ດ່ວນ! ສະ​ຫະ​ພັນ ປະ​ກາດ​ຄັດ​ເລືອກ ນັກ​ກິ​ລາ​ທີມ​ຊາດ​ຍິງ ບໍ່​ເກີນ 19 ປີ ເພື່ອ​ໄປ​ແຂ່ງ​ຂັນ​ຢູ່​ຍີ່​ປຸ່ນ

ອີງຕາມແຜນການເຄື່ອນໄຫວຂອງ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2019 ສຕລ ມີ ຈຸດປະສົງຄັດເລືອກນັກກິລາທີ່ມີ ພອນສະຫວັນ ແລະ ທັກສະ ເພື່ອກະກຽມນັກກິລາ ທີມບານເຕະຍິງ ທີມຊາດລາວ ຮຸ່ນອາຍຸ​ບໍ່​ເກີນ 19 ປີ ເຂົ້າຮ່ວມການແຂ່ງຂັນລາຍ​ການ​ພິ​ເສດ ​ຍີ່​ປຸ່ນ – ອາ​ຊຽນ Jenesys 2018 Japan-ASEAN Youth Sports Exchange (Women’s Football) ເຊິ່ວ​ຈະ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ເມືອງ ໂອ​ກີ​ນາ​ວະ OKINAWA ປະ​ເທດ​ຍິ່​ປຸ່ນ ໃນ​ລະ​ຫວ່າງວັນ​ທີ 28 ກຸມ​ພາ ຫາ 07 ມີ​ນາ 2019

ການຄັດເລືອກນັກ​ກິ​ລາຈະໄດ້ຈັດຂຶ້ນໃນ ​ ​ວັນທີ 03 ຫາ 05 ມັງ​ກອນ 2019 ຢູ່ທີ່ສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໃນເວລາ 16:00 – 18:30.

ຫມາຍເຫດ :
– ນັກກິລາທີ່ເຂົ້າຮ່ວມຄັດເລືອກຕ້ອງຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫລອດໄລຍະການຄັດເລືອກ.
-ສຳລັບນັກກິລາຕ່າງ ແຂວງແມ່ນຕິດຕໍ່ຫາເບີທາງລຸ່ມນີ້ກ່ອນເດີນທາງມາ.​
– ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີ້ມໄດ້ທີ່ເບີ : ອ​ຈ ວົງ​ມີ​ໄຊ 54918322, Whatapp: 54918322

Like ✔ Comment ✔ Share ✔

ທີ່​ມາ: facebook.com/410411102313166

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,