ການຂໍໂທດ, ການໃຫ້ອະໄພຍະໂທດ, ການໃຫ້ອະໂຫສິກຳ ກໍເປັນຂອງຍາກຫລາຍຢູ່ ເພາະວ່າຄົນລາວເຮົາມັກຖືເລື່ອງກຽດ ເປັນເລື່ອງໃຫຍ່ ທີ່ກາຍເປັນສັນຊາດຕະຍານ ສັນດານຂອງຄົນທົ່ົວໄປ. ບໍ່ແມ່ນສິ່ງສະເພາະເຈາະຈົງຂອງຄົນລາວເທົ່ານັ້ນ ເພາະວ່າໃນຂະນົບທຳນຽມປະເພນີລາວແທ້ໆແລ້ວ ເຮົາຈະມີການຂໍຂະມາລາໂທດກັນຢູ່ເລື້ອຍໆ ຖ້າຫາກເຮັດຜິດ ເຊັ່ນ ການຂ້າໄກ່, ຂ້າໝູ… ເພື່ອທົດແທນຄວາມຜິດ. ແມ່ນແຕ່ວ່າຜູ້ບ່າວ ທີ່ໄດ້ຈັບມືຖືແຂນຜູ້ສາວ ໃນບາງເຂດແຊວງຂອງລາວ ກໍຍັງມີການປັບໃໝໃສ່ໂທດກັນດ້ວຍເຫລົ້າໄຫໄກ່ໂຕ, ດ້ວຍການຜູກຂໍ່ຕໍ່ແຂນກັນ ກໍເປັນການເສຍເຄາະເສຍເຂັນ ການຂໍໂທດຂໍໂພຍໃຫ້ເປັນໝູ່ເປັນກອງກັນຄືນອີກ.
ຍາມມີພິທີເຮັດບຸນສິນກິນທານ ເຊັ່ນວ່າ ຕອນປີໃໝ່, ກ່ອນການບວດ, ກ່ອນຈາກລາ, ກ່ອນອອກບ້ານອອກເຮືອນ, ໃນພິທີແຕ່ງດອງ… ຄົນລາວຕາມປະເພນີ ກໍຖືຂັນດອກໄມ້ໄປບູຊາພໍ່ແມ່, ເຖົ້າແກ່, ຜູ້ອາວຸໂສ ເພື່ອຂໍໂທດ ຂໍສົມມາ ຖ້າໄດ້ກະທຳຜິດ ບໍ່ວ່າທາງກາຍ, ວາຈາ, ໃຈ ໃນທີ່ລັບ ຫລືໃນທີ່ແຈ້ງ, ດ້ວຍການເຈຕະນາ ຫລືບໍ່ເຈຕະນາ.
ໃນສະຖານະການປັດຈຸບັນນີ້, ຄົນລາວເຮົາຄວນຫລຸດຜ່ອນເລື່ອງກຽດສັກສີລົງແດ່ ເພື່ອຄວາມຖືກຕ້ອງປອງ ດອງກັນ ເພາະວ່າໝູ່ມິດສະຫາຍ ແລະຄົນອື່ນ ຕ້ອງການເຈົ້າ ແລະເຈົ້າເອງກໍຕ້ອງການໝູ່. ໃຜຜິດນ້ອຍ ຄວນກ້າວກ່ອນເພື່ອຂໍໂທດ ເພາະຜູ້ຜິດຫລາຍເທົ່າໃດກໍຍິ່ງອາຍ… ຍົກໂທດ ແລະພາວະນາສົ່ງເມດຕາຈິດ ເພື່ອຄົນອື່ນດ້ວຍຄວາມຈິງໃຈຂາວໃສສະອາດ.