​ແຈ້ງ​ການ​ອອກ​ມາ​ແລ້ວ! ກ່ຽວ​ກັບການ ກະກຽມວຽກງານປະເມີນຜົນ ແລະ ຟື້ນຟູໄພພິບັດ ຢູ່ເມືອງສະໜາມໄຊ

ມື້​ວານນີ້,​ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການກ່ຽວກັບ ການກະກຽມວຽກງານປະເມີນຜົນ ແລະ ຟື້ນຟູໄພພິບັດ ຢູ່ເມືອງສະໜາມໄຊ ແຂວງອັດຕະປື, ໂດຍອີງຕາມທິດຊີ້ນໍາຂອງ ທ່ານ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະ ການສະເພາະກິດແກ້ໄຂໄພພິບັດລະດັບຊາດ ຄັ້ງວັນທີ 31 ທັນວາ 2018.

ແຈ້ງການສະບັບດັ່ງກ່າວລະບຸວ່າ: ມອບໃຫ້ໜ່ວຍງານປະສານງານ ແລະ ໜ່ວຍງານປະເມີນຜົນ ແລະ ພື້ນຟູໄພພິບັດຂັ້ນສູນກາງ ແລະ ຂັ້ນແຂວງ ເຊີນບໍລິສັດ SK, PNPC ແລະ ບໍລິສັດປະ ກັນໄພ ປະຊຸມປຶກສາຫາລືດ້ານວິຊາການ ກ່ຽວກັບວິທີການ ແລະ ຂະບວນການໃນການຊົດເຊີຍ ໃຫ້ປະຊາຊົນຢ່າງເປັນລາຍລັກອັກສອນ, ສຳລັບບ້ານໃດປະເມີນສຳເລັດແລ້ວ ກໍໃຫ້ປະຕິບັດການຊົດເຊີຍໄປພ້ອມ.

ມອບໃຫ້ໜ່ວຍງານປະສານງານ, ໜ່ວຍງານປະເມີນຜົນ ແລະ ພື້ນຟູໄພພິບັດ ປະສານສົມທົບກັບແຂວງອັດຕະປື, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຂະແໜງການກ່ຽວຂ້ອງ ຄົ້ນຄວ້າພິຈາລະນາ ປັບປຸງໜ່ວຍງານປະເມີນຜົນ ແລະ ຟື້ນຟູ ສຳເລັດຕາມແຜນທີ່ໄດ້ວາງໄວ້, ໂດຍສະເພາະແມ່ນເລັ່ງໃສ່ຈັດສັນທີ່ພັກຊົ່ວຄາວ ໃຫ້ສຳເລັດພາຍໃນກາງເດືອນມັງກອນ 2019 ແລະ ສືບຕໍ່ວຽກງານຈັດສັນທີ່ຢູ່ຖາວອນໃຫ້ປະຊາຊົນໃນຂັ້ນຕໍ່ໄປ.

ທີ່​ມາ: facebook.com/955035914700189

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...