Wednesday, September 11, 2024
Lenovo

ມາ​ຮູ້​ຈັກ​! ບຸກ​ຄົນ​ທີ່​ເຮັດ​ບາບ​ກຳ​ທີ່​ໜັກ​ທີ່​ສຸດ ຈົນ​ຄິດ​ຂ້າ​ແມ່​ໂຕ​ເອງ​

ມີຫລັກຖານທາງພຸດທະສາສະໜາ ເລື່ອງອົງ​ຄຸ​ລິ​ມານ ທີ່​ເຮັດບາບກຳ​ທີ່​ໜັກ​ທີ່​ສຸດ! ແລະ​ແລ້ວ​ສຸດ​ທ້າຍ​ຂອງ​ຊີ​ວິດ​ກໍ​ຈົບ​ລົງ​ດ້ວຍ​ແບບນີ້.

ອົງຄຸລິມານ : ເປັນຜູ້ສ້າງບາບກຳຫລາຍທີ່ສຸດ ດ້ວຍການຫລົງເຊື່ອນຳໄສຍະເວດ ແລະໝໍມໍໝໍທວຍ ວ່າເຂົາຈະມີລິດເດດ, ອະພິນິຫານຍິ່ງໃຫຍ່ ຖ້າເຂົາສາມາດຂ້າຄົນໄດ້ຮ້ອຍຄົນ ແລ້ວເຂົາກໍນຳຫາຂ້າຄົນໂດຍບໍ່ຢ້ານກົວ ເມື່ອຂ້າຜູ້ໃດແລ້ວ, ກໍຕັດເອົານີ້ວມືນີ້ວໜຶ່ງມາຫ້ອຍເຮັດເປັນພວງແຂວນຄໍ ເມື່ອຂ້າໄດ້ 99 ຄົນແລ້ວ ເຂົາກໍຄິດຂ້າແມ່ຕົນເອງ ເພື່ອໃຫ້ຈຳນວນຄົບຮ້ອຍ. ພໍດີເຊົ້າມື້ນັ້ນ, ໃນການພາວະນາສົ່ງກະແສຈິດ ພະພຸດທະເຈົ້າສ່ອງຍານເຫັນອົງຄຸລິມານ ແລະຮູ້ວ່າເຂົາຈະທຳບາບກຳ ອັນມະຫາສານ ພະອົງຈຶ່ງໄປສວນທາງເຂົາ ພໍແຕ່ເຂົາເຫັນພະອົງ ເຂົາກໍດີ ໃຈຊິໄດ້ຂ້າຄົນຜູ້ທີຮ້ອຍ ໂດຍບໍ່ຈຳເປັນຕ້ອງຂ້າແມ່ເຈົ້າຂອງ ແລ້ວເຂົາກໍຖືດາບແລ່ນໄລ່ພະອົງ ແຕ່ໄລ່ແນວໃດກໍບໍ່ທັນ ຈົນວ່າອິດວ່າເມື່ອຍໝົດເຮື່ອໝົດແຮງ. ເມື່ອນັ້ນ, ພະອົງຈຶ່ງຫັນໜ້າມາອົບຮົມ, ເທດສະ ໜາທຳໃຫ້ເຂົາຟັງ ແລ້ວເຂົາກໍກັບໃຈເປັນຄົນດີ ແລະເຂົ້າບວດເປັນພະພິກຂຸ ປະຕິບັດຕົນດີ ຈົນສຳເລັດເປັນພະອໍລະຫັນ.

ເຖິງວ່າຈະສຳເລັດເປັນພະອໍລະຫັນແລ້ວ, ເວນກຳທີ່ພະອົງຄຸລິມານໄດ້ສ້າງໄວ້ແຕ່ປາງກ່ອນນັ້ນ ກໍກັບຄືນມາສະໜອງຄືວ່າ ມີຄົນມາທຸບຕີຈົນຮ່າງກາຍຈົນມຸ່ນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ເປີດແລ້ວ… ເຊເວັ່ນ ອີເລຟເວັ່ນ ສາຂາວັງວຽງ ຊິຕີ້ (VANGVIENG CITY)

ເມື່ອວັນທີ 10 ກັນຍາ 2024 ທ່ານ ປະລິນຍາເອກ ສີວຽງໄຊ ອໍລະບູນ, ຫົວໜ້າຫ້ອງວ່າການປົກຄອງແຂວງວຽງຈັນ ໄດ້ເປັນປະທານໃນພິທີເປີດເຊເວັ່ນ ອີເລຟເວັ່ນ ສາຂາ ວັງວຽງ ຊິຕີ້ (VANGVIENG CITY) ຢ່າງເປັນທາງການ ເຊິ່ງຕັ້ງຢູ່ທີ່ ບ້ານສະຫວ່າງ ເມືອງວັງວຽງ ແຂວງວຽງຈັນ ຖືເປັນຮ້ານສາຂາທີ 08 ໃນ ສປປ ລາວ ແລະ ເປັນອີກໜຶ່ງຮ້ານຕ່າງແຂວງສາຂາໃໝ່.

ຜົນປະກອບການດ້ານການເງິນ H1/2024 ຂອງ VietJet ສະແດງໃຫ້ເຫັນລາຍຮັບ ແລະ ຜົນກຳໄລທີ່ເພີ່ມຂຶ້ນ ທ່າມກາງການຂະຫຍາຍຕົວຢ່າງໄວວາ

(ນະຄອນຫຼວງວຽງຈັນ, ວັນທີ 9 ກັນຍາ 2024) - ບໍລິສັດຫ້າງຫຸ້ນສ່ວນການບິນ VietJet (HOSE: VJC) ໄດ້ອອກຖະແຫຼງການກວດກາການເງິນ ເຄິ່ງປີທຳອິດຂອງປີ 2024 (H1/2024) ລາຍງານຜົນລາຍຮັບ ແລະ ກຳໄລເພີ່ມຂຶ້ນຢ່າງເຕີບໃຫຍ່ເມື່ອທຽບໃສ່ປີຕໍ່ປີ (YoY).

“ດົນຕີ” ຄວນເປັນຫຼາຍກວ່າງານອາດິເຣກ

ຍອມຮັບວ່າ ໃນປັດຈຸບັນໄວໜຸ່ມລາວສ່ວນຫຼາຍໃຫ້ຄວາມສົນໃຈຕໍ່ສຽງດົນຕີ ທັງມີແນວຄິດ, ການປະດິດແຕ່ງທີ່ຫຼາກຫຼາຍ, ທັນສະໄໝ ແລະ ເປີດກວ້າງຂຶ້ນ; ແຕ່ຖ້າຖາມເຖິງສິລະປິນ ຄ້າຍເພງ ຫຼື ນັກຮ້ອງແທ້ໆ ເກືອບນັບໄດ້ເລີຍວ່າມີຈັກຄົນ, ມີຈັກຄ້າຍ ເພາະຫຍັງຈຶ່ງເປັນແບບນັ້ນ? ອາດຈະເປັນຍ້ອນຫຼາຍຄົນຍັງຄິດວ່າ ດົນຕີເປັນພຽງງານອາດີເຣກ ຫຼິ້ນແຕ່ໃນຍາມວ່າງ ເຮັດມັນເພາະມັກ ແຕ່ກໍຍັງຫາລາຍໄດ້ໃຫ້ຕົນເອງບໍ່ໄດ້ ຫຼື  ອີກຢ່າງໜຶ່ງອາດເປັນເພາະເຮົາຍັງຂາດການສະໜັບສະໜູນ ແລະ ຍົກສູງດ້ານດົນຕີບໍ?