Saturday, February 15, 2025

ເປີດໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນທາງການຄ້າຍຸກເຊື່ອມໂຍງສາກົນ


      ກອງປະຊຸມເປີດໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ 2019 ທີ່ໂຮງແຮມ ແລນມາກ ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ເຊິ່ງມີຄູ່ຮ່ວມພັດທະນາສາກົນ ແລະ ເອກະຊົນທີ່ກ່ຽວຂ້ອງເຂົ້າຮ່ວມ.

      ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT) ຈຸດປະສົງເພື່ອແນ່ໃສ່ເຮັດໃຫ້ລະບຽບການທາງທຸລະກິດສະດວກງ່າຍດາຍຂຶ້ນ, ອຳນວຍຄວາມສະດວກທາງດ້ານການຄ້າ, ປັບປຸງຄວາມສາມາດໃນການແຂ່ງຂັນຂອງເອກະຊົນເປັນການຕອບສະໜອງຕາມແຜນພັດທະນາເສດຖະກິດ – ສັງຄົມ ຄັ້ງທີ 8 ຂອງລັດຖະບານ ໂຄງການດັ່ງກ່າວໃຫ້ການສະໜັບສະໜູນກັນປັບປຸງລະບຽບທີ່ຕິດພັນກັບການດຳເນີນທຸລະກິດດັ່ງທີ່ໄດ້ລະບຸໄວ້ໃນຄຳສັ່ງເລກທີ 02/ນຍ ທີ່ກ່ຽວກັບການປັບປຸງຂໍ້ສະດວກໃນການດຳເນີນທຸລະກິດ. ກະຊວງ ອຸດສາຫະກໍາ ແລະ ການຄ້າ ແມ່ນໜຶ່ງທີ່ນອນໃນກະຊວງທີ່ຕ້ອງໄດ້ປະຕິບັດເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ເຊື່ອມໂຍງກັບ WTO ແລະ ASEAN ເຮັດແນວໃດໃຫ້ທຸລະກິດລາວສາມາດເຂົ້າໄປມີບົດບາດບົນເວທີການຄ້າໃນລະດັບອາຊຽນ ແລະ ລະດັບໂລກໃຫ້ຫຼາຍຂຶ້ນ.

      ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ມັນໄດ້ສະແດງເຖິງຄວາມເປັນເຈົ້າການໃນການສົ່ງເສີມການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດ ແລະ ການປ່ຽນແປງໄປສູ່ສະພາບແວດລ້ອມທີ່ເອື້ອຍອຳນວຍຄວາມສະດວກໃຫ້ຫົວໜ່ວຍທຸລະກິດ, ລວມທັງທຸລະກິດຂະໜາດນ້ອຍທີ່ມີແມ່ຍິງເປັນເຈົ້າຂອງ ແລະ ບໍລິຫານ ໂຄງການດັ່ງກ່າວແມ່ນໄດ້ຮັບທຶນສະໜັບສະໜູນແບບຜ່ອນຜັນຈາກທະນາຄານໂລກ, ລັດ ຖະບານອົດສະຕຣາລີ ແລະ ລັດຖະບານໄອແລນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.