Monday, February 17, 2025

ບັນ​ຫາ​ຢາ​ເສບ​ຕິດ​ລະ​ບາດ​ໜັກ ​ຕຳ​ຫຼວດບອກ “ນັກ​ໂທດ​ລົ້ນ​ຄຸກ​ແລ້ວ!”

ພາບ​ປະ​ກອບ

ຊ່ວງນີ້, ໃຜ​ໆກໍ​ໄ​ດ້​ຍິນ​ຂ່າວ​ທາງ​ສື່​ສັງ​ຄົມຕ່​າງໆ ວ່າ​ບັນ​ຫາ​ຢາ​ເສບ​ຕິດ​ລະ​ບາດ​ໜັກ​ອີ​ຫຼີ! ແຕ່​ກ່ອນ​ຜູ້​ຂຽນ​ໄດ້​ຍິນ​ວ່າ ຢາ​ເມັດ​ໜຶ່ງ ລາ​ຄາ 25 ພັນ​ກີບ, ແຕ່​ມາ​ໃນ​ປັດ​ຈຸ​ບັນ​ນີ້ ປາ​ກົດ​ເຫັນ​ວ່າ ລາ​ຄາ ມັດ​ລະ 5 ພັນ​ກີບ​ວ່າ​ຊັ້ນ! ປະ​ທິ​ໂທ້! ຄື​ມາ​ໂຫດ​ແທ້ ສົມ​ພໍ​ດອກ ຜູ້​ເລັກ​ເດັກ​ນ້ອຍ​ຈຶ່ງ​ພາ​ກັນ​ຕິດ​ເຕັມ​ບ້ານ​ເຕັມ​ເມ​ືອງ!.

ປາ​ສະ​ຈາກບໍ່​ໄດ້ ໃນ​ຍຸກ​ເສດ​ຖະ​ກິດ ທີ່​ມີ​ການ​ພັດ​ທະ​ນາ​ບ້ານ​ເມືອງ​ໃຫ້​ຈະ​ເລີນ​ກ້າວ​ໜ້າ ພາ​ໃຫ້​ເກີ​ດມີ​ກົດ​ການ​ຫຍໍ້​ທໍ້​ຕາມ​ມາ ແຕ່​ຢ່າງ​ໃດ​ກໍ​ຕາມ ພວກ​ເຮົາ​ປະ​ຊາ​ຊົນ​ລາວ​ຕ້ອງ​ຊ່ວຍ​ກັນ ເປັນ​ຫູ​ເປັນ​ຕາ​ໃຫ້​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ ຊ່ອຍ​ກັນ​ຄົນ​ລະ​ໄມ້​ລະ​ມື​ເດີ!

ຫວ່າງບໍ່​ດົນ​ມານີ້, ໄດ້​ຍິນ​ອ້າຍ​ຮັກ​ເພິ່ນ​ເປັນ​ຕຳ​ຫຼວດ​ເວົ້າ​ສູ່​ຟັງ​ວ່າ “ຕອນນີ້​ນັກ​ໂທດ​ມັນ​ລົ້ນ​ຄຸກ​ແລ້ວ!” ​ວ່າ​ຊັ້ນ!

 ເນື່ອງຈາກ​ພິດ​ໄພ​ ຫຼື​ໂທດ​ຂອງ​ສານ​ເສບ​ຕິດ​ທີ່​ເກີດ​ແກ່​ຜູ້ຫຼົງຜິດ​ໄປ​ເສບ​ສານ​ເຫຼົ້ານີ້​ເຂົ້າ​​ໄປຊຶ່ງ​ເປັນ​ໂທດ​ທີ່​ເບິ່ງ​ບໍ່​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ ປຽບສະ​ເໝືອນຄາດ​ຕະກອນ​ງຽບທີ່​ທຳລາຍ​ຊີວິດ​ຂອງ​ຄົນ​ເຫຼົ້ານັ້ນ​ ລົງ​ໄປ​ທຸກ​ວັນ​ກໍ່​ບັນຫາ​ອາດ​ສະ​ຍາ​ກຳ, ບັນຫາ​ສຸຂະພາບ, ກໍ່​ຄວາມ​ເຊື່ອມ​ໂຊມ​ໃຫ້​ແກ່​ສັງຄົມ ​ແລະ​ປະ​ເທດ​ຊາດຢ່າງ​ຮ້າຍ​ແຮງ​ເພາະ​ສານພິດ​ຂອງ​ຢາ​ເສບ​ຕິດ​ທຸກ​ປະ​ເພດ​ມີ​ພິດ​ອັນຕະລາຍ​ຕໍ່​ຮ່າງກາຍ​ໃນ​ລະບົບ​ປະສາດ​, ສະໝອງຊຶ່ງ​ປຽບສະ​ເໝືອນສູນ​ບັນຊາ​ການ​ຂອງ​ຮ່າງກາຍ ​ແລະ​ຊີວິດ​ມະນຸດ, ການ​ຕິດ​ສານ​ເສບ​ຕິດ​ເຫຼົ້ານັ້ນ​ຈິ່ງ​ບໍ່​ເປັນ​ຜົນ​ປະ​ໂຫຍ​ດ​ແຕ່​ຢ່າງ​ໃດ​ເລີຍ​ແຕ່​ກັບ​ຈະ​ເກີດ​ໄພ​ໄຂ້​ເຈັບ ​ແລະ​ພິດ​ຮ້າຍ​ຕ່າງໆຈົນ​ອາດ​ເຮັດ​ໃຫ້​ເສຍ​ຊີວິດຫຼື​ເກີດ​ໂທດ ​ແລະ​ອັນຕະລາຍ​ຕໍ່​ຄອບຄົວ, ສັງຄົມ​ກໍ່​ປະ​ເທດ​ຊາດ​ໄດ້​ອີກ​ຢ່າງຫຼວງຫຼາຍ.

ໂທດຕໍ່​ກັບ​ຜູ້​ເສບ:

1.      ສານ​ເສບ​ຕິດ​ຈະ​ໃຫ້​ໂທດ​ໂດຍ​ເຮັດ​ໃຫ້ການ​ປະຕິບັດໜ້າທີ່​ຂອງ​ອະ​ໄວ​ຍະ​ວະ​ຕ່າງໆຂອງ​ຮ່າງກາຍ​ເຊື່ອມ​ໂຊມ, ພິດ​ໄພ​ຂອງ​ສານ​ເສບ​ຕິດ​ຈະ​ທຳລາຍ​ປະສາດ, ສະໝອງ​ເຮັດ​ໃຫ້​ສະມັດ​ຕະພາບ​ເຊື້ອ​ມລົງ​ເຮັດ​ໃຫ້ອາລົມ,ຈິດ​ໃຈ​ບໍ່​ປົກກະຕິ,​ເກິ​ດການ​ປ່ຽນ​ແປງ​ໄດ້​ງ່າຍ​ເຊັ່ນ:ວິຕົກ​ກັງວົນ,​ເລື່ອນລອຍ, ຊືມ​ເສົ້າ, ​ເຮັດ​ວຽກບໍ່​ໄດ້ ຖ້າ​ຢູ່​ໃນ​ພາວະ​ມືນ​ເມົາ​ຕະຫຼອດ​ເວລາ​ອາດ​ເປັນ​ໂລກ​ຈິດ​ໄດ້​ງ່າຍ.

2.      ຈະ​ເຊື້ອ​ມ​ເສຍ​ບຸກຄະ​ລິກກະພາບ, ຂາດ​ຄວາມ​ສົນ​ໃຈ​ໃນ​ຕົນ​ເອງ​ທັງ​ຄວາມ​ປະພຶດ​ຄວາມ​ສະອາດ​ແລະ​ສະຕິ​ສຳ​ປັດ​ສະຍະ, ມີ​ປະຕິກິລິຍາ​ແປກໆປ່ຽນ​ໄປ​ຈາກ​ເດີມ.

3.      ສະພາບ​ຮ່າງກາຍ​ຂອງ​ຜູ້​ເສບ​ຈະ​ອ່ອນ​ເພຍ,ໝົດ​ກຳລັງວັງຊາ, ​ເຮື່ອ​ແຮງ, ຂາດ​ຄວາມ​ກະ​ຕຶ້ລຶ້ລົນ ​ແລະ​​ເປັນ​ຄົນ​ຂີ້ຄ້ານ​ເພາະ​ກິນ​ບໍ່​ໄດ້,ນອນ​ບໍ່ຫຼັບ, ປ່ອຍ​ເນື້ອ​ປ່ອຍ​ຕົວ​ສົກກະປົກ,ຄວາມ​ເຄື່ອນ​ໄຫວ​ຂອງ​ຮ່າງກາຍ​ຜິດ​ປົກະຕິ.

4.      ທຳລາຍ​ສຸຂະພາບ​ຂອບ​ຜູ້​ເສບ​ລົງ​ຕະຫຼອດ​ເວລາ​ເພາະ​ລະບົບ​ອະ​ໄວ​ຍະ​ຕ່າງໆຂອງ​ຮ່າງກາຍ​ຖືກ​ພິດ​ຍາ​ທຳລາຍ​ໃຫ້​ເຊື້ອ​ມລົງ,ນໍ້າໜັກຕົວຫຼຸດ, ຜິວ​ກໍ່າ​ຊິດ,​ເລືອດ​ຈາງ,ຈ່ອຍ​ລົງ​ທຸກ​ວັນ.

5.      ​ເກີດ​ໂລກ​ໄພ​ໄຂ້ເຈັບ​ໄດ້​ງ່າຍ​ເພາະ​ຄວາມ​ຕ້ານທານ​ໂລກ​ໄດ້ໜ່ອຍກວ່າ​ປົກກະຕິ​ເຮັດ​ໃຫ້ເກີດ​ໂລກຫຼື​ເຈັບ​ໄຂ້​ໄດ້​ງ່າຍ​ແລະ​ຖ້າ​ເກີດ​ໂລກ​ແລ້ວ​ມັນ​ມີ​ມີ​ຄວາມ​ຮຸນ​ແຮງ​ຂຶ້ນ ​ແລະ​ຮັກສາ​ໃຫ້​ດີ​ແມ່ນ​ເຮັດ​ໄດ້​ຍາກ.

6.      ອາດ​ຈະ​ປະສົບ​ອຸປະຕິ​ເຫດ​ໄດ້​ງ່າຍ ສາ​ເຫດ​ເພາະ​ລະບົບ​ຄວບ​ຄຸມ​ກ້າມ​ເນື້ອ ​ແລະ​ປະສາດ​ບົກ​ກຜ່ອງ, ​​ໃຈ​ລອຍ, ​ເຮັດ​ວຽກດ້ວຍ​ຄວາມ​ປະໝາດ ​ແລະ​ສ່ຽງຕໍ່​ອຸປະຕິ​ເຫດ​ຕະຫຼອດ​ເວລາ

7.      ​ເກີດ​ໂທດ​ທີ່​ຮຸນ​ແຮງ​ເພີ້​ມຂຶ້ນ​ຄື​ເກີດ​ຈາກ​ຄວາມຄ້ຽດ​ເຖິງ​ຂັ້ນ​ອາ​ລະວາ​ດ​ເມື່ອ​ຫິວ​ຢາ​ເສບ​ຕິດ​ໃນ​ເວລາ​ທີ່​ຫາ​ຊື້ຢາ​ບໍ່​ໄດ້,​ແລ້ວ​ກໍ່​ເລີ້ມ​ດ້ວຍ​ອາການ​ອນບໍ່ຫຼັບ,ນໍ້າຕາ​ໄຫຼ, ​ເຫື່ອ​ອອກ, ຖອກທ້ອງ, ຮາກ,ກາມ​ເນື້ອ​ມີ​ບັນຫາ,ກະວົນກະ​ວາຍ ​ແລະ​ໃນ​ທີ່​ສຸດ​ຈະ​ມີ​ອາການ​ເໝືອນຄົນ​ບ້າ​ເປັນ​ບໍ່​ເກີດ​ແຫ່ງ​ອາດ​ສະ​ຍາ​ກຳ.

ໂທດ​ຕໍ່​ກັບ​ຄອບຄົວ

  • 1.ຄວາມ​ຮັບຜິດຊອບ​ຕໍ່​ຄອບຄົວ ​ແລະ​ຍາດ​ພີ່ນ້ອງ​ຈະໝົດຊີ້ນ​ໄປ, ບໍ່​ສົນ​ໃຈ​ທີ່​ຈະ​ເບິ່ງ​ແຍງ​ດູ​ແລ​ຄອບຄົວ.
  • 2.​ເຮັດ​ໃຫ້​ສູນ​ເສຍ​ຊັບ​ສິນ​ເງີ​ນຄຳ​ທີ່​ຈະ​ຕ້ອງ​ຫາ​ມາ​ຊື້​ຍາ​ເສບ​ຕິດ​ຈົນ​ຈະ​ບໍ່​ມີ​ໃຊ້​ຈາ​ຍຢ່າງ​ອື່ນ ​ແລະ​ຕ້ອງ​ເສຍ​ເງິນ​ໃນ​ການ​ຮັກສາ​ປີ່​ນຕົວ​ຕົນ​ເອງ.
  • 3.​ເຮັດ​ວຽກງາ​ນບໍ່​ໄດ້, ຂາດ​ກຳລັງ​ແຮງ​ຂອງ​ຄອບຄົວ ​ແລະ​ການຈັດ​ຕັ້ງໝົດຄວາມ​ໄວ້​ວາງ​ໃຈ.
  • 4.ສູນ​ເສຍ​ສະມັດ​ຕະພາບ​ໃນ​ການ​ຫາ​ລ້ຽງຄອບຄົວ,ນຳ​ຄວາມ​ຫາຍ​ຍານະ​ມາ​ສູ້​ຄອບຄົວ ​ແລະ​ຍາດ​ພີ່ນ້ອງ.

      ຜູ້​ທີ່​ຕິດ​ຢາ​ເສບ​ຕິດ​ນອກຈາກ​ເປັນ​ຜູ້​ທີ່​ມີ​ຄວາມ​ຮູ້ສຶກ​ວ່າ​ຕົນ​ເອງ​ດ້ອຍ​ໂອກາດ​ທາງ​ສັງຄົມ​ແລ້ວ ຍັງ​ອາດ​ຈະ​ມີ​ພຶດຕິ​ກຳ​ນຳ​ໄປ​ສູ້​ບັນຫາ​ຕ່າງໆ​ໃຫ້​ແກ່​ສັງຄົມ​ໄດ້​ເພາະ:

1.ກໍ່​ໃຫ້​ເກີດ​ບັນຫາ​ອາດ​ສະ​ຍາ​ກຳ ​ແລະ​ອຸປະຕິ​ເຫດ​ອັນຕະລາຍຕາ​ງໆຕໍ່​ຕົນ​ເອງ ​ແລະ​ຜູ້​ອື່ນ​ໄດ້​ງ່າຍ​ຕະຫຼອດຈົນ​ເປັນ​ບັນຫາ​ຂອງ​ໂລກ​ໄພ​ໃຂ້​ເຈັບ​ບາງ​ຢ່າງ​ເຊັ່ນ​ໂລກ​ເອດ.

2. ຖ້ວງດຶງ​ຄວາມ​ກ້າວໜ້າຂອງ​ຊຸມ​ຊົນ, ສັງຄົມ ​ໂດຍ​ເປັນ​ພາລະ​ຕໍ່​ສ່ວນ​ລວມທີ່​ປະຊາຊົນ​ຕ້ອງ​ເສຍ​ພາສີ​ສ່ວນໜຶ່ງມາ​ໃຊ້​ໃນ​ການ​ປາບ​ປາມ, ບຳບັດ​ຜູ້​ທີ່​ຕິດ​ຢາ​ເສບ​ຕິດ

3. ສູນ​ເສຍ​ແຮງ​ງານ​ໂດຍ​ໄຮ້​ປະ​ໂຫຍ​ດບັ່ນ​ທອນ​ປະສິດທິພາບ​ຂອງ​ຜົນ​ຜະລິດ​ເຮັດ​ໃຫ້​ລາຍ​ໄດ້​ຂອງ​ຊາດ​ໃນ​ສ່ວນ​ລວມກະທົບກະ​ເທືອ​ນ ​ແລະ​ເປັນ​ການ​ສູນ​ເສຍ​ທາງ​ເສດຖະກິດ​ຂອງ​ຊາດ

4.​ເນື່ອງ​ຈາກ​ສະພາບ​ຊຸດ​ໂຊມ​ຈະ​ເຮັດ​ໃຫ້ການ​ປະພຶດ ​ແລະ​ບຸກຄະ​ລິກລັກສະນະ​ເຊື່ອ​ມຈົນ​ເປັນ​ທີ່​ລັງກຽດຂອງ​ສັງຄົມ, ​ເຮັດ​ໃຫ້​ເປັນ​ຄົນ​ໄຮ້​ສະຕິ​ໃນ​ວົງ​ສັງຄົມ​ຈົນ​ເປັນສາ​ເຫດ​ກໍ່​ໃຫ້​ເກີດ​ການ​ປະພຶດ​ທີ່​ຜິດ​ກົດໝາຍ,ຜິດ​ສິນລະ​ທຳ​ເພື່ອ​ແລກປ່ຽນກັບ​ຢາ​ເສບ​ຕິດ​ເປັນ​ຕົ້ນ:​ຂີ້​ຕົ້ວະຫຼອກລວງ,ປຸ້ນ​ຈີ້​ຂີ້ລັກຫຼືກາຍ​ເປັນ​ອາດ​ສະ​ຍາກ​ອນ​ເພື່ອ​ສະ​ແຫວ​ງຫາ​ເງິນ​ຊື້​ຢາ​ເສບ​ຕິດ​ອັນ​​ເປັນ​ສິ່ງ​ທຳລາຍ​ອະນາຄົດ​ທຳລາຍ​ຊື່ສຽງຂອງ​ຕົນ ​ແລະ​ວົງ​ຕະກູນ

​ໂທດ​ຕໍ່​ກັບ​ສ່ວນ​ລວມ​ແລະ​ປະ​ເທດ​ຊາດ

ລັດຖະບານ​ຕ້ອງ​ສູນ​ເສຍ​ກຳລັງ​ຄົນ ​ແລະ​ງົບປະມານ​ລວມຂອງ​ຊາດ​ຈຳນວນ​ມະຫາສານ​ເພື່ອ​ໃຊ້​ໃນ​ການ​ປ້ອງ​ກັນ,ປາບ​ປາມ​ແລະ​ບຳບັດ​ຮັກສາ​ຜູ້​ຕິດ​ຢາ​ເສບ​ຕິດ, ​ເຮັດ​ໃຫ້​ຕ້ອງ​ສູນ​ເສຍ​ຊັບພະຍາກອນ​ມະນຸດ​ອັນ​ມີຄ່າ,​ເກີດ​ຄວາມ​ບໍ່​ສະຫງົບ​ໃນ​ບ້ານ​ເມືອງ,ສະທ້ອນ​ສິ່ງ​ບໍ່​ດີເຖິງ​ຄວາມໝັ້ນຄົງ​ຂອງ​ປະ​ເທດ​ຊາດ, ປະຊາຊົນເດືອດຮ້ອນເພາະເຫດອາດສະຍາກຳ, ປະເທດຊາດຕ້ອງເສຍກຳລັງຂອງຊາດຢ່າງໜ້າເສຍດາຍເປັນຕົ້ນຜູ້ທີ່ຕິດຢາເສບຕິດທີ່ເປັນເຍົາວະຊົນ.

ການ​ປ້ອງ​ກັນ​ຢາ​ເສບ​ຕິດ

ການ​ປ້ອງກັນ​ຕົນ​ເອງ:

1.ຄວນ​ສຶກສາ​ຫາ​ຄວາມ​ຮູ້​ກ່ຽວກັບ​ການ​ໃຊ້​ຢາ​ຢ່າງ​ຖືກ​ວິທີ ​ແລະ​ສ່ອດຄ່ອງ​ກັບ​ພະຍາດ.

2.ບໍ່​ທົດ​ລອງ​ສິ່ງ​ເສບ​ຕິດ​ທຸກ​ປະ​ເພດ​ເພາະ​ຕິດ​ງ່າຍ, ​ເລີກ​ຍາກ ​ແລະ​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ ​ແລະ​ຈິດ​ໃຈ.

3.ການ​ພົວພັນໝູ່​ເພື່ອນ​ຄວນ​ເລືອກໝູ່​ເພື່ອ​ທີ່​ດີຫຼີກລ້ຽງຜູ້​ທີ່​ຊັກ​ຈູງ​ໄປ​ໃນ​ທາງ​ທີ່​ເສື່ອ​ມ​ເສຍ.

4. ຄວນ​ຮູ້ຈັກ​ໃຊ້​ຄວາມ​ຄິດ, ​ໃຊ້​ເຫດຜົນ​ໃນ​ການ​ແກ້​ໄຂ​ບັນຫາ​ໄດ້​ດ້ວຍ​ຕົນ​ເອງ, ຄວນ​ປຶກສາ​ຫາລື​ພໍ່​ແມ່​ຜູ້​ປົກຄອງ,ຄູ​ອາຈານຫຼືຜູ້ຫຼັກຜູ້​ໃຫຍ່​ຜູ້​ສະໜິດ ​ແລະ​ໄວ້​ວາງ​ໃຈ​ມາ​ຊ່ວຍ​ແກ້​ໄຂ​ບັນຫາ.
5.ຮູ້ຈັກ​ໃຊ້​ເວລາ​ວ່າງ​ໃຫ້​ເປັນ​ປະ​ໂຫຍ​ດ.

ການ​ປ້ອງ​ກັນ​ສຳຫຼັບຄອບຄົວ

1.​ແນະນຳ​ຕັກ​ເຕືອນ​ໃຫ້​ຄວາມ​ຮູ້​ຕໍ່​ສະມາຊິກ​ໃນ​ຄອບຄົວ​ໃຫ້​ເຂົ້າ​ໃຈ​ເຖິງ​ໂທດ​ຂອງ​ຢາ​ເສບ​ຕິດ
2.​ເອົາ​ໃຈ​ໃສ່​ກຳ​ໃຫ້​ມັນ​ໄດ້​ສະພາບ​ຂອງ​ສະມາຊິກ​ໃນ​ຄອບຄົວ​ຢ່າງ​ສະໝໍ່າສະ​ເໝີຫາກ​ພົບ​ວ່າ​ຕິດ​ຢາ​ໃຫ້​ນຳ​ໄປ​ບຳບັດ​ທັນທີ
3.ກໍລະນີ​ບຸກຄົນ​ໃນ​ຄອບຄົວ​ເຈັບ​ປ່ວຍ​ບໍ່​ຄວນ​ຊື້​ຢາ​ຮັບ​ປະທານ​ດ້ວຍ​ຕົນ​ເອງ, ຄວນ​ໄປ​ປຶກສາ​ແພດໝໍ.

4.ພໍ່​ແມ່​ຜູ້​ປົກຄອງ​ຄວນ​ປະພຶດ​ຕົນ​ໃຫ້​ເປັນ​ແບບຢ່າງ​ທີ່​ດີ​ຂອງ​ລູກ ​ແລະ​ເປັນ​ທີ່​ປຶກສາ​ແກ່​ລູກ ​ແລະ​ສະມາຊິກ​ໃນ​ຄອບຄົວ.

5.ພໍ່​ແມ່​ຄວນ​ໃຫ້​ຄວາມ​ຮັກ​ຄວາມ​ອົບ​ອຸ່ນ, ​ເອົາ​ໃຈ​ໃສ່​ອົບຮົມ​ເບິ່ງ​ແຍງ​ຢ່າງ​ໄກ້​ສິດ​ກັບ​ລູກ​ເຕົ້າ.

ຜິດ​ຂອງ​ຢາ​ເສບ​ຕິດ​ຈະ​ແຕກ​ຕ່າງ​ກັນ​ໄດ້​ດັ່ງ​ນີ້:

1.ພິດ​ຂອງ​ຢາ​ມ້າ​ແລະ​ຢາ​ອີ​ຈະ​ຄ້າຍຄື​ກັນ
2.ການ​ໃຊ້​ຢາ​ໂດຍ​ການ​ສັກ​ຈະ​ເຮັດ​ໃຫ້​ເກີດ​ການ​ຕິດ​ເຊື້ອ,ການ​ອັກ​ເສບ​ບໍລິ​ເວນ​ທີ່​ສັກ ​ແລະ​ເປັນ​ຫົນທາງ​ຕິດ​ເຊື້ອ​ໂລກ​ເອດ​ໄດ້.

3.​ໃນ​ກໍລະນີ​ທີ່​ໃຊ້​ຢາ​ບ້າ​ໃນ​ຂະໜາດສູງ​ຈະ​ເຮັດ​ໃຫ້​ຕົວຮ້ອນ​ເໝືອນ​ເປັນ​ໄຂ້,​ເຫື່ອ​ອອກ, ປາກ​ແຫ່ງ,ປວດ​ຫົວ, ຜິວໜັງຊິດ, ຫົວ​ໃຈ​ເຕັ້ນ​ຜິ​ດຈັ່ງ​ຫວະ, ຄວາມດັນ​ເລືອດ​ສູງ,ຕົວ​ສັ້ນ,ຄວບ​ຄຸມ​ຕົນ​ເອງ​ບໍ່​ໄດ້, ຊັກ,ໝົດສະຕິ. ບາງ​ລາຍ​ອາດ​ເສຍ​ຊີວິດ​ຈາກ​ເສັ້ນ​ເລືອດ​ໃນ​ສະໝອງ​ແຕກຫຼືຫົວ​ໃຈ​ວາຍ.
4. ຖ້າ​ຫາກ​ໃຊ່​ຢາ​ຕໍ່​ເນື່ອງ​ເປັນ​ເວລາ​ດົນ ຢາ​ບ້າ​ຈະ​ເຮັດ​ໃຫ້​ຄວາມ​ຜິດ​ປົກກະຕິ​ທາງ​ຈິດ​ໃຈ​ຄ້າຍ​ກັບ​ຍາ​ມ້າ​ສະ​ນິດ​ຫວາ​ລະ​ແວງ(paranoid) ​ແລະ​ກໍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງຫຼືກໍ່​ອາດ​ສະ​ຍາ​ກຳ​ໄດ້,ຮ່າງກາຍ​ຊຸດ​ໂຊມ,ອ່ອນ​ແອ​ເນື່ອງ​ຈາກ​ຂາດ​ອາຫານ​ແລະ​ຂາດ​ການ​ພັກຜ່ອນ​ເຮັດ​ໃຫ້​ເກີດ​ໂລກ​ຕ່າງໆ​ໄດ້​ໄດ້​ງ່າຍ​ເຊັ່ນ: ​ໂລກ​ຕິດ​ເຊື້ອ​ໃນ​ບາງ​ຄັ້ງ​ຜູ້​ທີ່​ໃຊ້​ຢາ​ບ້າ​ອາດ​ເຮັດ​ວຽກໜັກ​ເກີນ​ຂອບ​ເຂດ​ຈົນ​ຮ່າງກາຍ​ຮັບ​ບໍາ​ໄຫວ​ເຮັດ​ໃຫ້​ຮ່າງກາຍ​ໄດ້​ຮັບ​ບາດ​ເຈັບຫຼອຸປະຕິ​ເຫດ​ຕ່າງໆ.

5. ຢາ​ອີ​ມີ​ພິດ​ຮຸນ​ແຮງ​ຄ້າຍຄື​ຍາ​ເສບ​ຕິດ​ອື່ນໆຊຶ່ງ​ເຮັດ​ໃຫ້​ອາລົມ​ທາງ​ຈິດ​ປັ່ນ​ປ່ວນ​ເຊັ່ນ:ວິຕົກ​ກັງວົນ, ຮຸນ​ແຮງ, ຊືມ​ເສົ້າ,ຄວາມ​ຄິລະ​ຫວາດ​ລະ​ແວງ​ແລະ​ສຳຄັນ​ຄື​ປະສາດຫຼອນ,​ເປັນ​ລົມ,ໜາວສັ້ນ, ​ເຫື່ອ​ອອກ.
6. ຈາກ​ການ​ທົດ​ລອງ​ກັບ​ສັດ​ປະກົດ​ວ່າ​ທັງ​ຢາ​ບ້າ​ແລະ​ຢາ​ອີ​ທຳລາຍ​ເຊ​ວປະສາດ​ບາງ​ຊະນິດ​ເຮັດ​ໃຫ້​ສະໝອງ​ເຊື່ອມ​ຢ່າງ​ຖາວອນ​ເກີດ​ຄວາມ​ບົກ​ຜ້ອງ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຮ່າງກາຍ​ສ່ວນ​ສະໝອງຊຶ່ງ​ເປັນ​ສ່ວນ​ຄວບ​ຄວບ​ຄຸມ​ຄວາມ​ຮູ້ສຶກທາງ​ອາລົມ​ຕ່າງໆ.
7.ນອກຈາກ​ນັ້ນ​ຍັງ​ເຊື່ອ​ວ່າ ຢາ​ບ້າ​ແລະ​ຢາ​ອີມີ​ຜົນ​ຕໍ່​ຕົວ​ອ່ອນ​ອີກ​ດ້ວຍ​ໂດຍ​ພົບ​ວາ​ເດັກ​ທີ່​ຄອດ​ຈາກ​ມານ​ດາ​ທີ່​ຕິດ​ຢາ​ບ້າ​ມັກ​ມີ​ຄວາມ​ຜິດ​ປົກກະຕິ​ທັງ​ທາງ​ກາຍ​ແລະຈິດ​ໃຈ.
8.ຍັງ​ມີ​ຢາ​ເສບ​ຕິດ​ຊະນິດອື່ນໆທີ່​ກະ​ຕຸ້ນ​ເຮັດ​ໃຫ້​ຈິດ​ອາລົມ​ວຸ້ນວາຍ,​ເກີດ​ປະສາດຫຼອນ ​ແລະ​ເມື່ອ​ໃຊ້​ປະລິມານ​ສູງ​ຈະ​ເຮັດ​ໃຫ້ໝົດສະຕິ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.