ລຸງປະທານປະເທດ ໜູຮັກ ພູມສະຫວັນ ເວົ້າວ່າ:

ຢາກໃຫ້ປະຊາຊົນເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ເດີນຕາມແນວທາງຂອງພັກ ການນຳຂອງພັກຕ້ອງເປັນແບບຢ່າງນຳໜ້າທຸກດ້ານ, ຖ້າເຮົາມີແຕ່ໂຄສະນາວ່າ ພັກສະຫລາດສ່ອງໃສ ແນວນັ້ນແນວນີ້.

ພັກເຮົາແມ່ນສຸດຍອດຂອງພັກຊົນຊັ້ນກຳມະກອນແທ້, ດີແທ້, ແນວທາງຂອງພັກແມ່ນຖືກຕ້ອງແທ້. ແຕ່ບຸກຄົນພາຍໃນພັກບໍ່ປະຕິບັດຕາມກົດລະບຽບຂອງພັກ, ລືມນຳໃຊ້ບັນດາຂໍ້ຫ້າມຂອງສະມາຊິກພັກ ໝາຍຄວາມວ່າມີຄົນບໍ່ດີແອບແປງຢູ່ໃນພັກ.

ເຮັດໃຫ້ປະຊາຊົນຂາດຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ແລ້ວປະຊາຊົນຈະເພິ່ງໃຜ. ສະນັ້ນ ເພີ່ນຈຶ່ງເອົາໃຈໃສ່ ຖະໜຸຖະໜອມບຳລຸງພັກ ສ້າງຄວາມເຊື່ອໝັ້ນກັບປະຊາຊົນຕໍ່ພັກເຮົາ, ເຮັດໃຫ້ປະຊາຊົນຮູ້ວ່າ ຍັງມີພັກປະຊາຊົນປະຕິວັດລາວ ຢືນຢູ່ຕໍ່ໜ້າຄອຍໃຫ້ການຊ່ວຍເຫລືອ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່​ມາ: facebook.com/116968789414430 ໂດຍ ສໍ ເລືອງ​ຄຳ

Hits: 8

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້