Wednesday, July 9, 2025
Kbank Laos โอน รับ จ่าย

​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ສວຍ​ໃຊ້​ໜ້າ​ທີ່ ສໍ້​ລາດ​ບັງ​ຫຼວງ ຍັງ​ມີ​ຫຼາຍ​ຢູ່!

ໂດຍ : ມຶກບໍ່ແຫ້ງ

ປະກົດການ ການສວຍໂອກາດຂອງເຈົ້າໜ້າທີ່ລະດັບທ້ອງຖິ່ນນັ້ນ ມີແຜ່ຫຼາຍ ເຊິ່ງກາຍເປັນສິ່ງຂວາງ ກັ້ນການພັດທະນາ ດັ່ງເມື່ອບໍ່ດົນຜ່ານມາ ທາງການໄດ້ຢຶດທີ່ດິນຄືນ ຈາກການຂາຍຂອງປະຊາຊົນ.

ວ່າງບໍ່ດົນຜ່ານມາ ພວກເຮົາຫາກໍໄດ້ຍິນຂ່າວອັນບໍ່ເພິ່ງປາຖະໜາ ທີ່ເວົ້າກັນວ່າ ຊາວບ້ານເປັນຜູ້ຂາຍດິນ ໃຫ້ເອກະຊົນ ໂດຍການປອມແປງເອກະສານ, ອີງຕາມຂ່າວໜັງສືພິມ ວຽງ ຈັນທາມ ວັນທີ 11 ກຸມພາ 2019 ທີ່ຜ່ານມາ ໃຫ້ຮູ້ວ່າ ເຈົ້າໜ້າທີ່ໄດ້ຢຶດທີ່ດິນຈຳນວນ 682.87 ເຮັກຕາ ທີ່ປະຊາຊົນ ໃນບ້ານ ນໍ້າປາ, ຫ້ວຍຄູນ ແລະໂພນທອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຂາຍໃຫ້ບໍລິສັດເອກະຊົນ ໂດຍການປອມແປງເອກະສານ.

ພຶດຕິກຳດັ່ງກ່າວ ອາດບໍ່ໄດ້ເກີດຂຶ້ນແຕ່ເຂດແຂວງນີ້ ແຕ່ຍັງມີແຜ່ຫຼາຍ ບັນຫາ ການປອມ ແປງເອກະສານຂອງສ່ວນບຸກຄົນ, ນິຕິບຸກຄົນ ໃນໄລຍະຜ່ານມານັ້ນ ຍັງມີໃຫ້ເຫັນບໍ່ຫນ້ອຍ ເຊິ່ງເຮັດໃຫ້ບາງບ່ອນ ດິນຕອນດຽວ ຂາຍຫຼາຍເທື່ອ, ເຮັດໃຫ້ ດິນທີ່ເປັນຂອງລັດນັ້ນຫຼຸດລົງ ເນື່ອງຈາກພຶດຕິກຳດັ່ງກ່າວ.

ປະສົບການຜ່ານມາ ທີ່ໄດ້ເຮັດວຽກກ່ຽວກັບທີ່ດິນ, ຜູ້ຂຽນກໍເຄີຍພົບພໍ້ກໍລະນີ ນາຍບ້ານ ສົມທົບກັບ ບັນດານາຍທຶນ ແລະເຈົ້າໜ້າທີ່ ບາງຈຳນວນ ຂັ້ນເມືອງ ຫຼື ແຂວງ ໄດ້ ນຳເອົາດິນລວມບ້ານ ຫຼື ດິນລັດໄປຂາຍ ແລະແບ່ງປັນຜົນປະໂຫຍດກັນເອງ ເຊິ່ງພຶດຕິກຳອັນນີ້ ປະຊາຊົນພາຍໃນບ້ານກໍອາດຮັບຮູ້ ແຕ່ບໍ່ກ້າເວົ້າ ຫຼື ບໍ່ຢາກກ່ຽວຂ້ອງນໍາ.

ສິ່ງດັ່ງກ່າວ, ບາງຂົງເຂດ ທີ່ຖືກຂາຍໄປນັ້ນ ພັດແມ່ນພື້ນທີ່ເປັນປ່າໄມ້ອຸດົມສົມບູນ, ຫຼື ເປັນຮອດປ່າສະຫງວນຂອງບ້ານ. ເພາະສະນັ້ນ, ເມື່ອຈຳນວນດິນດັ່ງກ່າວ ໄດ້ຂາຍໃຫ້ ນາຍທຶນ ຫຼື ບໍລິສັດເອກະຊົນແລ້ວ, ບໍ່ວ່າຈະມີການ ບຸກເບີກ ເນື້ອທີ່ດິນນັ້ນ ຫຼື ບໍ່ ປະຊາຊົນຜູ້ເຊິ່ງ ອາໄສການທຳມາຫາກິນ, ການເກັບເຄື່ອງປ່າຂອງດົງ, ຫາໄມ້ຟືນ ເພື່ອດຳລົງຊີບປະຈຳວັນ ກໍຈະພົບຄວາມຫຍຸ້ງຍາກຂຶ້ນກວ່າເກົ່າ.

ສິ່ງດັ່ງກ່າວອາດຈະບໍ່ພຽງແຕ່ເຮັດໃຫ້ ລັດສູນເສຍຜົນປະໂກຍດ ແຕ່ຍັງເຮັດໃຫ້ ຄວາມພະ ຍາຍາມ ໃນການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນນັ້ນ ຫຍຸ້ງຍາກຂຶ້ນໄປຕຶ່ມ ເນື່ອງຈາກການສວຍໃຊ້ ອຳນາດ ໜ້າທີ່ໄປໃນທາງທີ່ບໍ່ເໝາະສົມຂອງ ເຈົ້າໜ້າຂັ້ນທ້ອງຖິ່ນ ບາງຈຳນວນ.

ເມື່ອກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ເມື່ອທ້າຍປີທີ່ຜ່ານມາ ກໍເຫັນວ່າ ຂໍ້ຄັດແຍ່ງທາງດ້ານທີ່ດິນ ກາຍເປັນຫົວຂໍ້ໜຶ່ງ ທີ່ມີການສົນທະນາ ປຶກສາຫາລື ແລະມີຂໍ້ຊັກຖາມ ຈາກປະຊາຊົນຢ່າງຫຼວງຫຼາຍ ເຊິ່ງໄດ້ເຮັດໃຫ້ພວກເຮົາ ຕ້ອງເພີ່ມຄວາມພະຍາຍາມໃນການແກ້ໄຂຢ່າງທັນການ.

ແນ່ນອນ ເລື່ອງບັນຫາທີ່ດິນບໍ່ແມ່ນເລື່ອງໃໝ່ພໍເທົ່າໃດ, ໃນໄລຍະຜ່ານມາ ລັດຖະບານກໍມີຄວາມພະຍາຍາມ ໃນການແກ້ໄຂ ເຊິ່ງ ກອງປະຊຸມ ລັດຖະບານ ສະໄໝສາມັນ ປະຈຳເດືອນ ມັງກອນ 2017 ນັ້ນ ທ່ານນາຍົກລັດຖະມົນຕີ ກໍໄດ້ແຕ່ງຕັ້ງ ຄະນະສະເພາະກິດຂຶ້ນ ເພື່ອສຶກ ສາ ແລະ ວິເຄາະ-ວິໄຈ ບັນຫາທີ່ດິນໃຫ້ເລິກເຊິ່ງ ເພື່ອຊອກຫາວິທີແກ້ໄຂ ຢ່າງເໝາະສົມ.

ແຕ່ແນວໃດກໍຕາມ, ຜູ້ຂຽນວ່າ ກ່ອນອື່ນກໍແມ່ນລະບົບການຄຸ້ມຄອງເຮົານັ້ນລະຕ້ອງເປັນມືອາຊີບແດ່ ເພື່ອປ້ອງກັນ ການປອມແປງເອກະສານ  ເຊິ່ງສາເຫດສຳຄັນ ກໍແມ່ນພຶດຕິ ກຳທີ່ບໍ່ເປັນຕາເອົາ ຂອງພະນັກງານ ຈຳນວນໜຶ່ງ ທີ່ພະຍາຍາມສວຍໃຊ້ໜ້າທີ່ເພື່ອ ກອບໂກຍເອົາຊັບສົມບັດຂອງຊາດ ຂອງປະຊາຊົນ ມາເປັນຂອງຕົນເອງ ເຊິ່ງຮຽກຮ້ອງໃຫ້ຕ້ອງ ມີຄວາມເຄັ່ງຄັດໃນການ ສຶກສາອົບຮົມ ແລະໃສ່ລະບຽບຢ່າງຈິງຈັງ ຕາມລະບຽບ ກົດໝາຍ ຈຶ່ງຈະເຮັດໃຫ້ ລັດບໍ່ຖືກສໍ້ ປະຊາຊົນກໍບໍ່ຖືກເອົາລັດເອົາປຽບ.

ທີ່​ມາ: ໜັງ​ສື​ພິມ​ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.