ແຫ​​ຼ່ງ​ເງິນ​ທີ່​ຫາ​ໄດ້​ຈາກ​ການທ່ອງທ່ຽວ​ ເປັນ​ລາຍ​ຮັບ​ທີ່​ຍືນ​ຍົງ


ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງວັງວຽງແຂວງວຽງຈັນ ໄດ້ເວົ້າວ່າ, ປັດຈຸບັນລາຍຮັບ 50% ຂອງເມືອງ ແມ່ນໄດ້ມາຈາກການທ່ອງທ່ຽວ, ປະຊາຊົນເມືອງວັງວຽງໄດ້ມີຊີວິດການເປັນຢູ່ດີຂຶ້ນເລື້ອຍໆ.

- 3698774 - ແຫ​ລ່ງ​ເງິນ​ໄດ້​ຈາກ​ການທ່ອງທ່ຽວ​ເປັນ​ລາຍ​ຮັບ​ທີ່​ຍືນ​ຍົງ
(ນັກທ່ອງທ່ຽວເຂົ້າມາທ່ຽວວັງວຽງ)

ເຂົາເຈົ້າຮູ້ການຄ້າການຂາຍ, ຮູ້ຜະລິດ, ຮູ້ບໍລິການໂດຍນຳເອົາທ່າແຮງທີ່ບົ່ມຊ້ອນຂອງຕົນເພື່ອຜະລິດສິນຄ້າ ແລະ ການບໍລິການຕ່າງໆ ສະໜອງໃຫ້ແຂກທີ່ໄດ້ເຂົ້າມາທ່ອງທ່ຽວໃນເມືອງວັງວຽງນັບມື້ນັບຫລາຍຂຶ້ນ.

ທ່ານ ສາລີ ປະທານສະມາຄົມການທ່ອງທ່ຽວຖ້ຳກອງລໍແບບປະຊາຊົນມີສ່ວນຮ່ວມກໍໄດ້ເວົ້າວ່າ: ໃນຊ່ວງຍາມແລ້ງຄືປັດຈຸບັນນີ້, ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຫລັ່ງໄຫລໄປທ່ຽວຊົມຖ້ຳກອງ ລໍນັບມື້ນັບຫລາຍສະເລ່ຍມື້ລະ 50-100 ຄົນ.

- 3475 - ແຫ​ລ່ງ​ເງິນ​ໄດ້​ຈາກ​ການທ່ອງທ່ຽວ​ເປັນ​ລາຍ​ຮັບ​ທີ່​ຍືນ​ຍົງ
(ທາງເຂົ້າຖ້ຳກອງລໍ)

ກ່າວເຖິງສະມາຄົມນຳທ່ຽວ, ຖ້າຄອບຄົວໃດມີເຮືອກໍນຳເອົາເຮືອຂອງຕົນໄປເຂົ້າສະມາຄົມໂດຍຈັດຄິວ ບໍລິການເຮືອຮັບໃຊ້ແຂກທີ່ ຕ້ອງການຂຶ້ນລ່ອງເຂົ້າຖ້ຳ.

- 369 - ແຫ​ລ່ງ​ເງິນ​ໄດ້​ຈາກ​ການທ່ອງທ່ຽວ​ເປັນ​ລາຍ​ຮັບ​ທີ່​ຍືນ​ຍົງ

ແຂກທີ່ໄປທ່ຽວໃນແຕ່ ລະມື້ຖ້າບໍ່ຕ້ອງການພັກເຊົາ ຢູ່ເຮືອນພັກກໍສາມາດໄປພັກ ຢູ່ເຮືອນປະຊາຊົນ (Home stay) ໂດຍຄອບຄົວເຫລົ່ານັ້ນຈະເປັນຜູ້ບໍລິການຈັດ ແຈງບ່ອນນອນໃຫ້, ທັງແຕ່ງ ອາຫານການກິນ, ທັງມີ ຄວາມໃກ້ຊິດກັນຮ່ຳຮຽນເອົາວິຖີຊີວິດ, ສຸດທ້າຍຄົນ ບ້ານກອງລໍກໍເລີຍພາກັນ ຫ້າວຫັນຮຽນຮູ້ພາສາອັງກິດ ໄປໃນຕົວ.

ນັກທ່ອງທ່ຽວຕ່າງປະເທດບາງຄົນບໍ່ເຄີຍຮູ້, ບໍ່ເຄີຍ ເຫັນເລື່ອງການເຮັດນາປູກເຂົ້າກໍຂໍນຳໄປເບິ່ງ, ທັງຮຽນ ດຳນາ, ຮຽນກ່ຽວເຂົ້າ ແລະ ເຮັດສາລະພັດຢ່າງທີ່ເຂົາ ໃຝ່ຝັນຊອກຮູ້, ສຸດທ້າຍມາ ກໍກາຍເປັນຄົນຮັກຄົນແພງ ໃນຄອບຄົວແບບກັນເອງ ນີ້ລະຄືສິ່ງສຸດຍອດອັນເປັນທີ່ມາຂອງການຢູ່ດ້ວຍກັນ ແບບສັນຕິສຸກ, ປະຊາຊົນໄດ້ ທັງເງິນ, ໄດ້ທັງຄວາມຮັກ ຄວາມສາມັກຄີຢ່າງອີ່ມເອີບ ແລະ ເວົ້ານົວຫົວມ່ວນ.

ສິ່ງທີ່ຍົກມານີ້, ທິດກ່ຳ ເອງກໍໄດ້ໄປສຳຜັດຕົວຈິງ  ມາແລ້ວ ແລະ ຍັງມີດ້ານ ອື່ນໆທີ່ພວກເຮົາມີທ່າແຮງບົ່ມຊ້ອນຂໍແຕ່ວ່າເຮົາພ້ອມ ກັນເຮັດຢ່າງຈິງຈັງ. ນີ້ມັນເປັນ ພຽງສອງຕົວຢ່າງທີ່ຈະເປັນ ຕົວແບບໃຫ້ບ່ອນອື່ນໆທີ່ມີຄວາມສາມາດເຮັດໄດ້.

 ໃນຄວາມເປັນຈິງແລ້ວ, ປະເທດລາວເຮົາເຖິງວ່າບໍ່ມີ ທະເລຄືໝູ່ແຕ່ທາງອອກໃນ ການຫາເງິນຈາກການທ່ອງທ່ຽວມັນມີທ່າແຮງ ແລະ ມີ ຫລາກຫລາຍວິທປະຕິບັດ.  

ອັນທີ່ໂດດເດັ່ນປັດຈຸບັນ ຄືປະຊາຊົນເຮົາຍັງນັ່ງເຕັງ ຂຸມເງິນຂຸມຄຳເຊັ່ນວ່າ: ບ້ານ ເຮົາມີພູຜາປ່າໄມ້, ມີຫ້ວຍນ້ຳ ລຳເຊ, ຖ້ຳຮູພູເຂົາ ແລະ ທົ່ງ ນາປ່າເລິກກາຍເປັນທຳມະ ຊາດທີ່ສວຍສົດງົດງາມ.  ນອກຈາກນັ້ນ, ທາງດ້ານຮີດ ຄອງປະເພນີ, ສິລະປະວັດທະນະທຳ ແລະ ສະຖາປັດຕະຍະກຳກໍບໍ່ນ້ອຍໜ້າກັບຊາດ ອື່ນທີ່ຢູ່ໃນພາກພື້ນ ແລະ ຢູ່ໃນໂລກ.

ເຖິງຢ່າງໃດກໍດີ, ຕາມທິດກ່ຳວ່າ ຖ້າພວກເຮົາຫາກ ພ້ອມກັນເຢີກທັງມີຄວາມພ້ອມໃນການຫັນອຸດສາຫະກຳການທ່ອງທ່ຽວໃຫ້ນັບມື້ກວ້າງຂວາງ ແລະ ເຕີບ ໃຫຍ່ຂຶ້ນເລື້ອຍໆ ມັນກໍຈະກາຍເປັນທ່າແຮງແຫລ່ງຂອງລາຍຮັບທີ່ໝັ້ນຄົງຍືນ ຍົງໃຫ້ປະເທດຊາດກໍຄືປະ ຊາຊົນກໍຈະພາກັນຮັ່ງມີຜາສຸກ, ສາມາດຫລຸດພົ້ນອອກຈາກຄວາມທຸກຍາກ  ແລະ ດ້ອຍພັດທະນາຢ່າງແນ່ນອນ./.

- 368474 - ແຫ​ລ່ງ​ເງິນ​ໄດ້​ຈາກ​ການທ່ອງທ່ຽວ​ເປັນ​ລາຍ​ຮັບ​ທີ່​ຍືນ​ຍົງ

​
ໂດຍ: ທິດ​ກ່ຳ ໜັງ​ສື​ພິມ​ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.