
ປີ 2019 ສະຖາບັນພະລະສຶກສາ ວິທະຍາເຂດເພັດສະບູນ ໄດ້ໃຫ້ທຶນການສຶກສາ ສົກຮຽນ 2019 ໃນລະດັບປະລິນຍາຕີສາຂາສື່ສານການກິລາສຳຫລັບບຸກຄະລາກອນ ສະມາຄົມນັກ ຂ່າວແຫ່ງ ສປປ ລາວ ຈຳນວນ 10 ທຶນ ແລະ ສາຂາການຈັດການກິລາສຳຫຼັບບຸກຄະລາກອນສະມາຄົມນັກຂ່າວແຫ່ງ ສປປ ລາວ ຈຳນວນ 5 ທຶນ.
ທ່ານ ສະຫວັນຄອນ ຣາຊາມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ເຊັນບົດບັນທຶກ MOU ຮ່ວມກັບສະຖາບັນການພາລະສຶກສາ ວິທະຍາເຂດເພັດຊະບູນ ແລະ ສະມາຄົມນັກວິທະຍຸ-ໂທລະທັດ ແຂວງເພັດສະບູນ ເພື່ອສືບຕໍ່ພັດທະນາບຸກຄະລາກອນລາວ ດ້ານສື່ມວນຊົນ ປີ 2019 ໃນວັນທີ 15 ກຸມພານີ້.
ມາຮອດປະຈຸບັນມີນັກສຶກສາລາວ 3 ລຸ້ນ ທີ່ກຳລັງສຶກສາ ສາຂາສື່ສານການກິລາຢູ່ ສະຖາບັນການພາລະສຶກສາ ວິທະຍາເຂດເພັດສະບູນ ຈຳນວນ 32 ຄົນ ເປັນ ຍິງ 11 ຄົນ.
ໃນໂອກາດດັ່ງກ່າວນີ້ ທ່ານ ສະຫວັນຄອນ ໄດ້ກ່າວສະແດງຄວາມຂອບໃຈສະຖາບັນການສຶກ ສາຂອງໄທທີ່ໄດ້ຊ່ວຍເຫລືອນັກຂ່າວມາຫລາຍລຸ້ນຄົນ ແລະ ສ້າງເງື່ອນໄຂ ໃຫ້ສອງຝ່າຍໄດ້ມີ ການຮ່ວມມື, ສ້າງຄວາມສະດວກໃຫ້ນັກສຶກສາຂອງລາວ ອັນເປັນການປະກອບສ່ວນທີ່ສຳ ຄັນຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເສີມຂະຫຍາຍການຮ່ວມມື, ແລກປ່ຽນຢ້ຽມຢາມ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຕໍ່ໄປ.
ທີ່ມາ: ຂປລ