້.

ໂຄງການ “SCG Sharing the Dream” ໄດ້ຮັບຄວາມຮ່ວມມືເປັນຢ່າງດີຈາກ ສະມາຄົມຮ່ວມນຳ້ໃຈກັບເດັກນ້ອຍລາວ (Action with Lao Children) ຮັບສະໝັກນັກຮຽນມັດທະຍົມສຶກສາຊັ້ນມໍ 5-7 ຈາກໂຮງຮຽນລັດຖະບານທົ່ວນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ ເພື່ອຄັດສັນເຍົາວະຊົນຄົນດີ, ມີຄວາມກະຕັນຍູ ໄຝ່ຮຽນຮູ້ ແລະ ມຸ່ງໝັ້ນສ້າງຝັນດ້ານການສຶກສາ ໂດຍມີຄະນະກຳມະການຄັດເລືອກ ເຊິ່ງປະກອບໄປດ້ວຍ ພະແນກສຶກສາທິການແລະກິລາ ນະຄອນຫຼວງວຽງຈັນ, ພະແນກສຶກສາທິການແລະກິລາ ແຂວງຄຳມ່ວນ, ຝ່າຍວິຊາການຂະແໜງມັດທະຍົມ, ຫົວໜ້າສູນພັດທະນາການສຶກສາສຳລັບເດັກນ້ອຍ ແລະ ພະນັກງານເອັດສຊີຈີ.

ກ່ຽວກັບ SCG
ເອັດສຊີຈີ ກຸ່ມບໍລິສັດຊັ້ນນຳໃນພູມມິພາກອາຊຽນ ປັດຈຸບັນປະກອບດ້ວຍ 3 ທຸລະກິດຫຼັກໄດ້ແກ່: ເອັດສຊີຈີ ຊີມັງ-ຜະລິດຕະພັນກໍ່ສ້າງ, ເອັດສຊີຈີ ເຄມິຄອລສ໌ ແລະ ເອັດສຊີຈີ ແພັກເກັດຈິ້ງ. ຕະຫຼອດໄລຍະເວລາຫຼາຍກວ່າ 105 ປີ ເອັດສຊີຈີ ໄດ້ດຳເນີນທຸລະກິດຕາມແນວທາງການພັດທະນາຢ່າງຍືນຍົງ ພາຍໃຕ້ຫຼັກບໍລິສັດພິບານທີ່ດີ ມຸ່ງສູ່ຄວາມເປັນຜູ້ນຳໃນອາຊຽນ ແລະ ກຽມພ້ອມສຳລັບການແຂ່ງຂັນໃນລະດັບໂລກ ພັດທະນາໂຕເອງຢ່າງບໍ່ຢຸດຢັ້ງ ໂດຍສ້າງສັນນະວັດຕະກຳເພື່ອສ້າງມູນຄ່າເພີ່ມ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ, ນອກຈາກນັ້ນ ຍັງມຸ່ງສ້າງຄວາມຈະເລີນກ້າວໜ້າຢ່າງຍືນຍົງໃຫ້ກັບທຸກຊຸມຊົນທີ່ເຂົ້າມາດຳເນີນທຸລະກິດ.
ເອັດສຊີຈີ ເລີ່ມດຳເນີນທຸລະກິດໃນ ສປປ ລາວ ຕັ້ງແຕ່ປີ ຄ.ສ 2003 ດໍາເນີນທຸລະກິດພາຍໃຕ້ 4 ບໍລິສັດຄື: Khammouane Cement (KCL), SCG Trading Lao, CPAC Lao, SCG Logistic (Lao) ເພື່ອຜະລິດ ແລະ ຈັດຈຳໜ່າຍປູນຊີມັງ, ສິນຄ້າວັດສະດຸກໍ່ສ້າງ ແລະ ຕົບແຕ່ງເຮືອນຄົບວົງຈອນສຳລັບທຸກຄວາມຕ້ອງການຂອງຜູ້ບໍລິໂພກ ພາຍໃຕ້ຍີ່ຫໍ້ SCG ແລະ COTTO ເປັນຕົ້ນແມ່ນສິນຄ້າກຸ່ມຫຼັງຄາ, ຝາ, ເພດານ, ກະເບື້ອງເຊລາມິກ, ສະນວນກັນຄວາມຮ້ອນ, ສຸຂະພັນ, ກ໊ອກນຳ້ ແລະ ຄອນກຣີດສຳເລັດຮູບ.
