ຍ້ອນ​ເຫດ​ຜົນ​ນີ້! ອິນ​ເຕີ​ເນັດ​ຈຶ່ງ​​ສຳ​ຄັນ ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ໃນ​ຍຸກ 4.0

ປັດຈຸບັນເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ ຫລື ເອີ້ນວ່າ ICT ໄດ້ພັດທະນາຢ່າງກ້າວກະໂດດ ແລະ ສືບຕໍ່ປ່ຽນແປງໃນອະນາຄົດ, ດັ່ງນັ້ນ, ການນຳໃຊ້ອິນເຕີເນັດ ແມ່ນມີບົດ ບາດສຳຄັນຫລາຍ ໃນຊີວິດປະຈຳວັນ ແລະ ການດຳເນີນທຸລະກິດ ໂດຍສະເພາະການຊື້-ຂາຍສິນຄ້າ ໄດ້ກ້າວໄປສູ່ຍຸກດີຈີຕອນ.


ທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງ 1 ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 12 ທັນວາ 2018 ວ່າ: ໃນຍຸກອຸດສາຫະກຳ 4.0 ມີຫລາຍຢ່າງໄດ້ຫັນປ່ຽນຈາກອັນນາລ໋ອກ ມາເປັນດີຈີຕອນ, ການຕິດຕໍ່ສື່ສານໃນຍຸກອອນລາຍ ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ພັດທະນາຂຶ້ນເລື້ອຍໆ ແລະ ເຖິງເວລາແລ້ວ ທີ່ຈະຕ້ອງມີກົດໝາຍ ຫລື ນິຕິກຳ ໃນການຄຸ້ມຄອງວຽກງານດັ່ງກ່າວ.

ຂ້າພະເຈົ້າຄິດວ່າກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ແມ່ນມີຄວາມຈຳເປັນ ແລະ ສຳຄັນຫລາຍ, ເຊິ່ງຈະເປັນເຄື່ອງມືໃນການຄຸ້ມຄອງທີ່ສຳຄັນຕໍ່ການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເຂັ້ມແຂງ ແລະ ທັນກັບຍຸກສະໄໝ.

ຄຽງຄູ່ກັບຄວາມທັນສະໄໝນັ້ນກໍມີກັບຄວາມສ່ຽງ ແລະ ມີຄວາມຈຳເປັນຫລາຍ ທີ່ຕ້ອງໄດ້ສ້າງບຸກຄະລາກອນ ໂດຍຮຽກຮ້ອງໃຫ້ມີການສ້າງຫລັກສູດ ການຮຽນການສອນດ້ານໄອຊີທີ ໃຫ້ເປັນວິຊາຫລັກ ທີ່ກຳນົດເຂົ້າໃນກະຊວງສຶກສາທິການ ແລະ ກິລາ ເພື່ອປູພື້ນຖານ ໃນການພັດທະນາບຸກລະລາກອນ ແລະ ຮັບມືກັບຍຸກທີ່ທັນສະໄໝ.

#insidelaos

#ອິນ​ໄຊ​ລາວ

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,